徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ລາຍ​ງານ ​​ຝຸ່ນ​ລະອອງ​ໃນ​ອາ​ກາດ-ວ່າ​ດ້ວຍ​ການກໍາຈັດມົນລະພິດ

2022-03-06 21:51:45 cri

 

ຍັງອີກ​ເທົ່າ​ໃດ​ມື້ ກໍຈະ​ບໍ່​ໄດ້​ໃຊ້ເຄື່ອງ​ຟອກ​ອາ​ກາດ​ໃນ​ເຮືອນ​ຂອງ​​ທ່ານ​ແລ້ວ?

ມັນຈະ​ຖືກ​ປະໄວ້​ຢູ່​ແຈ​ໃດ​ແຈ​ໜຶ່ງ​ແລ້ວ​ບໍ່?

ເມື່ອ​ການ​ນໍາໃຊ້​ເຄື່ອງໄຟຟ້າ​ຫຼຸດ​ໜ້ອຍ​ລົງແລ້ວ, ຄົນ​ຊື້​ເຄື່ອງໄຟຟ້າ​ກໍຫຼຸດ​ໜ້ອຍລົງ, ຜູ້​ຂາຍ​ກໍ​​ຫຼຸດ​ໜ້ອຍ​​ເຊັ່ນ​ກັນ.

ພວ​ກ​ເຮົາ​ມາ​ປຽບ​ທຽບ​ຕົວ​ເລກ​ດັ່ງ​ລຸ່ມ​ນີ້:

ປີ 2017, ປະ​ລິ​ມານ​ການ​ຈຳ​ໜ່າຍ​ເຄື່ອງ​ຟອກ​ອາ​ກາດ​ມີ​ເຖິງ 7,25 ລ້ານ​ເຄື່ອງ

ຮອດ​ປີ 2021 ຕົວ​ເລກ​ດັ່ງ​ກ່າວ​ເກືອບ​ໄດ້ຫຼຸດ​ລົງ​ເຄິ່ງ​ໜຶ່ງ

ຕະ​ຫຼາດ​ເຄື່ອງ​ຟອກ​ອາ​ກາດ​ໄດ້​ຜ່ານ​ຫຼາຍ​ໄລ​ຍະ​ເຊັ່ນ ການ​ເຕີບ​ໂຕ​ທີ່​ວ່ອງ​ໄວ, ການ​ແຂ່ງ​ຂັນ​ໃນ​ຂະ​ແໜງ​ການ​ ແລະ​ການ​ຫັນ​ປ່ຽນ​ດ້ານ​ຄວາມ​ຕ້ອງ​ການ​ເປັນ​ຕົ້ນ.

ປັດ​ຈຸ​ບັນ, ປະ​ຊາ​ຊົນ​ໃສ່​ໃຈ​ການກຳ​ຈັດ Formaldehyde, ຂ້າເຊື້ອ, ມົນລະພິດທາງສຽງ ​ແລະ​ສະ​ມັດ​ຖະ​ພາບອື່ນໆ​ຂອງ​ເຄື່ອງ​ຟອກ​ອາ​ກາດ

ສ່ວນ​ການ​ກຳ​ຈັດ PM2.5  ທີ່​ສົນໃຈ​ກັນ​ໃນ​ເມື່ອ​ກ່ອນ​ເປັນ​ຫຍັງ​ບໍ່​ໄດ້​ຮັບ​ຄວາມ​ສົນໃຈກັນ​ຫຼາຍ​ຄື​ເກົ່າ​ແລ້ວ?

ພວກ​ເຮົາ​ສາ​ມາດ​ຕອບ​ຄຳ​ຖາມ​ດັ່ງ​ກ່າວ​ໄດ້ ​ໂດຍ​​ຜ່ານ​ການ​ວິ​ເຄາະຮູບ​ພາບ​ທີ່​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຖ່າຍ​​ຫັ້ນ

ທ້ອງ​ຟ້າ​​ນັບ​ມື້​ນັບສົດໃສຂຶ້ນ. ສະ​ນັ້ນ, ​ຄວາມ​ຕ້ອງ​ການ​ຕໍ່​ເຄື່ອງ​ຟອກ​ອາ​ກາດ​ກໍ​ໄດ້​ຫຼຸດ​ໜ້ອຍ​ລົງ​ແລ້ວ.

ມາ​ປຽບ​ທຽບ​ຕົວ​ເລກ​ສອງ​ຊຸດ​ດັ່ງ​ລຸ່ມ​ນີ້:

ປີ 2021, ມື້​ທີ່​ມີ​ອາ​ກາດ​ດີ​ຂອງ​ຕົວ​ເມືອງ​ຂັ້ນ​ທ້ອງ​ຖິ່ນ​ ແລະ​ຂັ້ນ​ຂຶ້ນ​ໄປໃນທົ່ວປະເທດຈີນ​ຢູ່​ທີ່ 87,5%;

ຄວາມເຂັ້ມ​ຂຸ້ນ​ຂອງ PM2.5 ຈາກ 42 ມາຍ​ໂຄ​ຣກ​ລາມ​ຕໍ່​ແມັດ​ກ້ອນ​ໃນ​ປີ 2016 ຫຼຸດ​ລົງມາເປັນ 30 ມາຍ​ໂຄ​ຣ​ກ​ລາມ​ຕໍ່​ແມັດ​ກ້ອນ​.

ແຕ່​ປີ 2013 ຫາ​ປີ 2021, ຄວາມເຂັ້ມ​ຂຸ້ນຂອງ PM2.5 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຈາກ 89,5 ມາຍ​ໂຄ​ຣ​ກ​ລາມ​ຕໍ່​ແມັດ​ກ້ອນ ​ຫຼຸດ​ລົງ​ມາເປັນ 33 ມາຍ​ໂຄ​ຣ​ກ​ລາມ​ຕໍ່​ແມັດ​ກ້ອນ​, ມື້​ທີ່​ເປັນ​ມົນ​ລະ​ພິດ​ໜັກ​ໜ່ວງ​ໃນ​ໝົດ​ປີ​ໄດ້​ຫຼຸ​ດ​ລົງ​ຈາກ 58 ວັນ ມາ​ເປັນ 8 ວັນ

 

ການ​ປ່ຽນ​ແປງ​ໝົດ​ທຸກ​ຢ່າງ​ໄດ້​ມີ​ແຫຼ່ງ​​ກຳ​ເນີດ​ຈາກ “ສົງ​ຄາມ​ປ້ອງ​ກັນ​ທ້ອງ​ຟ້າ​ແຈ່ມ​ໃສ” ທີ່ມະ​ຫາ​ສານ ​ແລະ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ບັ້ນ​ໜຶ່ງ.

ເລີ່ມ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ​ຈີນ​ໄດ້​ວາງ​ນະ​ໂຍ​ບາຍ ​ແລະ​ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ບຳ​ບັດ​ດິນ​ຟ້າ​ອາ​ກາດອອກມາ​ຕິດ​ກັນ.

ແຫ່ງ​ຕ່າງ​ໆ​ຢູ່​ທົ່ວ​ປະ​ເທດ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ​ ເຊັ່ນ ຍ້າຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງອຸດສະຫະກໍາໜັກ​ທີ່​ເປັນ​ມົນ​ລະ​ພິດ​, ປິດ​ ແລະຍົກ​ເລີກ​ທໍ່​ລະ​ບາຍ​ສິ່ງ​ທີ່ເປັນມົນ​ລະ​ພິດ​ແລະ​ອື່ນໆ

ຮອດ​ປີ 2020, ຄຸນ​ນະ​ພາບ​ອາ​ກາດ​ຢູ່​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ໂດຍ​ລວມ, ມື້​ທີ່​ມີ​ອາ​ກາດ​ດີ​ຂອງ​ຕົວ​ເມືອງ​ຂັ້ນ​ທ້ອງ​ຖິ່ນ ​ແລະ​ຂັ້ນ​ຂຶ້ນ​ໄປ​ເປັນ 87%

ປະ​ລິ​ມານທໍ່​ຄວັນ​ໄດ້​ຫຼຸດ​ໜ້ອຍ​ລົງ​ແລ້ວ, ພະລັງໄຟ​ຟ້າ​ແສງ​ຕາ​ເວັນ​ ແລະ​ໂຮງ​ໄຟ​ຟ້າ​​ສາຍລົມ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​, ໂຮງ​ງານ​ເກົ່າ​ຫຼາຍ​ແຫ່ງ​ໄດ້​ມີ​ຊີ​ວິດ​ຊີ​ວາ​ຫຼາຍ​ຂຶ້ນ​ໂດຍ​ຜ່ານ​ຮູບ​ແບບ​ໃໝ່

 

​ຜົນສໍາເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ບຳ​ບັດ​ດິນ​ຟ້າ​ອາ​ກາດ​​ ໄດ້​ກາຍເປັນ​ບົດ​ຮຽນ​ຕໍ່​ໂລກ​ ເຊິ່ງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ຫຼາຍ​ຝ່າຍ.

ທ່ານຖູ​ຣຸ້ຍ​ເຫີ ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ວາງ​ແຜນ​ສິ່ງ​ແວດ​ລ້ອມ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ(UNEP) ກ່າວ​ວ່າ: ​ພວກ​ເຮົາ​ສາ​ມາດ​ແລກ​ປ່ຽນບົດ​ຮຽນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ກັບ​ປະ​ເທດ​ອື່ນ,​ ພ້ອ​ມ​ທັງໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ໂລກ​​ສີ​ຂຽວ​ອີກ​ດ້ວຍ.

ສຳ​ນັກ​ຂ່າວ​ສານອາ​ເປ(AP)ກໍກ່າວວ່າ: ດິນ​ຟ້າ​ອາ​ກາດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຈາກໜ້າມື​ເປັນ​ຫຼັງ​ມື​ເມື່ອ​ທຽບ​ກັບ 10 ປີ​ກ່ອນ

ເວ​ທີ​ເປິກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກກ່າວວ່າ: ການ​ກະ​ທຳ​ຂອງ​ຈີນ​ທີ່​ມີ​ຕໍ່​​ມົນ​ລະ​ພິດອາກາດ​​ນັ້ນ ມີຜົນ​ດີ​ຕໍ່​ຄວາມ​ໝັ້ນ​ໃຈ​ຂອງ​​ມວນມະ​ນຸດ​ ໃນການ​ສ້າງ​ໂລກສີຂຽວ​ຄືນ​ໃໝ່ໃນອະ​ນາ​ຄົດ​.

 

ຫວ່າງ​ມໍ່ໆ​ມາ​ນີ້, ກະ​ຊວງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຈີນ​ໄດ້​ຖະ​ແຫຼງວ່າ:

ປີ 2021, ຈີ​ນ​ໄດ້​​ສຳ​ເລັດເປົ້າ​ໝາຍ​ດັດ​ຊະ​ນີ ​ທີ່​ມີ​ລັກ​ສະ​ນະ​ຈຳ​ກັດ 8 ຂໍ້​ໃນ​ຂົງ​ເຂດລະບົບ​​ນິ​ເວດ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ​ຢ່າງ​ສະ​ດວກ, ຄຸນ​ນະ​ພາບ​ສິ່ງ​ແວດ​ລ້ອມ​​ຢູ່​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ອາດ​ເວົ້າ​ໄດ້​ວ່າ, ນີ້​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ສຳ​ລັບ​ການ​ບຳ​ບັດ​ລະບົບ​ນິ​ເວດ​ຂອງ​ແຜນ​ການ 5 ປີຄັ້ງ​ທີ 14.

 

ເຖິງວ່າ​ຄຸນ​ນະ​ພາບ​ອາ​ກາດ​ໃນ​ປັດ​ຈຸ​ບັນໄດ້​ຮັບ​ການ​ພັດ​ທະ​ນາໄປໃນ​ທາງ​ດີ​​ແລະ​ປັບ​ປຸງ​ໃຫ້​ດີ​ຂຶ້ນຢ່າງ​ໝັ້ນ​ທ່ຽງ​ກໍຕາມ, ແຕ່​ຖ້າ​ຢາກ​ຮັກ​ສາ​ສະ​ພາບ​ນີ້​ຢ່າງ​ຕໍ່​ເນື່ອງ ​ຍັງຕ້ອງ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ, “ສົງ​ຄາມ​ປ້ອງ​ກັນ​ທ້ອງ​ຟ້າ​ແຈ່ມ​ໃສ” ກໍຈະ​ສືບ​ຕໍ່ ແລະ​ດຳ​ເນີນການຕໍ່​ໄປ.

 

ສີ​ຂຽວ, ກາກບອນ​ດີ​ອອກ​ຊິດ​ຕ່ຳ, ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມ​ມີ​ຄວາມ​ສວຍ​ສົດ​ງົດ​ງາມກວ່າ​ເກົ່າ.

ມື້​ນີ້, ທ່ານ​ໄດ້ເຮັດໃຫ້​ກາກບອນ​ດີ​ອອ​ກ​ຊິດ​ຕ່ຳລົງ​ແລ້ວ​ບໍ່?

 

 

ຄຳ​ເຫັນ

0