覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດກອງປະຊຸມປະຈຳປີ 2022 ຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງເປັນອົງການອຳນາດສູງສຸດແຫ່ງຊາດຈີນ

2022-03-05 10:26:51 cri

ເປີດກອງປະຊຸມປະຈຳປີ 2022 ຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງເປັນອົງການອຳນາດສູງສຸດແຫ່ງຊາດຈີນ_fororder_人大开幕1
 

 ກອງປະຊຸມຄັ້ງທີ5ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ໄຂຂຶ້ນຢູ່ນະ ຄອນຫຼວງປັກກິ່ງໃນວັນທີ 5 ມີນານີ້. ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະຜູ້ນຳພັກແລະລັດຖະບານຈີນທ່ານອື່ນໆພ້ອມດ້ວຍຜູ້ແທນສະພາປະຊາຊົນແຫ່ງຊາດຈີນເກືອບ 3.000 ຄົນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມ.

 

ເປີດກອງປະຊຸມປະຈຳປີ 2022 ຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງເປັນອົງການອຳນາດສູງສຸດແຫ່ງຊາດຈີນ_fororder_人大开幕2
 

   ຕາມວາລະກອງປະຊຸມ, ກອງປະຊຸມຈະຄົ້ນຄວ້າພິຈາລະນາບົດ ລາຍງານວຽກງານຂອງລັດຖະບານ, ກຳນົດໜ້າທີ່ເປົ້າໝາຍຕົ້ນຕໍຂອງການ ພັດທະນາເສດຖະກິດສັງຄົມຂອງຈີນແລະ ທິດທາງຍຸດທະສາດໃນການບໍລິຫານປະເທດ ຂອງລັດຖະບານຈີນໃນປີ2022. ສຳລັບບົດລາຍງານແຜນງານວ່າດ້ວຍບັນຫາ ສຳຄັນຂອງຊາດແລະຊີວິດການເປັນຢູ່ຂອງປະຊາຊົນ ແລະບົດລາຍງານງົບປະ ມານແຫ່ງຊາດນັ້ນກໍຈະຖືກຍື່ນໃຫ້ທີ່ປະຊຸມນຳໄປຄົ້ນຄວ້າພິຈາລະນາໃນພິທີເປີດກອງປະຊຸມໃນວັນທີ 5 ມີນານີ້.
 

ເປີດກອງປະຊຸມປະຈຳປີ 2022 ຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງເປັນອົງການອຳນາດສູງສຸດແຫ່ງຊາດຈີນ_fororder_人大开幕3
 

 ທີ່ປະຊຸມຍັງຈະຄົ້ນຄວ້າພິຈາລະນາຮ່າງກົດໝາຍວ່າດ້ວຍການຈັດຕັ້ງ ຂອງສະພາປະຊາຊົນທ້ອງຖິ່ນທຸກຂັ້ນແລະອົງການປົກຄອງທ້ອງຖິ່ນທຸກຂັ້ນສະບັບປັບປຸງ, ປັບປຸງການຈັດຕັ້ງຂອງອົງການປົກຄອງທ້ອງຖິ່ນໃຫ້ສົມບູນຂຶ້ນຕື່ມອີກ, ຮັບປະກັນໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ. ໃນຖານະເປັນກອງປະຊຸມປະຈຳປີ ມ້ວນທ້າຍຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13, ທີ່ປະຊຸມຍັງຈະຄົ້ນຄວ້າພິຈາລະນາຮ່າງຍັດຕິວ່າດ້ວຍຈຳນວນຜູ້ແທນແລະການເລືອກຕັ້ງຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ ແລະຮ່າງຍັດຕິວ່າດ້ວຍວິທີການ ເລືອກຕັ້ງຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ຂອງເຂດບໍລິຫານພິເສດຮົງກົງແລະເຂດບໍລິຫານພິເສດມາກາວ, ກຳນົດຢ່າງຈະແຈ້ງກ່ຽວກັບຈຳນວນ, ໂຄງປະກອບຂອງຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ພ້ອມດ້ວຍເວລາຂອງການເລືອກຕັ້ງແລະອື່ນໆ.
 

 ໃນທ້າຍປີ 2022 ນີ້, ພັກຄອມມູນິດຈີນຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຄັ້ງທີ 20, ເພື່ອສະຫຼຸບວຽກງານໃນໄລຍະ 5 ປີຜ່ານມາແລະວາງແຜນພັດທະນາປະເທດຊາດໃນໄລຍະຕໍ່ໜ້າ. ປະເທດຈີນຈະຊຸກຍູ້ການພັດທະນາເສດຖະກິດສັງຄົມແນວໃດໃນການເປີດຂະບວນການໃໝ່ແຫ່ງການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານນັ້ນ ເປັນທີ່ສົນໃຈຈາກຄົນທັງຫຼາຍ.

ຄຳ​ເຫັນ

0