秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນປະຕິບັດຕາມແນວຄິດການຈັດ “ງານກິລາໂອລິມປິກທັງສອງຄັ້ງທີ່ໜ້າເບິ່ງໜ້າຊົມຄືກັນ”

2022-03-01 16:44:23 cri

ຄຽງ​ຄູ່​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ໃກ້​ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ອີກ​ບໍ່​ດົນ, ນັກ​ກິ​ລາ​ຄົນ​ພິ​ການ​ຈາກ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ ​ຕ່າງ​ກໍ​ມີ​ຄວ​າມ​ໃຝ່​ຝັນ​ຂອງ​ຕົນ, ​ໂດຍ​ຈະ​ແຂ່ງ​ຂັນ​ຢ່າງ​ສຸດ​ຂີດ, ທ້າ​ທາຍ​ຂີ​ຈຳ​ກັດ ເຊິ່ງ​ຈະ​ເປັນ​ການ​ສະ​ແດງ​ໃຫ້​ເຫັ​ນ​ເຖິງ​ຈິດ​ໃຈ ແລະ​ສະ​ເໜ່​ຂອງ​ກິ​ລາ, ຄື​ດັ່ງ​ບັນ​ເລງ​ເພງ​ສັນລະ​ເສີນ​ຊີ​ວິດ​ທີ່​ເຕີບ​ໃຫຍ່​ບໍ່​ມີ​ວັນ​ສິ້ນ​ສຸດ.

ບ້ານ​ພັກ​ນັກ​ກິ​ລາ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ເປັນ “ບ້ານ​ພັກ​​ນັກ​ກິ​ລາ”​ຢ່າງ​ແທ້​ຈິງ. ບ້ານ​ພັກ​ນັກ​ກິ​ລາ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວປັກ​ກິ່ງ 2022 ທີ່​ນະ​ຄ​ອນຫຼວງ​ປັກ​ກິ່ງ, ເມືອງ​ຢຽນ​ຊີ້ງ ແລະ​ນະ​ຄອນ​ຈ່າງ​ເຈ່ຍ​ໂຂ ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ກຸມ​ພາ​ທີ່​ຜ່ານ​ມາ​ນີ້. ຕາມ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງບ້ານ​ພັກ​ນັກ​ກິ​ລາ​​ດັ່ງ​ກ່າວ​ໄດ້​ແນະ​ນຳໃຫ້​ຮູ້​ວ່າ: ເພື່​ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຈັດ “ງານ​ກິ​ລາ​ໂອ​ລິມ​ປິກ​ສອງ​ຄັ້ງ ​ໃຫ້ມີ​ຄວາມ​ໜ້າ​ເບິ່ງ​ໜ້າ​ຊົມ​​ຄື​ກັນ” ແລະ​ເຮັດ​ໃຫ້ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ສາ​ມາດຈັດ​ຂຶ້ນ​ຢ່າງ​​ສະ​ດວກ ແລະ​ປອດ​ໄພ, ​ຈຶ່ງ​ໄດ້​ປັບ​ປ່ຽນບ້ານ​ພັກ​ນັກ​ກິ​ລາ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ ​ມາ​ເປັນ​​ບ້ານ​ພັກ​ນັກ​ກິ​ລາງານ​ກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ​ລະ​ດູ​ໜາວ ໂດຍ​ໃຊ້​​ເວ​ລາພຽງ 44 ຊົ່ວ​ໂມງ​ເທົ່າ​ນັ້ນ ຄື​: ເລີ່ມ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 23 ກຸມ​ພາ​ ຫາ​ເວ​ລາ 8 ໂມງ​ຂອງວັນ​ທີ 25 ກຸມ​ພາ​ທີ່​ຜ່ານ​ມາ​ນີ້.

ເພື່ອ​ສ້າງ “ບ້ານພັກ​​ນັກ​ກິ​ລາ” ທີ່​ມີ​ຄວາມ​ປອດ​ໄພ, ອົບ​ອຸ່ນ ແລະ​ຢູ່​ສະ​ບາຍ, ການ​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຈຶ່ງແມ່ນ​ວຽກ​ງານ​ທີ່​​ສຳ​ຄັນ​ທີ່​ສຸດ. ຢູ່​ຕາມ ບ້ານ​ພັກ​ນັກ​ກິ​ລາສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ, ລະ​ບຽງ ແລະ​ໃນເຮືອນ​ແມ່ນ​ປູ​ດ້ວຍ​ແຜ່ນ​ກາ​ໂລ​ກັນ​ມື່ນ, ມື​ຈັບ​ປ່ອງ​ຢ້​ຽມ, ປັກ​ສຽບ​ໄຟ​ຟ້າ, ​ສະ​ວິກ ແລະ​ປຸ່ມ​ກົດ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ ຕ່າງ​ກໍ​​ຖືກ​ຕິດ​ຕັ້ງ​ຢູ່​ບ່ອນ​ຕ່ຳ ເພື່ອ​ຄວາມ​ສະ​ດວກ​ຂອງ​ຄົນ​ພິ​ການ, ຢູ່​ຕາມ​ຫ້ອງ​ນ້ຳ​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ອະ​ນາ​ໄມ ແລະ​ອຸ​ປະ​ກອນ​ອາບ​ນ້ຳ​ທີ່​ສະ​ດວກ, ຢູ່​ຕາມ​ໂຕະ​ກິນ​ເຂົ້າ​ໄດ້​ເພີ່ມ​ລາຍ​ການອາ​ຫານ​ທີ່​ເປັນ​ໜັງ​ສື​ສຳ​ລັບ​ຄົນ​ຕາ​ບອດ. ການ​ຄຸ້ມ​ຄອງ​​ຕ່າງໆ​ໄດ້​ນຳ​ໃຊ້​ລະ​ບົບ​ອັດ​ສະ​ລິ​ຍະ, ການ​ບໍ​ລິ​ການ​ແມ່ນ​ມີ​ຄວາມ​ລະ​ອຽດ​ຮອບ​ຄອບ ແລະ​ການ​ເບິ່ງ​ແຍງ​ດູ​​ແລ​ແມ່ນ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ນັກ​ກິ​ລາ ​ເຊິ່ງ​ຈະ​ເຮັດ​ໃຫ້​ນັກ​ກິ​ລາ​​ຮູ້​ສຶກ​ເຖິງ “ຄວາມ​ອົບ​ອຸ່ນ​​ປານ​ວ່າ​ຢູ່​ໃນ​ເຮືອນ​ຂອງ​ຕົນ​ເອງ”.

ເມື່ອ​ເບິ່ງ​ໃນ​​ໄລ​ຍະ​ຍາວແລ້ວ, ວຽກ​ງານ​ກະ​ກຽມງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວປັກ​ກິ່ງ ທີ່ລວມ​ທັງ​ການ​ສ້າງບ້ານ​ພັກ​ນັກ​ກິ​ລາ​ ກໍ​ເປັນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນ​າ​ວຽກ​ງານ​ຄົນ​ພິ​ການ ແລະ​ຊຸກ​ຍູ້​ການ​ສ້າງ​ສັງ​ຄົມ​​ແບບກວມ​ລວມ. ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວປັກ​ກິ່ງ, ຄ​ວາມ​ເປັນ​ລະ​ບ​ຽບ​ແບບ​ແຜນ, ​ການ​ໃຊ້​ງານ ແລະ​ຄວາມ​ເປັນ​ລະ​ບົບ​ຂອງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆສຳ​ລັບ​ຄົນ​ພິ​ການ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ການ​ກໍ່​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ດ້ານ​ການ​ກິນ​ດື່ມ, ​ການພັກ​ເຊົາ ແລະ​ການ​ປິ່ນ​ປົວ​ພະ​ຍາດຢູ່​ນະ​ຄອນ​ຈ່າງ​ເຈ່ຍ​ໂຂ ໄດ້​ຮັບ​ຜົນ​ສຳ​ເລັດ​ເບື້ອງ​ຕົ້ນ. ​ສາ​ມາດ​ເວົ້າ​ໄດ້​ວ່າ: ການ​ຮັບ​ປະ​ກັນ​ໃຫ້​ຄົນ​ພິ​ການ​ໄດ້​ຮັບ​ສິດ ແລະ​ຜົນ​ປະ​ໂຫຍດ​ທີ່​ສະ​ເໝີ​ພາບ​​ກັ​ນໃນ​ດ້ານ​ກິ​ລາ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ປະ​ກອບ​ອາ​ຊີບ ແລະ​ອື່ນໆ ແລະ​ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ຈະ​ກາຍ​ເປັນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ.

ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ແອນດ​ຣູ ປາ​ສັນ​ສ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິ​ກ​ຄົນ​ພິ​ການ​ສາ​ກົນ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ໃນ​ລະ​ດັບ​ສູງ ຕໍ່ວຽກ​ງານ​ກະ​ກຽມງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງໃນ​ດ້າ​ນ​ຕ່າງໆ ໂດຍ​ກ່າວ​ວ່າ: ວຽກ​ງານ​ບໍ​ລິ​ການ​ຕ່າງໆ​​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​​ສຸມ​ໃສ່ຄວາມ​ລະ​ອຽດ​ຮອບ​ຄອບ ທີ່​​ເຮັດ​ໃຫ້​ນັກ​ກິ​ລາ​ທັງຫຼາຍ​ມີ​ຄວາມ​ຮູ້​ສຶກ​ທີ່​ດີ​ໃນ​ວ​ລາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ພວກ​ເຮົາ​ມີ​ຄວາມຫວັງ​ເປັນ​ຢ່າງ​ຍິ່ງ​ຕໍ່ກັບງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ໃນ​ຄັ້ງ​ນີ້.

ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ 16 ວັນ, ຈີນ​ໄດ້​ຈັດ​ງານ​ກິ​ລາ​ທີ່ງ່າຍ​ດາຍ, ປອດ​ໄພ ແລະ​ໜ້າ​ເບິ່ງ​ໜ້າ​ຊົມ​ໃຫ້​ກັບ​ໂລກ ເຊິ່ງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງກວ້າງ​ຂວາງ​ຈາກ​​ວົງ​ຄະ​ນາ​ຍາດ​ໂອ​ລິມ​ປິກ ກໍ​ຄື​ປະ​ຊາ​ຄົ​ມ​ໂລກ. ໂດຍ​ອີງ​ຕາມ​ເປົ້າ​ໝາຍ​ຂອງ​ການ​ຈັດ “ງານ​ກິ​ລາ​ໂອ​ລິມ​ປິກ​​ທັງສອງ​ຄັ້ງ ​ໃຫ້​ໜ້າ​ເບິ່ງ​ໜ້າ​ຊົມ​ຄື​ກັນ”, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ວ່າ: ຈະ​ສາ​ມາດ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ໄດ້​ຢ່າງ​ໂດດ​ເດັ່ນ ແລະໜ້າ​ເບິ່ງ​ໜ້າ​ຊົມ​ເຊັ່ນ​ກັນ.

ຄຳ​ເຫັນ

0