秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການພັດທະນາເຕັກນິກວິທະຍາສາດຊ່ວຍໃຫ້ວຽກງານກິລາຄົນພິການຂອງຈີນໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ

2022-03-08 17:29:54 CRI

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ຫ້ອງ​ການ​ຖະ​ແຫຼງ​ຂ່າ​ວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ “ປຶ້​ມ​ປົກ​ຂາວ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ວຽກ​ງານ​ກິ​ລາ​ຄົນ​ພິ​ການ​ຂອງ​ຈີນ ແລະ​ການ​ປົກ​ປ້ອງ​ສິດ ແລະ​ຜົນ​ປ​ະ​ໂຫຍດ​ຂອງ​ຄົນ​ພິ​ການ​ຈີ​ນ” ໂດຍ​ໄດ້​ສະຫຼຸບ​ການ​ພັດ​ທະ​ນາ​​​ວຽກ​ງານກິ​ລາ​ຄົນ​ພິ​ການ​ຈີນ​ຢ່າງ​ເປັນ​ລະ​ບົບ.

ໃນ​ຖາ​ນະ​​ເປັນ​ກຸ່​ມ​ຄົ​ນ​ພິ​ເສດ, ຄົນ​ພິ​ການ​ມີ​ລັກ​ສະ​ນະ​ພິ​ເສດ​ໃນ​ການ​ເຂົ້າ​ຮ່ວມ​​ການ​ແຂ່ງ​ຂັນກິ​ລາ, ຄົນ​ພິ​ການ​ຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ ຈຶ່ງ​ສາ​ມາດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໄດ້ ​ເຊັ່ນ: ການ​ຟື້ນ​ຟູ​ສຸ​ຂະ​ພາບ, ການ​ອອກ​ກຳ​ລັງ​ກາຍ ແລະ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ. ເພື່ອ​ເຮັດ​ສຳ​ເລັດ​ຂັ້ນ​ຕອນ​ດັ່ງ​ກ່າວ ​ເຂົາ​ເຈົ້າຕ້ອງ​

ຜ່າ​ນ​ຜ່າ​ອຸ​ປະ​ສັກ​ທາງ​ດ້ານ​ຮ່​າງ​ກາຍ ແລະ​ຈິດ​ໃຈ, ມັນ​ບໍ່​ພຽງ​ແຕ່​ຕ້ອງ​​ເຄົາ​ລົບ​ຫຼັກວິ​ທະ​ຍາ​ສາດ​ໃນ​ການ​ຟື້ນ​ຟູ​ສຸ​ຂະ​ພາບ​ຂອງ​ຄົ​ນ​ພິ​ການ​ເທົ່າ​ນັ້ນ ຍັງ​ຕ້ອງ​ປະ​ສາ​ນ​ສົ​ມ​ທົບ​ກັບ​ສະ​ພາບ​ຄວາມ​ຈິງ​ຂອງ​ຄົນ​ພິ​ການ​ອີກ​ດ້ວຍ.

ເນື່ອງ​ຈາກວ່າ​ຄົນ​ພິ​ການ​ເປັນ​ກຸ່ມ​ຄົນ​ພິ​ເສດ ແລ​ະ​ດ້ອຍ​ໂອ​ກາດ, ເມື່ອ​ທຽບ​ກັບ​ການ​ຫຼິ້ນ​ກິ​ລາ ແລະ​ການ​ແຂ່ງ​ຂັນ​ກິ​ລາ​ຂອງ​ຄົນ​ປົກ​ກະ​ຕິ, ການ​ແຂ່ງ​ຂັນ​ກິ​ລາ​ ແລະ​ການ​ຍົກ​ສູງ​ລະ​ດັບ​ການ​ແຂ່ງ​ຂັນ​ກິ​ລາ​ຂອງ​ຄົ​ນ​ພິ​ການ ຕ້ອງ​ການ​ການ​ສະ​ໜັບ​ສະ​ໜູນ​ຈາກ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດການ​ກິ​ລາ. ສະ​ນັ້ນ, ຖ້າ​ຢາກ​ໃຫ້​​ວຽກ​ງານກິ​ລາ​ຄົນ​ພິ​ການ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ສະ​ດ​ວກ ແລະ​ພັດ​ທະ​ນາ​ໃຫ້​ດີ​ຂຶ້ນ ຈຶ່ງ​ບໍ່​ສາ​ມາດປາ​ສະ​ຈາກ​ເຕັກ​ນິກ ແລະຫຼັກວິ​ທະ​ຍ​າ​ສາດ​​ໄດ້.

ຍົກ​ຕົວ​ຢ່າງ​ຄື ​ການ​ແຂ່ງ​ຂັນ​ຄວາມ​ໄວ​ລໍ້​ຄົນ​ພິ​ການ, ຄຸນ​ນະ​ພາບ​ຂອງ​ລໍ້​ມີ​ຜົນ​ໂດຍ​ກົງ​ຕໍ່​ຄະ​ແນນ​ການ​ແຂ່ງ​ຂັນ, ການ​ຍົກ​ລະ​ດັບເຕັກ​ນິກວິ​ທະ​ຍາ​ສາດ ຈະ​ສາ​ມາດ​ຍົກ​ສູງ​​ລະ​ດັບຄວາມ​ຄ່ອງ​ແຄ້ວລະ​ຫວ່າງ​ລໍ້​ກັບ​ຄົນ​ພິ​ການ​ໄດ້ ແລະ​ສາ​ມາດ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ລໍ້​ຄົນ​ພິ​ການ​ໃຫ້​ໄວ​ຂຶ້ນ. ສະ​ນັ້ນ, ການ​ອອກ​ແຮງ​ພັດ​ທະ​ນາ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ກ່ຽວ​ຂ້ອງ ​ກໍເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ພັດ​ທະ​ນາ​​​ວຽກ​ງານກິ​ລາ​ຄົນ​ພິ​ການ.

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ການ​ພັດ​ທະ​ນາ​ອົງ​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ​ກິ​ລາ​ຄົນ​ພິ​ການ​ຂອງ​ຈີນ​ ຈຶ່ງໄດ້​ເພີ່ມ​ຄວາມ​ໄວ​ຂຶ້ນ, ການ​ສ້າງ​ບຸກ​ຄະ​ລາ​ກອນ​ດ້ານ​ກິ​ລາ​ຄົນ​ພິ​ການ​ໄດ້​ກາຍ​ເປັນ​ລະ​ບົບ​ໃນ​ເບື້ອງ​ຕົ້ນ, ​ການ​ຄົ້ນ​ຄ​ວ້າ​ດ້ານ​ກິ​ລາ​ຄົນ​ພິ​ການ​ໄດ້​ຮັບ​​ຜົນ​ສຳ​ເລັດ​ນັບ​ມື້​ນັບຫຼາຍ​ຂຶ້ນ. ມາ​ຮອດ​ປີ 2021, ກອງ​ທຶນ​ສຳ​ລັບໂຄງ​ການວິ​ທະ​ຍາ​ສາດ​ສັງ​ຄົມ​ແຫ່ງ​ຊາດ​ຈີນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄົ້ນ​ຄວ້າ​ກິ​ລາ​ຄົນ​ພິ​ການ ​ໄດ້ມີຫຼາຍກວ່າ 20 ໂຄງ​ການ.

ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ພັກ​ກອມ​ມູ​ນິດ​ຈີນ ແລະ​ລັດ​ຖະ​ບານ​ຈີນ, ​ວຽກ​ງານກິ​ລາ​ຄົນ​ພິ​ການ​ຂອງ​ຈີນ​​ຈຶ່ງໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ. ໃນ​ໄລ​ຍະ​ ​ຈັດ​ຕັ້ງ​ປະ​ຕິ​ບັດ“ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 13”, ຄະ​ນະ​ນັກ​ກິ​ລາ​ຄົນ​ພິ​ການ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ລະ​ດັບ​ສາ​ກົນ​ລວມ​ທັງ​ໝົດ 160 ຄັ້ງ ໂດຍ​ໄດ້​ຮັບຫຼຽນ​ຄຳ 1.114 ຫຼຽນ. ໃນການແຂ່ງ​ຂັນ​ມື້​ທຳ​ອິດໃນງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ທີ່​ກຳ​ລັງ​ດຳ​ເນີນ​ຢູ່, ທີມ​ຊາດ​ຈີນ​​ຄວ້າໄດ້ 8 ຫຼຽນ ​ລວມ​ມີ 2 ຫຼຽນຄຳ, ​3 ຫຼຽນເງິນ ແລະ 3 ຫຼຽນ​ທອງ. ໃນການແຂ່ງ​ຂັນ​ມື້ທີ​ສອງ, ທີມ​ຊາດ​ຈີນ​ໄດ້​ຮັບ​ອີກ 8 ຫຼຽນ ລວມ​ມີ 4 ຫຼຽນຄຳ. ການ​ຍົກສູງ​ລະ​ດັບ​ການ​ແຂ່ງ​ຂັນ​ກິ​ລາ​ຂອງ​ຄົນ​ພິ​ການ​ຈີນ ເປັນ​ການ​ສ​ະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ຂອງວຽກ​ງານ​ກິ​ລາ​ຄົນ​ພິ​ການ​ຈີນ​ຢ່າງ​ເຕັມ​ທີ່.

ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ທີ່​ກຳ​ລັງ​ດຳ​ເນີນ​ໄປນັ້ນ ໄດ້​ເຮັດ​ໃຫ້​​ຊາວ​ໂລກ​ທັງຫຼາຍ​ສຸມ​ຄວາມ​ສົນ​ໃຈ​​ໃສ່​ນັກ​ກິ​ລາ​ຄົນ​ພິ​ການ ເຊິ່ງ​ເປັນ​ໂອ​ກາດ​ໃໝ່​ຂອງ​ການ​ພັດ​ທະ​ນາ​ວຽກ​ງານ​ກິ​ລາ​ຄົນ​ພິ​ການ​ຂອງ​ຈີນ ​ທັງ​ເປັນ​ການ​ປະ​ກອບ​ສ່ວນຊຸກ​ຍູ້​ໃຫ້​ວຽກ​ງານ​ກິ​ລາ​ຄົນ​ພິ​ການ​ຂອງ​ທົ່ວ​ໂລກ “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ”.

ຄຳ​ເຫັນ

0