蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັງ​ເກດ​ຄວາມ​ກ້າວ​ໜ້າ​ຂອງ​​ວຽກ​ງານ​ສິດ​ທິ​ມະ​ນຸດ​ຈີນ ຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ທີ່​ “ມີ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍທີ່​ສຸດ”

2022-03-09 16:56:31 CRI

ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ຫວ່າ​ງ​ມໍ່ໆ​ມາ​ນີ້, ມີ​ຕົວ​ເລກ​ຈຳ​ນວນ​ໜຶ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ຄື​ມີນັກ​ກິ​ລາ​ 2.892 ​ຄົນທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ງານ ມີ 1.314 ຄົນ​ເປັນ​ນັກ​ກິ​ລາ​ເພດ​ຍິງ ເຊິ່ງ​ໄດ້​ກວມ​ເຖິງ 45,4% ຂອງ​ຈຳ​ນວນ​ນັກ​ກິ​ລາທັງ​ໝົດ ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​​ງານ​ກິ​ລາ​ໂອ​ລິ​ມິ​ປິກ​ລະ​ດູ​ໜາວ. ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຜູ້​ຖື​ທຸງ​ຊາດ​ມີ 45% ເປັນ​ເພດ​ຍິງ, ມີຜູ້​ຖື​ທຸງ​ຂອງ​ຄະ​ນະ​ນັກ​ກິ​ລາ​ໂອ​ລິມ​ປິກ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ເປັນ​ເພດ​ຍິງກວມ 73%. ໃນ​ຂະ​ນະ​ດຽວ​ກັນ, ລາຍ​ການ​ແຂ່ງ​ຂັນ​ເພດ​ຍິງ​ໃນ​ງານ​ຄັ້ງ​ນີ້​ກໍ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່, ໃນຈຳ​ນວນ​ທັງ​ໝົດ 109 ​ລາຍ​ການ​ແຂ່ງ​ຂັນນັ້ນ ມີ​ລາຍ​ການ​ແຂ່ງ​ຂັນ​ເພດ​ຍິງ 46 ລາຍ​ການ. ສະ​ນັ້ນ, ຈິ່ງ​ສາ​ມາດ​ເວົ້າ​ໄດ້​ໄວ່​າ: ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ໄດ້​ກາຍ​ເປັນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ ​ທີ່ມີ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍທີ່​ສຸດ” ໃນ​ປະ​ຫວັດ​ສາດ​.

ເປັນ​ຫຍັງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈິ່ງກາຍ​ເປັນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ ​ທີ່ມີ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍທີ່​ສຸດ” ໃນ​ປະ​ຫວັດ​ສາດ​, ນີ້​ກໍ​ເປັນ​ຍ້ອນ​ວ່າ: ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ ແລະ ​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​​ເອງ​ກໍ​ເຕີບ​ໃຫຍ່ຂະ​ຫຍາຍ​ຕົວ​ເລື້ອຍໆ.

ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຍັງ​ໄດ້​ກຳ​ນົດ​ວ່າ: ອັດ​ຕາ​ສ່ວນ​ຂອງ​ພະ​ນັກ​ງານ​ເພດ​ຍິງ​​ຂອງ​ຕົນຈະ​ບໍ່​ໃຫ້​ຕ່ຳ​ກວ່າ 40% ​ຂອງ​ຈຳ​ນວນ​ພະ​ນັກ​ງານ​​ທັງ​ໝົດ, ​ອັດ​ຕາ​ສ່ວນ​ຂອງອາ​ສາ​ສະ​ໝັກ​ເພດ​ຍິງ​ຈະ​ບໍ່​ໃຫ້​ຕ່ຳ​ກວ່າ 50%, ​ອັດ​ຕາ​ສ່ວນ​ຂອງເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ອາ​ສາ​ສະ​ໝັກ​ເພດ​ຍິງ​ຈະ​ບໍ່​ໃຫ້​ຕ່ຳ​ກວ່າ 50%. ​ພ້ອມ​ດຽວ​ກັນ​ນີ້, ຄ​ຣີນິກ​ໃນບ້ານ​ພັກ​ນັກ​ກິ​ລາ 3 ແຫ່ງ​ກໍ​ໄດ້​ຈັດໃຫ້​ມີ​ຫ້ອງ​ບົ່ງ​ມະ​ຕິ​ແລະ​ຫ້ອງ​ປິ່ນ​ປົວ​ສຳ​ລັບ​ເພດ​ຍິງ​ເປັນ​ການ​ສະ​ເພາະ, ມີ​ແພດ​ໝໍ​ພະ​ແນກ​ແມ່​ຍິງ​ໃຫ້​ບໍ​ລິ​ການ​​ສະ​ເພາະ​ສຳ​ລັບເພດ​ຍິງ​ທີ່​ເຂົ້າ​ຮ່ວມ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ປັກ​ກິ່ງ. ນອກ​ຈາກ​ນີ້​ແລ້ວ, ຈີນ​ໄດ້​ປະ​ຕີ​ບັດ​ແຜນ​ການ​ສຶກ​ສາ​ໂອ​ລິມ​ປິກ​ສຳ​ລັບ​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ ເຊິ່ງ​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ນັກ​ຮຽນ​ຍິງ​ແລະ​ຊາຍ​ໃຫ້​ສາ​ມາດເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ​ຢ່າງ​ສະ​ເໝີ​ພາບ​ກັນ. ນັກ​ກິ​ລາ​ຈີນ 176 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້, ມີ​ເພດ​ຍິງ 87 ຄົນ, ກວມ 49,43%, ເກືອບ​ເທົ່າຈຳ​ນວນ​​ນັກ​ກິ​ລາ​ເພດ​ຊາຍ.

ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ຈີນ​ໄດ້​ເອົາ​ໃຈ​ໃສ່​ພັດ​ທະ​ນາແລະ​ຮັບ​ປ​ະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ເພດ​ຍິງ​ມາ​ໂດຍ​ຕະຫຼອດ. ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ ສ​ປ ຈີນ​ໄດ້​ລະ​ບຸ​​ໄວ້ວ່າ: ນອກ​ຈາກ​ເຄົາ​ລົບ​ແລະ​ປົກ​ປ້ອງ​ສິດ​ທົ່ວ​ໄປ​ຂອງ​ສິດ​ທິ​ມະ​ນຸດ​ແລ້ວ, ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​.

ໃນ​ວັນ​ແມ່​ຍິງ​ສາ​ກົນ​ປີ​ນີ້, ບົດ​ລາຍ​ງານວຽກ​ງານ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ບົດ​ລາຍ​ງານ​ວຽກ​ງານ​​ຂອງສານ​ປະ​ຊາ​ຊົນ​ສູງ​ສຸດຂອງ​ຈີນ ແລະ ບົດ​ລາຍ​ງານ​ວຽກ​ງານ​ຂອງ​ອົງ​ການ​ໄອ​ຍະ​ການສູງ​ສຸດ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ສະ​ບັບ​ປັບ​ປຸງ ເຊິ່ງ​ຈະ​ປົກ​ປ້ອງ​ແລະ​ຍົກ​ສູງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ໃຫ້​ໄດ້​ດີກວ່າ​ເກົ່າ.

ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ກໍ​ແມ່ນ​ການ​ປົກ​ປ້ອງ​ສິດ​ສະ​ເໝີ​ພາບ ແລະ ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ. ແມ່​ຍິງ​ຈີນ​ໄດ້​ກວມ​ເອົາ 1 ສ່ວນ 5 ຂອງ​ແມ່​ຍິງ​ທົ່ວ​ໂລກ, ການ​ພັດ​ທະ​ນາ​​ແລະ​ການ​ຮັບ​ປະ​ກັນສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ຈີນ​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​​ໃຫ້​ກັບ​ການ​ພັດ​ທະ​ນາ​​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ໂລກ. ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ກາຍ​ເປັນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ທີ່​ “ມີ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍທີ່​ສຸດ” ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ: ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເລື້ອຍໆ.

 

ຄຳ​ເຫັນ

0