ພາຍຫຼັງສົງຄາມເຢັນສິ້ນສຸດລົງ, ອາເມຣິກາກໍໄດ້ຕັ້ງໂຕເປັນປະລາມາຈານດ້ານສິດທິມະນຸດ, ປະຊາທິປະໄຕແລະເສລີພາບ, ໄດ້ຊີ້ຕີນຊີ້ມືໃສ່ສິດທິມະນຸດຂອງປະເທດອື່ນເລື້ອຍໆ. ແຕ່ວ່າ, “ບົດລາຍງານກ່ຽວກັບອາເມຣິກາລະເມີດສິດທິມະນຸດປີ 2021” ທີ່ປະເທດຈີນເປີດເຜີຍໃນວັນທີ 28 ກຸມພາແລ້ວນີ້ພັດໄດ້ສະແດງໃຫ້ເຫັນວ່າ: ທີ່ຈິງແລ້ວ, ອາເມຣິກາເປັນ“ຜູ້ທຳລາຍວຽກງານດ້ານສິດທິມະນຸດໃຫຍ່ທີ່ສຸດຂອງໂລກ”.
ບົດລາຍງານໄດ້ລະບຸວ່າ: ອາເມຣິກາມີເຕັກນິກແລະອຸປະກອນການແພດທີ່ທັນສະໄໝທີ່ສຸດໃນໂລກ, ແຕ່ວ່າ, ອາເມຣິກາພັດເປັນປະເທດທີ່ມີຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກ. ປີ 2021, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາເມຣິກາມີເຖິງ 34,51 ລ້ານກໍລະນີ, ມີຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຫຼາຍກວ່າ 4,8 ແສນຄົນ, ຕົວເລກດັ່ງກ່າວຫຼາຍກວ່າປີ 2020 ຢ່າງຫຼວງຫຼາຍ, ຈຳນວນຜູ້ຖືກບົ່ງມະຕິແລະຈຳນວນຜູ້ເສຍຊີວິດລ້ວນແຕ່ເປັນອັນດັບໜຶ່ງຂອງໂລກ, ສົ່ງຜົນເຮັດໃຫ້ການມີອາຍຸຍືນຍາວໂດຍສະເລ່ຍຂອງອາເມຣິກາໄດ້ຫຼຸດລົງ 1,13 ປີ, ນີ້ແມ່ນອັດຕາຫຼຸດລົງຫຼາຍທີ່ສຸດພາຍຫຼັງສົງຄາມໂລກຄັ້ງທີສອງສິ້ນສຸດລົງເປັນຕົ້ນມາ.
ເຫດການຍິງກັນມັກເກີດຂຶ້ນເລື້ອຍໆເຊິ່ງແມ່ນໜຶ່ງໃນມະເຮັງທາງສັງຄົມຂອງອາເມຣິກາທີ່ຮ້າຍແຮງຫຼາຍ, ຕົວເລກທີ່ອົງການ “ສຳຫຼວດອາວຸດຂະໜາດນ້ອຍ” ທີ່ເຊີແນວໄດ້ເປີດເຜີຍແລະສະແດງໃຫ້ເຫັນວ່າ: ປີ 2021, ຢູ່ອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່ 693 ເທື່ອ, ເມື່ອທຽບໃສ່ປີ 2020 ໄດ້ເພີ່ມຂຶ້ນ 10,1%. ເຫດການຍິງກັນທີ່ເກີດຂຶ້ນຢູ່ອາເມຣິກາໄດ້ສົ່ງຜົນເຮັດໃຫ້ປະຊາຊົນຫຼາຍກວ່າ 4,4 ໝື່ນຄົນເສຍຊີວິດ.
ອາເມຣິກາມັກຕັ້ງໂຕເອງເປັນ “ທວນໄຟເຍືອງທາງປະຊາທິປະໄຕ”, ແຕ່ວ່າເວັບໄຊຂອງສະຖາບັນຄົ້ນຄວ້າການເມືອງສາດຄະນະລັດຖະສາດມະຫາວິທະຍາໄລ Harvard ໄດ້ລາຍງານໃນວັນທີ 1 ທັນວາປີ 2021 ວ່າ: ຜົນການຢັ່ງຫາງສຽງປະຊາຊົນອາເມຣິກາແຕ່ອາຍຸ 18 ປີຫາ 29 ປີສະແດງໃຫ້ເຫັນວ່າ, ຜູ້ຕອບແບບສອບຖາມມີພຽງແຕ່ 7% ທີ່ເຫັນວ່າລະບົບປະຊາທິປະໄຕຂອງອາເມຣິກາຍັງເປັນປົກກະຕິ, ຜູ້ຕອບແບບສອບຖາມ 52% ເຫັນວ່າປະຊາທິປະໄຕຂອງອາເມຣິກາ “ຕົກຢູ່ໃນສະພາບຊຸດໂຊມ” ຫຼື “ປະລາໄຊ”.
ເພື່ອຮັກສາຖານະເປັນປະເທດເຈົ້າອຳນາດຂອງໂລກ, ອາເມຣິກາໄດ້ປະຕິບັດລັດທິເຈົ້າອຳນາດ, ລັດທິຝ່າຍດຽວແລະລັດທິແຊກແຊງວຽກງານພາຍໃນຂອງປະເທດອື່ນມາໂດຍຕະຫຼອດ, ໃຊ້ກຳລັງອາວຸດເລື້ອຍໆຈຶ່ງສົ່ງຜົນເຮັດໃຫ້ປະຊາຊົນທີ່ບໍ່ມີໂທດກຳຫຍັງເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ, ແລະມັກລົງໂທດປະເທດອື່ນແຕ່ຝ່າຍດຽວທົ່ວທີບເຊິ່ງພາໃຫ້ເກີດມີວິກິດການມະນຸດສະທຳ. ເວັບໄຊຂອງໜັງສືພິມ “ນິວຢອກທາມສ໌” ໄດ້ລົງພິມບົດລາຍງານໂດຍລະບຸວ່າ: ອາເມຣິກາໂຈມຕີອີຣັກ, ຊີຣີແລະອັຟການີສະຖານທາງອາກາດຕາມລຳພັງໃຈຫຼາຍກວ່າ 5 ໝື່ນຄັ້ງ, ກຳນົດເປົ້າໝາຍໂຈມຕີທີ່ບໍ່ຖືກຕ້ອງ, ສົ່ງຜົນເຮັດໃຫ້ປະຊາຊົນສາມັນທຳມະດານັບເປັນພັນເປັນໝື່ນຄົນເສຍຊີວິດ. ໂຄງການຄົ້ນຄວ້າຂອງໂຮງຮຽນຊັ້ນສູງຂອງອາເມຣິກາກໍ່ໄດ້ສະແດງໃຫ້ເຫັນວ່າ: ທະຫານອາເມຣິກາໄດ້ປະຕິບັດການເຄື່ອນໄຫວທາງການທະຫານຢູ່ອັຟການີສະຖານເປັນໄລຍະເວລາ 20 ປີ, ໄດ້ເຮັດໃຫ້ປະຊາຊົນອັຟການີສະຖານເສຍຊີວິດ 1,74 ແສນຄົນ, ບາດເຈັບ 6 ໝື່ນກວ່າຄົນ, ຫຼາຍກວ່າ 3,5 ລ້ານຄົນກາຍເປັນຄົນຊັດເຊພະເນຈອນ, ມີປະມານ 23 ລ້ານຄົນໄດ້ຜະເຊີນກັບໄພອຶດຫິວທີ່ຮ້າຍແຮງທີ່ສຸດ.
ເລື່ອງຄວາມເປັນຈິ່ງຢ່າງຫຼວງຫຼາຍແລະຕົວເລກທີ່ຄົບຖ້ວນໄດ້ຢືນຢັນໃຫ້ເຫັນວ່າ: ສະພາບສິດທິມະນຸດຂອງອາເມຣິກາໄດ້ຊຸດໂຊມລົງຕື່ມອີກ, ອາເມຣິກາຕັ້ງໂຕເອງເປັນ “ຜູ້ອາລັກຂາສິດທິມະນຸດ” ແຕ່ໄດ້ເຮັດໃຫ້ໂລກເສຍຄວາມເຊື່ອໝັ້ນຢ່າງເຖິງຖອງ, ອາເມຣິກາເອງໄດ້ກາຍເປັນ “ຜູ້ທຳລາຍວຽກງານສິດທິມະນຸດໃຫຍ່ທີ່ສຸດຂອງໂລກ”. ເປັນປະເທດແບບນີ້, ແຕ່ອາເມຣິກາຍັງໄດ້ກົດດັນປະເທດນີ້ແລະລົງໂທດປະເທດນັ້ນດ້ວຍຂໍ້ອ້າງ “ປົກປ້ອງສິດທິມະນຸດ”, ຄວາມຫຼອກລວງແບບນີ້ຂອງອາເມຣິກາໃນທີ່ສຸດກໍຈະປະລາໄຊຢ່າງແນ່ນອນ.
ຄຳເຫັນ
0