何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປັບ​ປຸງ​ພື້ນ​ຖານ​ແນວ​ຄິດ​ຂອງ​ປະ​ຊາ​ຄົມ​ປະ​ຊາ​ຊາດ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ

2022-03-06 13:13:40 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປັບ​ປຸງ​ພື້ນ​ຖານ​ແນວ​ຄິດ​ຂອງ​ປະ​ຊາ​ຄົມ​ປະ​ຊາ​ຊາດ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ_fororder_1128441987_16464910471511n

    ຕອນ​ບ່າຍ​ວັນ​ທີ 5 ມີ​ນາ​ນີ້, ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ເຂດ​ມົງ​ໂກ​ໃນທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5​ຊຸດ​ທີ 13, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຊົນ​ເຜົ່າ​ຕ່າງໆ​ແມ່ນ​ເສັ້ນ​ຊີ​ວິດ​​ສຳ​ລັບ​​ປະ​ຊາ​ຊົນ​ບັນ​ດາ​ເຜົ່າຂອງ​ປະ​ເທດ​ຈີນ, ສະ​ຕິ​ປະ​ຊາ​ຄົມ​ປະ​ຊາ​ຊາດ​ຈີນ​ແມ່ນ​ພື້ນ​ຖານ​ແຫ່ງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຊົນ​ເຜົ່າ. ຕ້ອງ​ກຳ​ແໜ້ນ​ສາຍຫຼັກ​ທີ່​ສ້າງ​ສະ​ຕິ​ປະ​ຊາ​ຄົມ​ປະ​ຊາ​ຊາດ​ຈີນ​ໃຫ້​ແໜ້ນ​ແກ່ນ, ລົງ​ເລິກ​ການ​ສຶກ​ສາ​ອົບ​ຮົມ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ກ້າວ​ໜ້າ​ຂອງ​ຊົນ​ເຜົ່າ, ​ຊີ້​ນຳ​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ້າງ​ສະ​ຕິ​ປະ​ຊາ​ຄົມ​ທີ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ຮ່ວມ​ທຸກ​ຮ່ວມ​ສຸກ, ຮ່ວມ​ເປັນ​ຮ່ວມ​ຕາຍ ແລະ ​ຮ່ວມ​ຊາ​ຕາ​ກຳ​​ນັ້ນ​ໃຫ້​ແໜ້ນ, ປັບ​ປຸງ ພື້ນ​ຖານ​ແນວ​ຄິດ​ຂອງ​ປະ​ຊາ​ຄົມ​ປະ​ຊາ​ຊາດ​ຈີນໃຫ້​ໝັ້ນ​ຄົງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສາ​ມັກ​ຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວົງ​ຄະ​ນາ​ຍາດ​ໃຫຍ່​ແຫ່ງ​ປະ​ຊາ​ຊາດ​ຈີນ, ຮ່ວມ​ກັນ​ສ້າງ​ສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່, ຮ່ວມ​ກັນ​ສ້າງ​ຊີ​ວິດ​ທີ່​ດີ​ງາມ, ອອກ​ແຮງ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ດ້ານ​ເສດ​ຖະ​ກິດ​ທີ່​ໝັ້ນ​ທ່ຽງ ແລະ ປອດ​ໃສ, ສະ​ພາບ​ແວດ​ລ້ອມ​ທາງ​ສັງ​ຄົມ​ທີ່​ມີ​ຄວາມ​ໝັ້ນ​ຄົງ ແລະ ມີຄວາມ​ສະ​ຫງົບ, ສະ​ພາ​ບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ທີ່​ບໍ​ລິ​ສຸດ​ຂາວ​ສະ​ອາດ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ຕ້ອນ​ຮັບ​ການ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ຄັ້ງ​ທີ 20 ຢ່າງ​ມີ​ໄຊ.

 

ຄຳ​ເຫັນ

0