陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາບສິດທິມະນຸດຂອງອາເມຣິກາຊຸດໂຊມລົງຕື່ມອີກ

2022-03-02 14:50:58 cri

ສະພາບສິດທິມະນຸດຂອງອາເມຣິກາຊຸດໂຊມລົງຕື່ມອີກ_fororder_W020220301

  ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 1 ມີນານີ້,ທ່ານວ່າງເວີນປິ່ນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບທີ່ກ່ຽວຂ້ອງກັບບົດລາຍງານ ກ່ຽວກັບອາເມຣິກາລະເມີດສິດທິມະນຸດປະຈຳປີ 2021 ທີ່ຈີນເຜີຍແຜ່ຫວ່າງ ມໍ່ໆນີ້.ໃນເວລາຕອບຄຳສອບຖາມຂອງນັກຂ່າວ,ທ່ານໄດ້ຊີ້ໃຫ້ເຫັນວ່າ:ບົດລາຍ ງານສະບັບນີ້ໄດ້ນຳໃຊ້ເລື່ອງຈິງຈຳນວນຫຼວງຫຼາຍແລະຂໍ້ມູນທີ່ລະອຽດໂດຍຊີ້ໃຫ້ເຫັນວ່າ,ສະພາບສິດທິມະນຸດຂອງອາເມຣິກາໄດ້ຊຸດໂຊມລົງຕື່ມອີກ.

 

 ທ່ານວ່າງເວີນປິ່ນຊີ້ໃຫ້ເຫັນວ່າ:ໂສກນາດຕະກຳຕ່າງໆດ້ານສິດທິມະນຸດບໍ່ ພຽງແຕ່ເກີດຂຶ້ນຢູ່ພາຍໃນປະເທດອາເມຣິກາເທົ່ານັ້ນ,ຢູ່ຫຼາຍແຫ່ງທົ່ວໂລກກໍ່ໄດ້ ເກີດໄພພິບັດດ້ານມະນຸດສະທຳຄັ້ງໃໝ່ຍ້ອນການກະທຳຂອງລັດທິເຈົ້າອຳນາດ ລັດທິຝ່າຍດຽວແລະລັດທິແຊກແຊງຂອງອາເມຣິກາ.ຕາມສະຖິຕິ,ອັນທີ່ເອີ້ນວ່າ ສົງຄາມ “ຕ້ານການກໍ່ການຮ້າຍ”ທີ່ອາເມຣິກາກໍ່ຂຶ້ນໃນເກືອບ 20 ປີມານີ້ໄດ້ ເຮັດໃຫ້ປະຊາຊົນຫຼາຍກວ່າ 929.000 ຄົນເສຍຊີວິດ.ດ້ານນຶ່ງອາເມຣິກາມັກຕຳໜິປະເທດອື່ນເລື້ອຍໆໂດຍບໍ່ມີມູນຄວາມຈິງວ່າ:ໄດ້ກັກໂຕແລະບັງຄັບໃຊ້ແຮງງານຕາມລຳພັງ ໃຈ.ດ້ານໜຶ່ງອີກພັດບໍ່ເອີ່ຍເຖິງການທຸບຕີທໍລະມານແລະບັນຫາ “ລະບອບຂ້າທາດຍຸກໃໝ່”ທີ່ເກີດຂຶ້ນເລື້ອຍໆຢູ່ໃນຄຸກຂອງປະເທດອາເມຣິກາ.ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ກາຍເປັນສັກຍາລັກທີ່ອາເມຣິກາຢຽບຫຍ່ຳການປົກຄອງ ຕາມກົດໝາຍແລະລະເມີດສິດທິມະນຸດ.

 

  ທ່ານວ່າງເວິີນປິ່ນກ່າວວ່າ:"ຝ່າຍອາເມຣິກາຄວນກ້າປະເຊີນແລະສຳຫຼວດ ຄືນບັນຫາສິດທິມະນຸດຂອງຕົນ,ປະຖິ້ມພຶດຕິກຳທີ່ຫັນເອົາບັນຫາສິດທິມະນຸດ ເປັນບັນຫາການເມືອງນັ້ນຢ່າງເຖິງຖອງ,ເຮັດວຽກຕົວຈິງເພື່ອປັບປຸງສະພາບ ສິດທິມະນຸດຂອງປະຊາຊົນອາເມຣິກາໃຫ້ດີຢ່າງແທ້ຈິງ,ບໍ່ຄວນໄປທຳລາຍສິດທິ ມະນຸດຂອງປະຊາຊົນປະເທດອື່ນໆອີກ."

ຄຳ​ເຫັນ

0