何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

3 ເດືອນ​ມາ​ນີ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານໄດ້ 1 ລ້ານ 7 ແສນກວ່າເທື່ອ​ຄົນ ແລະ​ຂົນ​ສົ່ງ​ສິນ​ຄ້າ 1ລ້ານ 1 ແສນ​ໂຕນ

2022-03-03 17:23:28 CRI

3 ເດືອນ​ມາ​ນີ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານໄດ້ 1 ລ້ານ 7 ແສນກວ່າເທື່ອ​ຄົນ ແລະ​ຂົນ​ສົ່ງ​ສິນ​ຄ້າ 1ລ້ານ 1 ແສນ​ໂຕນ_fororder_0df3d7ca7bcb0a4627ccff9f5ef40e2d6960afcf

 

ວັນ​ທີ 3 ມີ​ນາ​ນີ້, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​​ໄດ້​ເປີດ​ນຳ​ໃຊ້​ພໍ​ດີ​ຄົບ 3 ເດືອນ​, ​ຕະຫຼອດ​ໄລ​ຍະ​ດັ່ງ​ກ່າວ ໄດ້​ມີ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ທັງ​ໝົດ 1500 ​ຂະ​ບວນ, ໂດຍ​​ໄດ້ຂົນ​ສົ່ງ​ສິນ​ຄ້າ​ໄດ້ 1,1 ລ້ານ​ໂຕນ, ໃນ​ນັ້ນ, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ລະ​ຫວ່າງຈີນ-ລາວ​ມີ 350 ກວ່າຂະ​ບວນ, ໂດຍ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ທັງ​ໝົດຫຼາຍກວ່າ 250.000ໂຕນ, ຕົ້ນ​ທຶນ​ທີ່​ຂົນ​ສົ່ງ​ສິນ​ຄ້າ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ຫານະ​ຄອນ​ຄຸນ​ໝິງ​ຈີນ​ໄດ້ຫຼຸດ​ລົງ 40% - 50%. ໃນ​ຂະ​ນະ​ດຽວ​ກັນ, ຕົ້ນ​ທຶນ​ທີ່​ຂົນ​ສົ່ງ​ສິ​ນ​ຄ້າ​ພາຍ​ໃນ​ປະ​ເທດ​ລາວ​ກໍ່​ໄດ້​ຫຼຸດ​ລົງ 20% - 40%.

 

3 ເດືອນ​ມາ​ນີ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານໄດ້ 1 ລ້ານ 7 ແສນກວ່າເທື່ອ​ຄົນ ແລະ​ຂົນ​ສົ່ງ​ສິນ​ຄ້າ 1ລ້ານ 1 ແສນ​ໂຕນ_fororder_32fa828ba61ea8d3cd741a7fb89dc847241f5893

ນອກ​ນີ້, ຢູ່​ຕາມ​ເສັ້ນ​ທາງ​ລົດ​ໄຟຈີນ​-ລາວຍັງໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ລວມ​ທັງ​ໝົດ 1,7 ລ້ານກວ່າ​ເທື່ອ​ຄົນ, ໃນ​ນັ້ນ, ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ມີ​ເຖິງ 1,55 ລ້ານ​ເທື່ອ​ຄົນ; ຢູ່​ຕອນ​​ທາງປະ​ເທດ​ລາວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ລວມ​ທັງ​ໝົດ​​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານໄດ້ຫຼາຍກວ່າ 150.000 ເທື່ອ​ຄົນ, ໃນ​ມື້​ທີ່​ມີ​ຜູ້​ໂດຍ​ສານຫຼາຍ​ທີ່​ສຸດ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້ 2800 ກວ່າ​ ​ຄົນ.

ຄຳ​ເຫັນ

0