赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທູດ​ລາວ​ປະ​ຈຳ​ຈີນ​ຕີ​ລາ​ຄາ​ສູງ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ປັກ​ກິ່ງ 2022

2022-03-08 17:55:38 cri

 ໃນ​ໂອກາດ​ທີ່ ສ​ປ ​ຈີນ ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ລະ​ຫວ່າງວັນ​ທີ 4 – 13 ມິ​ນາ 2022 ນີ້, ທ່ານ​ນາງ​ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ປ ຈີນ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ຢູ່​ປັກ​ກິ່ງ​ໃນ​ປີ 2022 ຂອງ​ຈີນ, ເຊິ່ງ​ເປັນ​ເຫ​ດ​ການ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ຂອງວົງ​ການ​ກິ​ລາ ສ​ປ ຈີນ. ທ່ານ​ທູດ​ລາວ​ເຊື່ອ​ໝັ້ນ​ວ່າ:ງານ​ກິ​ລາ​ຄັ້ງ​ນີ້​ຈະ​ເປັນ​ງານ​ກິ​ລາ​ທີ່​ມີ​ຄວາມໝາຍ​ພິ​ເສດ​ໃນ​ກາ​ນ​ສົ່ງ​ເສີມ​ມິດ​ຕະ​ພາບ,ສັນ​ຕິ​ພາບ​ແລະ​ການ​ຮ່ວມ​ມື​ກໍ່​ຄື​ນ້ຳ​ໃຈ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ​ ພ້ອມ​ທັງ​ຈະ​ເປັນ​ໂອ​ກາດ​ອັນ​ດີ​ໃຫ້​ແກ່​ສາ​ກົນ​ ແລະ ສປ ຈີນ ກໍ່​ຄື​ທົ່ວ​ໂລກ​ໄດ້​ມີ​ການ​ແລກ​ປ່ຽນ ທາງ​ດ້ານ​ວັດ​ທະ​ນະ​ທຳ​ ແລະ​ບົດ​ຮຽນ​ການ​ຈັດ​ງານກໍ່​ຄື​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​.

 ໃນ​ໂອ​ກາດ​ນີ້,ທ່ານ​ທູດ​ລາວ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ການຈັດງານກິລາດັ່ງກ່າວຂອງປະເທດຈີນ, ອວຍພອນໃຫ້ງານກິລາໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວຄັ້ງນີ້ ຈົ່ງປະສົບຜົນສໍາເລັດ ແລະ ອວຍພອນໃຫ້ບັນ​ດານັກກິລາຂອງປະເທດຈີນ ແລະ ປະ​ເທດ​ອື່ນໆ ຈົ່ງໄດ້ປະສົບຜົນສໍາເລັດຍາດ​ໄດ້​ຫຼຽນ​ຄຳ​ຫຼາຍໆ.

ຄຳ​ເຫັນ

0