蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​ໄດ້​ໂຍະ​ຍານ​ຄວາມ​ຈຳ​ກັດ​ຂອງ​ການ​ລົງ​ທຶນ​​ຂອງ​ຕ່າງ​ປະ​ເທດ

2022-03-05 11:09:15 CRI

ວັນ​ທີ 4 ມີ​ນາ​ນີ້, ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ເຜີຍ​ແຜ່​ກົດ​ໝ​າຍ​​ສະ​ບັບ​ທີ 11.647 ຂອງ​ສາ​ທາ​ລະ​ນະ​ລັດ​ຟີ​ລິບ​ປິນ ເຊິ່ງ​ແມ່ນ “ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ” ​ຢູ່​ຟີ​ລິບ​ປິນ​ສະ​ບັບ​ດັດ​ແກ້​ຈາກ​ສະ​ບັບ​ປີ 1991. ວັນ​ທີ 2 ມີ​ນາ​ນີ້, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ລົງ​​ນາມໃນ​ດຳ​ລັດ​ໃນ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ ໂດຍ​ໄດ້​ໂຍະ​ຍານ​ຄວາມ​ຈຳ​ກັດ​ຂອງ​ກາ​ນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ.

“ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ”  ສະ​ບັບ​ດັດ​ແກ້ອະ​ນຸ​ຍາດ​ໃຫ້​ບຸ​ກ​ຄົນ​ທີ່​ບໍ່​ແມ່ນ​ພົນ​ລະ​ເມືອງ​ຟີ​ລິບ​ປິນ​ສາ​ມາດ​ຖື​ຫຸ້ນ​ໄດ້ 100% ໃນ​ຂະ​ນະ​ທີ່​​ເຮັດທຸ​ລະ​ກິດ ຫຼື ລົງ​ທຶນ​ຢູ່​ຟີ​ລິບ​ປິນ ແລະ ໄດ້​ໂຍະ​ຍານ​ຂອບ​ເຂດ​ທີ່​ສາ​ມາດ​ລົງ​ທຶນ​ໄດ້; ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ມີ​ສິດ​ຖື​ຫຸ້ນ ຫຼື​ມີ​ກຳ​ມະ​ສິດ​ໃນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍໄດ້ 100%; ອະ​ນຸ​ຍາດ​​ອອກ​ຊີ​ຊາ​ເຮັດ​ວຽກໃຫ້​ນັກ​ວິ​ຊາ​ການ​ແລະ​ຜູ້ຊ່ຽວ​ຊານ​ຕ່າງ​ປະ​ເທດ​ ແລະ ສາ​ມາດ​ເຮັດ​ວຽກ​ຢູ່​ຂະ​ແໜງ​ການ​ທີ່​ບໍ່​ມີ​ການ​ຈຳ​ກັດ​ເປັນ​ພິ​ເສດ​ຈາກ​ກົດ​ໝາຍ.

ຄຳ​ເຫັນ

0