ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ລະຫວ່າງເດືອນກຸມພາຫາເດືອນມີນາຂອງແຕ່ລະປີແມ່ນກົງກັບລະດູໃບໄມ້ປົ່ງ ເຊິ່ງເປັນລະດູການປູກຝັງທີ່ດີຢູ່ຈີນ. ຊາວກະສິກອນຢູ່ແຫ່ງຕ່າງໆໄດ້ພາກັນເລັ່ງດຳເນີນການປູກຝັງຕາມທົ່ງໄຮ່ທົ່ງນາເພື່ອໃຫ້ທວງທັນກັບລະດູການຢ່າງເປັນຂະບວນຟົດຟື້ນ.
ດິນປູກຝັງເປັນຊັບພະຍາກອນທຳມະຊາດອັນລ້ຳຄ່າທີ່ສຸດ, ຍິ່ງເປັນຂໍກຸນແຈສຳຄັນທີ່ສຸດຂອງການຜະລິດພືດພັນທັນຍາຫານ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານອະນຸລັກດິນປູກຝັງ, ໂດຍທ່ານໄດ້ມີທັດສະນະສຳຄັນຕ່າງໆ. ທ່ານກ່າວເນັ້ນໜັກວ່າ: ດິນປູກຝັງເປັນຊັບພະຍາກອນອັນລ້ຳຄ່າທີ່ສຸດຂອງຈີນ. ການມີປະຊາກອນຫຼາຍແຕ່ມີເນື້ອທີ່ດິນປູກຝັງໜ້ອຍເປັນບັນຫາພື້ນຖານແຫ່ງຊາດຈີນ, ກາຍເປັນປັດໄຈທີ່ໄດ້ຕັດສິນໃຫ້ພວກເຮົາຕ້ອງອະນຸລັກດິນປູກຝັງທີ່ຕິດພັນກັບເລື່ອງອາຫານການກິນຂອງປະຊາຊົນນັບເປັນຕື້ກວ່າຄົນເຊິ່ງເປັນວຽກໃຫຍ່ນັ້ນໃຫ້ມີປະສິດທິຜົນ ໂດຍບໍ່ໃຫ້ມີການຜິດພາດຢ່າງເດັດຂາດ.
ວັນທີ8 ມີນາປີ 2019, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການແລກປ່ຽນປຶກສາຫາລືຂອງຄະນະຜູ້ແທນແຂວງເຫີນານ ໃນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13
ວັນທີ8 ມີນາປີ 2019, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການແລກປ່ຽນປຶກສາຫາລືຂອງຄະນະຜູ້ແທນແຂວງເຫີນານ ໃນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13 ໂດຍທ່ານໄດ້ກ່າວເນັ້ນໜັກວ່າ: “ດິນປູກຝັງເປັນຂໍກຸນແຈສຳຄັນຂອງການຜະລິດພືດພັນທັນຍາຫານ. ຕ້ອງເພິ່ມທະວີຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນໃນຖານະເປັນຜູ້ຮັບຜິດຊອບຕົ້ນຕໍ, ປັບປຸງລະບຽບການແລະກົນໄກຕິດຕາມຄຸ້ມຄອງການປະຕິບັດກົດໝາຍວ່າດ້ວຍທີ່ດິນໃຫ້ສົມບູນຂຶ້ນ, ເດັດດ່ຽວສະກັດກັ້ນການກະທຳຜິດກົດໝາຍວ່າດ້ວຍທີ່ດິນ, ຮັກສາເສັ້ນແດງແຫ່ງການອະນຸລັກດິນປູກຝັງໄວ້ໃຫ້ໝັ້ນຄົງ.”
ນອກນີ້, ທ່ານສີຈິ້ນຜິງຍັງກ່າວເນັ້ນໜັກຫຼາຍເທື່ອວ່າ: “ຕ້ອງປ້ອງກັນເສັ້ນແດງດິນປູກຝັງ1,8ຕື້ມູ໋ຢ່າງເຂັ້ມງວດເດັດຂາດ, ນຳໃຊ້ມາດຕະການທີ່ເຂັ້ມແຂງ,ຈັດຕັ້ງປະຕິບັດລະບຽບການອະນຸລັກດິນປູກຝັງທີ່ເຂັ້ມງວດທີ່ສຸດ.”
ຄັນຊັ້ນ ເປັນຫຍັງຈິ່ງຕ້ອງຮັກສາເສັ້ນແດງແຫ່ງການອະນຸລັກດິນປູກຝັງບໍ່ໃຫ້ຫຼຸດ1,8ຕື້ມູ໋ຢ່າງເຂັ້ມງວດ? ຕໍ່ບັນຫານີ້ ພວກເຮົາຈະຂໍອະທິບາຍຕື່ມ, ຄຳວ່າ ມູ໋ ເປັນຫົວໜ່ວຍວັດແທກເນື້ອທີ່ດິນທີ່ນຳໃຊ້ທົ່ວໄປຢູ່ຈີນ, 15ມູ໋ ເທົ່າກັບ1ເຮັກຕາ, ຄິດໄລ່ແລ້ວ, 1,8ຕື້ມູ໋ແມ່ນເທົ່າກັບ 1.200.000 ກິໂລຕາແມັດ, ເຊິ່ງກວມເນື້ອທີ່ດິນທົ່ວປະເທດຈີນປະມານ 12,5%. ນີ້ແມ່ນຍອດເນື້ອທີ່ດິນປູກຝັງລະດັບທີ່ສາມາດຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນໄດ້ຢ່າງໝັ້ນທ່ຽງ ເຊິ່ງເປັນຕົວເລກທີ່ໄດ້ມາຈາກການຄິດໄລ່ຕາມຫຼັກວິທະຍາສາດ, ເປັນເສັ້ນແດງສາຍໜຶ່ງທີ່ແຕະຕ້ອງບໍ່ໄດ້.
ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ຈີນໄດ້ປະຕິບັດລະບຽບການອະນຸລັກດິນປູກຝັງທີ່ເຂັ້ມງວດທີ່ສຸດ,ໂດຍຮັກສາເສັ້ນແດງແຫ່ງການອະນຸລັກດິນປູກຝັງ 1,8ຕື້ມູ໋ ໄວ້ໃຫ້ໝັ້ນຄົງ ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການເພີ່ມຜົນຜະລິດພືດພັນທັນຍາຫານຂອງຈີນ.
ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຫຼາຍທີ່ສຸດຕໍ່ການອະນຸລັກດິນປູກຝັງ ແລະໄດ້ອະນຸລັກດິນປູກຝັງຢ່າງສະເໝີຕົ້ນສະເໝີປາຍ.ຕາມທ່ານສີຈິ້ນຜິງເຫັນວ່າ: “ດິນນາກໍແມ່ນດິນນາ ແລະຕ້ອງເປັນນາດີ.”
ປີ1990, ທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງເປັນເລຂາຄະນະພັກນະຄອນຟູໂຈ່ວແຂວງຟູຈ້ຽນໃນເວລານັ້ນພາຍຫຼັງເພິ່ນໄດ້ຮັບຟັງການລາຍງານລະອຽດຈາກສະຫາຍຜູ້ຮັບຜິດຊອບລົງທ້ອງຖິ່ນຕາມຈຸດກຳນົດເພື່ອຫຼຸດຜ່ອນຄວາມທຸກຍາກນັ້ນກ່ຽວກັບສະພາບການປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກແລ້ວ, ເພິ່ນໄດ້ມີຄວາມເອົາໃຈໃສ່ຫຼາຍ, ໂດຍໄດ້ເດີນທາງໄປນິຄົມປ່າໄມ້ໃຫ້ໝາກທີ່ຢູ່ເຂດພູດອຍ. ທ່ານສີຈິ້ນຜິງໄດ້ຍຶດໝັ້ນຂຶ້ນໄປກວດກາເບິ່ງຢູ່ເທິງພູ ໂດຍບໍ່ສົນກັບຄວາມອິດເມື່ອຍຍ້ອນຫາກໍ່ເດີນທາງຍາວໄກດ້ວຍຄວາມລຳບາກ. ເມື່ອໄດ້ເຫັນຕົ້ນໝາກກ້ຽງເຕັມເນີນພູ ທີ່ເປັນໝາກດົກໜານັ້ນ, ທ່ານໄດ້ເວົ້າກັບພະນັກງານຢູ່ອ້ອມຂ້າງດ້ວຍຄວາມດີໃຈວ່າ: “ການປູກຕົ້ນໄມ້ໃຫ້ໝາກຢູ່ເຂດພູດອຍ ມັນບໍ່ໄດ້ຍຶດເນື້ອທີ່ດິນປູກຝັງ, ເຊິ່ງເປັນວິທີການທີ່ດີ, ຄວນນຳໄປເຜີຍແຜ່ແລະປະຕິບັດຢ່າງກວ້າງຂວາງ.”
ຕອນທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນເຈົ້າແຂວງແຂວງຟູຈ້ຽນໃນເມື່ອກ່ອນ,ເພິ່ນໄດ້ຢືນຢັນວ່າຕ້ອງສອບສວນແລະຈັດການກັບຄະດີປະເພດຕ່າງໆກ່ຽວກັບການນຳໃຊ້ທີ່ດິນຢ່າງຜິດກົດໝາຍ. ສຳລັບຄະດີກ່ຽວກັບການຍຶດດິນປູກຝັງແລ້ວໃຊ້ໄປໃນທາງອື່ນຢ່າງຜິດກົດໝາຍນັ້ນ, ເວລາໃດ,ທ່ານສີຈິ້ນຜິງກໍໄດ້ສອບສວນແລະຈັດການຕາມລະບຽບການຂັ້ນເດັດຂາດແລະເຂັ້ມງວດໂດຍບໍ່ເຄີຍສວຍໃຊ້ຕຳແໜ່ງສະແຫວງຫາຜົນປະໂຫຍດສ່ວນຕົວຈັກເທື່ອ. ຈາກການສອບສວນແລະລົງວິໄນພະນັກງານທີ່ຍຶດເອົາທີ່ດິນປຸກສ້າງຢ່າງຜິດກົດໝາຍຢູ່ເຂດນິງເຕີຈົນຮອດການປະຕິບັດການເຄື່ອນໄຫວລັກສະນະດຽວກັນຢູ່ນະຄອນຟູໂຈ່ວ, ລ້ວນແຕ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ທ່ານສີຈິ້ນຜິງມີຄວາມຊື່ຕົງ, ທ່ຽງທຳ, ບໍ່ຢ້ານຕໍ່ອຳນາດ, ບໍ່ໄວ້ໜ້າໃຜເລີຍແລະເອົາຈິງເອົາຈັງທີ່ສຸດໃນການອະນຸລັກດິນປູກຝັງ. ປັດຈຸບັນ, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງປະເທດແລ້ວ, ແຕ່ເພິ່ນກໍຍັງເຮັດແບບນີ້ຄືເກົ່າ. ທ່ານໄດ້ເນັ້ນໜັກວ່າ: “ຕ້ອງຍຶດໝັ້ນໃນລະບຽບການອະນຸລັກດິນປູກຝັງແລະລະບຽບການປະຢັດການນຳໃຊ້ທີ່ດິນແບບເຂັ້ມງວດທີ່ສຸດຢ່າງເດັດດ່ຽວແລະບໍ່ຫວັ່ນໄຫວຄອນແຄນ.” “ເສັ້ນແດງດິນປູກຝັງ1,8 ຕື້ມູ໋ ຍັງຕ້ອງຍຶດໝັ້ນຮັກສາໄວ້ຄືເກົ່າ,ໃນຂະນະດຽວກັນ, ເນື້ອທີ່ດິນປູກຝັງທີ່ມີຢູ່ໃນປັດຈຸບັນຕ້ອງຮັກສາໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານ.” ມີພຽງແຕ່ຮັບປະກັນເນື້ອທີ່ແລະປະລິມານຂອງດິນປູກຝັງເທົ່ານັ້ນ, ຈິ່ງຈະສາມາດເວົ້າເລື່ອງທີ່ຈະນຳໃຊ້ດິນປູກຝັງແນວໃດ?ມີພຽງແຕ່ຮັກສາດິນປູກຝັງໃຫ້ໄດ້ ຈິ່ງຈະສາມາດຮັບປະກັນຄວາມໝັ້ນຄົງດ້ານອາຫານການກິນຂອງປະຊາຊົນໄດ້.
ການຮັກສາເສັ້ນແດງດິນປູກຝັງ ມັນບໍ່ພຽງແຕ່ໄດ້ສະແດງອອກໃນດ້ານປະລິມານເທົ່ານັ້ນ, ຍັງສະແດງອອກໃນດ້ານຄຸນນະພາບອີກດ້ວຍ. ເພາະສະນັ້ນ, ທ່ານສີຈິ້ນຜິງຈິ່ງຍັງໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາແລະນຳໃຊ້ດິນປູກຝັງຕື່ມອີກ. ມີພຽງແຕ່ໃຫ້ຄວາມສຳຄັນຢ່າງເຕັມສ່ວນຕໍ່ການພັດທະນາດິນປູກຝັງຢ່າງມີວິທະຍາສາດເທົ່ານັ້ນ, ຈິ່ງຈະສາມາດເຮັດໃຫ້ການຜະລິດພືດພັນທັນຍາການມີຄວາມໝັ້ນທ່ຽງໄດ້. ເດືອນພຶດສະພາປີ2014, ໃນເວລາທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຫີນານ, ທ່ານກໍບໍ່ໄດ້ລືມລົງໄປທົ່ງໄຮ່ທົ່ງນາເພື່ອກວດກາເບິ່ງສະພາບການຜະລິດກະສິກຳຢ່າງລະອຽດ. ທ່ານບໍ່ພຽງແຕ່ໄດ້ຮັບຮູ້ສະພາບການຄາດຄະເນຜົນຜະລິດນຳພະນັກງານວິຊາການກະສິກຳເທົ່ານັ້ນ, ຍັງໄດ້ສອບຖາມຊາວກະສິກອນກ່ຽວກັບສະເພາບການບົວລະບັດຮັກສາເຄື່ອງປູກຂອງຝັງຢູ່ຕາມທົ່ງນາຕື່ມອີກ, ຍິ່ງໄປກວ່ານັ້ນ, ທ່ານຍັງໄດ້ສະເໜີຂໍ້ຮຽກຮ້ອງໃຫ້ເລັ່ງໃສ່ພັດທະນາກະສິກຳໃຫ້ຫັນເປັນທັນສະໄໝ, ສົ່ງເສີມການພັດທະນາກະສິກຳທີ່ທັນສະໄໝ, ນຳໃຊ້ດິນປູກຝັງໃຫ້ມີປະສິດທິຜົນສູງກວ່າເກົ່າ ເພື່ອບັນລຸເປົ້າໝາຍການປູກຝັງໃນເນື້ອທີ່ໜ້ອຍແຕ່ມີຜົນຜະລິດຫຼາຍ ແລະພັດທະນາແບບຍືນຍົງ.
ວັນທີ 9 ພຶດສະພາປີ2014, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານກະສິກຳຢູ່ຕາແສງຈ່າງຊືເມືອງເວີ້ຍຊື ແຂວງເຫີນານ,ທ່ານໄດ້ລົງທົ່ງນາກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນເຂົ້າເບຼ
ເມື່ອໄດ້ເຫັນການຜະລິດກະສິກຳຈະໄດ້ຮັບຜົນເກັບກ່ຽວທີ່ດີ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມດີໃຈຢ່າງຍິ່ງວ່າ: “ເວົ້າລວມແລ້ວ, ພວກເຮົາລ້ວນແຕ່ເປັນຊາວກະສິກອນ, ຕົ້ນເຂົ້າບາເລເຕີບໃຫຍ່ໄດ້ດີຄືແບບນີ້, ຂ້າພະເຈົ້າກໍຮູ້ສຶກດີໃຈຄືກັນກັບພີ່ນ້ອງຊາວບ້ານ,ຄັນໃຊ້ຄຳເວົ້າທີ່ພີ່ນ້ອງຊາວກະສິກອນມັກເວົ້າກັນກໍຄື: ປີນີ້ຈະໄດ້ມີເຂົ້າໜົມໝານໂຖກິນແລ້ວ.”
ຄວາມຈິງແລ້ວ,ມັນເຫັນໄດ້ບໍ່ຍາກເລີຍວ່າ: ທ່ານສີຈິ້ນຜິງຖະໜອມຫວງແຫນແລະຮັກສາດິນປູກຝັງ, ທີ່ຈິງກໍແມ່ນ ການໃຫ້ຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານເຄີຍກ່າວວ່າ: “ການເຮັດວຽກງານເພື່ອຊີວິດການເປັນຢູ່ຂອງປະຊາຊົນແມ່ນຕ້ອງສຸມໃສ່ບັນຫາຜົນປະໂຫຍດຕົວຈິງທີ່ສຸດ,ໂດຍກົງທີ່ສຸດແລະປະຊາຊົນສົນໃຈທີ່ສຸດ, ສຸມໃສ່ກຸ່ມຄົນທີ່ຕ້ອງການຄວາມເອົາໃຈໃສ່ທີ່ສຸດ, ເຮັດສຳເລັດວຽກໜຶ່ງແລ້ວ ຕ້ອງເຮັດອີກວຽກໜຶ່ງຕໍ່, ແລະເຮັດຢ່າງຕໍ່ເນື່ອງແບບປີຕໍ່ປີ,ບຸກບືນກ້າວເດີນໄປຂ້າງໜ້າຢ່າງບໍ່ລົດລະ.”
ສາຍພົວພັນໂດຍກົງທີ່ສຸດລະຫວ່າງກະສິກຳກັບຊີວິດການເປັນຢູ່ຂອງປະຊາຊົນກໍແມ່ນຮັບປະກັນໃຫ້ປະຊາຊົນມີເນື້ອທີ່ນາເພື່ອປູກຝັງ, ມີເນື້ອທີ່ດິນເພື່ອສັບຊ່າວ. ຜ່ານຈາກການສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນ ແລະສະໜັບສະໜູນຊາວກະສິກອນ, ເຮັດໃຫ້ການດຳເນີນທຸລະກິດດ້ານກະສິກຳມີປະສິດທິຜົນ,ເຮັດໃຫ້ກະສິກຳກາຍເປັນອຸດສາຫະກຳທີ່ມີຄວາມຫວັງ, ທັງໝົດເຫຼົ່ານີ້ແມ່ນບໍ່ສາມາດປາສະຈາກດິນປູກຝັງໄດ້. ນີ້ຄືສາເຫດສຳຄັນທີ່ສຸດທີ່ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງຈິງຈັງຕໍ່ດິນປູກຝັງທຸກຕອນດິນແມ່ນແຕ່ໜ້ອຍດຽວກໍຕາມ.
ຄຳເຫັນ
0