赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສອງ​ສະ​ພາ​ເປັນ​ເຫດ​ການ​​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ ສ​ປ ຈີນ

2022-03-08 17:57:12 cri

 ທ່ານ​ນາງ​ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ປ ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ໂອ​ກາດ​ທີ່ກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13 ແລະ ກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ຫຼືເອີ້ນວ່າກອງປະຊຸມສອງສະພາທີ່​ພວມ​ດຳ​ເນີນ​​ວຽກ​ງານຢູ່​ໃນ​ປັດ​ຈຸ​ບັນ​ນີ້​ວ່າ:ຂ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມ ແລະຕິດຕາມກອງປະຊຸມສອງສະພາແຫ່ງຊາດຈີນເປັນຄັ້ງທີ 3 ຕິດຕໍ່ກັນ ເຊິ່ງ​ເປັນກອງປະຊຸມສອງສະພາແຫ່ງຊາດຈີນ​ທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເນື່ອງ​ຈາກເປັນການເປີດກອງປະຊຸມສອງ​ສະ​ພາ​ແຫ່ງ​ຊາດພາຍຫຼັງການສະເຫຼີມສະຫຼອງ​ວັນສ້າງຕັ້ງພັກກອມມູນິດຈີນຄົບ ຮອບ 100 ປີໃນ​ປີ​ກາຍ​ນີ້ ພ້ອມທັງເປັນການຄຳນັບຮັບຕ້ອນແລະກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນໃນທ້າຍປີ 2022 ນີ້. 

 ທ່ານ​ທູດ​ລາວ​ມີ​ຄຳ​ເຫັນ​ຕື່ມ​ວ່າ:ກອງປະຊຸມສອງ​ສະ​ພາ​ແຫ່ງ​ຊາດ​ຂອງ​ຈີນ​​ໃນປີນີ້ ເປັນການສະຫຼຸບການປະຕິບັດວຽກງານຕ່າງໆຂອງລັດຖະບານຈີນ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ​ຊາດ 5 ປີ ຄັ້ງທີ 15 ແລະວິໄສທັດ 2035 ພ້ອມ​ທັງເປັນໂອກາດອັນດີໃຫ້ແກ່ພວກເຮົາໃນການສຶກສາ ແລະຖອດຖອນບົດຮຽນດ້ານວຽກງານພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ກໍ່ຄືການສ້າງສາພັດທະນາປະ​ເທດ​ຊາດຈີນ ໃຫ້ບັນລຸເປົ້າໝາຍສ້າງສັງຄົມນິຍົມຕາມສີສັນຈີນທີ່ທັນສະໄໝ, ເຂັ້ມແຂງ, ມີປະຊາທິປະ ໄຕ, ຄວາມສີວິໄລ, ປອງດອງ ແລະສວຍງາມ.

 ໃນໂອກາດນີ້, ທ່ານ​ທູດ​ລາວ​ປະ​ຈຳ​ປະ​ເທດ​ຈີນ​ຍັງ​ໄດ້ອວຍພອນໃຫ້ກອງປະຊຸມສອງສະ ພາແຫ່ງຊາດຂ​ອງຈີນໃນປີນີ້ ຈົ່ງປະສົບຜົນສໍາເລັດ​ຕາມ​ຈຸດ​ປະ​ສົງ​ແລະລະດັບ​ຄາດ​ໝາຍ​ທີ່​ວາງ​ໄວ້​ທຸກ​ປະ​ການ.

ຄຳ​ເຫັນ

0