蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເປີດ​ນຳ​ໃຊ້​​ໂຮງ​ໝໍ​ແຂວງຕະ​ບອງ​ຄະ​ມຸມ​ທີ່​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ

2022-03-08 14:12:51 CRI

​ເປີດ​ນຳ​ໃຊ້​​ໂຮງ​ໝໍ​ແຂວງຕະ​ບອງ​ຄະ​ມຸມ​ທີ່​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ_fororder_1

     ວັນ​ທີ 7 ມີ​ນານີ້, ໂຄງ​ການ​ໂຮງ​ໝໍ​ແຂວງ​ຕະ​ບອງ​ຄະ​ມຸມ​ທີ່​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ໄດ້ຈັດ​ພິ​ທີ​​ເປີດ​ນຳ​ໃຊ້ຢ່າງ​ເປັນ​ທາງ​ການແລ້ວ, ທ່ານ​ຮຸນ​ເຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ແລະ​ທ່ານ​ວາງ​ເວີນ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

     ໂຄງ​ການໂຮງ​ໝໍ​ແຂວງ​ຕະ​ບອງ​ຄະ​ມຸມທີ່​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ແມ່ນ​ຮັບ​ເໝົາ​ກໍ່​ສ້າງ​ໂດຍກຸ່​ມ​ບໍ​ລິ​ສັດກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ ເຊິ່ງ​ຕັ້ງ​ຢູ່​ເຂດ​ໃໝ່​ຂອງແຂວງ​ຕະ​ບອງຄະ​ມຸມ. ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ເລີ່ມ​ລົງ​ມືກໍ່​ສ້າງ​ໃນ​ວັນ​ທີ 1 ມີ​ນາ​ປີ 2019, ມີເນື້ອ​ທີ່​ກໍ່​ສ້າງ​ທັງ​ໝົດ 24.000 ຕາ​ແມັດ. ໂຮງ​ໝໍ​ດັ່ງ​ກ່າວ​​ແມ່ນ​ໂຮງ​ໝໍ​ຂະ​ໜາດ 300 ຕຽງ, ເປັນ​ໂຮງ​ໝໍ​ສັງ​ລວມທັນ​ສະ​ໄໝ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ມີລະ​ດັບ​ການ​ປິ່ນ​ປົວ​ສູງ​ທີ່​ສຸດຢູ່​ແຂວງ​ຕະ​ບອງ​ຄະ​ມຸມ, ແລະ​ຈະ​ເປັນ​ໂຮງ​ໝໍ​ໃຈ​ກາງສຳ​ຄັນ​ທີ່​ຮັບ​ໃຊ້​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ເໜືອ​ຂອງ​ກຳ​ປູ​ເຈຍ.

     ໃນ​ພິ​ທີ​ເປີດນຳ​ໃຊ້, ທ່ານ​ຮຸນ​ເຊນ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ໃຫ້​ການຊ່ວຍ​ເຫຼືອຢ່າງໃຫຍ່​ຫຼວງແກ່​ການ​ພັດ​ທະ​ນາ​ວຽກ​ງານສາ​ທາ​ລະ​ນະ​ສຸກຂອງ​ກຳ​ປູ​ເຈຍ.

​ເປີດ​ນຳ​ໃຊ້​​ໂຮງ​ໝໍ​ແຂວງຕະ​ບອງ​ຄະ​ມຸມ​ທີ່​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ_fororder_2

​ເປີດ​ນຳ​ໃຊ້​​ໂຮງ​ໝໍ​ແຂວງຕະ​ບອງ​ຄະ​ມຸມ​ທີ່​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ_fororder_3

 

ຄຳ​ເຫັນ

0