何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ເລ​ຂາ​ທິ​ການ​ໃຫຍ່ກອງ​ເລ​ຂາ​ອາ​ຊຽນ: ການ​ບັງ​ເກີດ​ຜົນ​ບັງ​ຄັບ​ໃຊ້ຂອງRCEP ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ຢ່າ​ງ​ເລິກ​ເຊິ່ງ

2022-03-06 13:19:44 CRI

ຮອງ​ເລ​ຂາ​ທິ​ການ​ໃຫຍ່ກອງ​ເລ​ຂາ​ອາ​ຊຽນ: ການ​ບັງ​ເກີດ​ຜົນ​ບັງ​ຄັບ​ໃຊ້ຂອງRCEP ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ຢ່າ​ງ​ເລິກ​ເຊິ່ງ_fororder_微信图片_20220306103151

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ຊັດ​ວິນ​ເດີ ຊິງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຂົງ​ເຂດ​ເສດ​ຖະ​ກິດ​ຂອງກອງ​ເລ​ຂາ​ອາ​ຊຽນ​​ໄດ້ກ່າວ​ວ່າ, ການ​ບັງ​ເກີດ​ຜົ​ນ​ບັງ​ຄັບ​ໃຊ້​ຂອງ “ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ” ຫຼື RCEP ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ, ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ຕ້ານ​ລັດ​ທິ​ປົກ​ປ້ອງ​ດ້ານ​ການ​ຄ້າ, ແລະ ຍົກ​ສູງ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ຟື້ນ​​ຕົວ​ຂອງ​ເສດ​ຖະ​ກິດ​ຂອງ​ໂລກ.

ທ່ານ ຊັດ​ວິນ​ເດີ ຊິງ​ກ່າວ​ວ່າ, ສັນ​ຍາ RCEP ແມ່ນ​ໜຶ່ງ​ໃນ​ສັນ​ຍາ​ວ່າ​ດ້ວຍ​ເຂດ​ການ​ຄ້າ​ເສ​ລີ​ທີ່​ມີ​ລັກ​ສະ​ນະ​ຮອບ​ດ້ານ, ທັນ​ສະ​ໄໝ ມີ​ຄຸນ​ນະ​ພາບ​ສູງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ​ໃນ​ໂລກ. ປະ​ເທດ​ພາ​ຄີ​ໃນ ສັນ​ຍາ RCEP​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ສັນ​ຍາ​ດັ່ງ​ກ່າວ​ເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​ຕ​າມ​ເວ​ລາ​ກຳ​ນົດ, ເຊິ່ງ​ໄດ້​ສົ່ງ​ສັນ​ຍານ​ທີ່​ແຮງ​ກ້າ​ທີ່​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ ແລະ ຮັກ​ສາ​ໂຄງ​ປະ​ກອບ​ການ​ຄ້າຫຼາຍຝ່າຍ.

ທ່ານ​ກ່າວ​ຕື່ມ​ວ່າ, ບັນ​ດາ​ປະ​ເທດ​ອາ​ຊຽນ​ລ້ວນ​ແຕ່​ມີ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ດີ​ກັບ​ປະ​ເທດ​ຈີນ. ປັດ​ຈຸ​ບັນ​ນີ້ ເມື່ອ​ມີ​ການ​ຊ່ວຍ​ຊຸກ​ຍູ້​ຂອງ​ສັນ​ຍາ RCEP, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ມີ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ. ໃນ​​ການ​ຮ່ວມ​ມື​ໃນຂົງ​ເຂດ​​ໃໝ່​ຕ່າງໆ, ເຊັ່ນ: ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ຈົນ​ຮອດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ເສດ​ຖະ​ກິດ​ສີ​ຂຽວ​ນັ້ນ, ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລື​ ແລະ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ, ນີ້​ກໍ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ. ຫວັງ​ວ່າ ຈີນ​ແລະ ອາ​ຊຽນ​ຈະ​ບັນ​ລຸ​ສັນ​ຍາ​ທີ່​ມີ​ລັກ​ສະ​ນະ​ຮອບ​ດ້ານກວ່າ​ເກົ່າ ມີ​ບົດ​ບາດຫຼາຍກວ່​າ​ເກົ່າ ແລະ ມີ​ລັກ​ສະ​ນະ​ກວມ​ລວມກວ່າ​ເກົ່າ​ໃນ​ອະ​ນາ​ຄົດ. ນີ້​ຈະ​ເຮັດ​ໃຫ້​ຈີນ​ ແລະ​ອາ​ຊຽນ​ຕິດ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ແລະ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຝ່າຍ.

ຄຳ​ເຫັນ

0