徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຊກ​ດີ​ປຸຍຫິມະ ! ງານກິລາໂອລິມປິກລະດູໜາວປັກກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່ພວກ​ເຮົາ? “ສະໜາມກິລາຂອງງານກິລາໂອລິມປິກລະດູໜາວທີ່ມີສະເໜ່ແຫ່ງຕາເວັນອອກຈະ​ຮັບ​ໃຊ້ປະຊາຊົນ”

2022-03-09 14:53:17 cri

ໂຊກ​ດີ​ປຸຍຫິມະ ! ງານກິລາໂອລິມປິກລະດູໜາວປັກກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່ພວກ​ເຮົາ?

“ສະໜາມກິລາຂອງງານກິລາໂອລິມປິກລະດູໜາວທີ່ມີສະເໜ່ແຫ່ງຕາເວັນອອກຈະ​ຮັບ​ໃຊ້ປະຊາຊົນ”

图片默认标题_fororder_图片1

ສະໜາມກິລາທີ່ເຄີຍຖືກນຳໃຊ້ໃນງານກິລາໂອລິມປິກລະດູຮ້ອນປີ 2008, ໄດ້ຮັບການປັບປຸງທາງເຕັກນິກ ແລະຖືກນຳໃຊ້ເຂົ້າໃນງານກິລາໂອລິມປິກລະດູໜາວປັກກິ່ງ 2022 .

图片默认标题_fororder_图片2

ພິທີເປີດ ແລະ​ປິດງານກິລາໂອລິມປິກລະ​ດູ​ໜາວປັກ​ກິ່ງ 2022 ໄດ້ຈັດຂຶ້ນຢູ່ “ຮັງນົກ” ຄື​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຈີນ.

“ຮັງນົກ” ຄື ສະໜາມກິລາແຫ່ງຊາດຈີນ ທີ່​ເປັນ​ສະ​ຖານ​ທີ່​ຈັດພິທີເປີດ ແລະພິທີປິດງານກິລາໂອລິມປິກລະດູໜາວຄັ້ງນີ້ເຄີຍ​ເປັນ​ສະ​ຖານ​ທີ່ທີ່ໄດ້ຮອງຮັບພິທີເປີດ,​ ພິທີປິດ, ການແຂ່ງຂັນ​ແລ່ນ​ແລະ​ລານ ແລະການແຂ່ງຂັນບານ​ເຕະໃນປີ 2008 ມາແລ້ວ. ພາຍຫຼັງງານກິລາໂອລິມປິກລະດູໜາວປັກກິ່ງໄດ້ອັດລົງແລ້ວ, “ຮັງນົກ” ກໍຈະຖືກນຳໃຊ້​ເຂົ້າ​ໃນ​ການຈັດການແຂ່ງຂັນກິລາ ແລະກິດຈະກຳບັນເທິງປະເພດຕ່າງໆຕໍ່ໄປ.

图片默认标题_fororder_图片3

“ປີ່ງລີ້​ຟ່າງ” ທີ່ໄດ້ຈັດການແຂ່ງຂັນເຄີລີງ

“ສຸຍລີ້ຟ່າງ” ຄື ສູນລອຍນ້ຳແຫ່ງຊາດໄດ້​ປ່ຽນຈາກສະໜາມແຂ່ງຂັນ​ທາງນ້ຳໃຫ້ເປັນສະ​ໜາມແຂ່ງຂັນທາງນ້ຳກ້ອນ.

ນອກນີ້, ສູນກິລາອູເຄີ່ຊົ່ງ, ​ສະໜາມກິລາໃນ​ຮົ່ມນະຄອນຫຼວງ ແລະສະໜາມກິລາອື່ນໆ, ພາຍຫຼັງງານກິລາໂອລິມປິກລະດູໜາວປັກ​ກິ່ງໄດ້ສິ້ນສຸດລົງແລ້ວ​ກໍ​ຈະ​ກາຍ​ເປັນສະ​ຖານ​ທີ່ຈັດການແຂ່ງຂັນກິລາປະ​ເພດ​ຕ່າງໆ​ ແລະ​ກິດຈະກຳວັດທະນະທຳ ແລະບັນເທິງອື່ນໆ.

 

图片默认标题_fororder_图片4

“ປີ່ງ​ຊື່​ໄຕ້” ຄື “ສາຍໄໝທີ່​ເຮັດ​ດ້ວຍນ້ຳກ້ອນ” ເຊິ່ງ​ເປັນສະໜາມ​ກິ​ລາສະເກັດຄວາມໄວແຫ່ງຊາດ

“ສາຍໄໝທີ່​ເຮັດ​ດ້ວຍນ້ຳກ້ອນ” ​ຄື ສະໜາມກິ​ລາສະເກັດຄວາມໄວ ແມ່ນສະໜາມກິລາ​ນ້ຳ​ກ້ອນທີ່ຖືກ​ສ້າງ​ຂຶ້ນໃໝ່ພຽງແຫ່ງດຽວໃນງານກິລາໂອລິມປິກລະດູໜາວປັກກິ່ງ

 

图片默认标题_fororder_图片5

“ເສເຟີ່ຍທ່ຽນ” ​ລານສະກີໂດດໂສກ່າງ

“ເສເຟີ່ຍທ່ຽນ” ລານສະກີໂດດໂສກ່າງ ແມ່ນໜຶ່ງໃນສະໜາມກິລາດັງທີ່ໄດ້ຮັບຄວາມສົນ​ໃຈ ຫຼາຍທີ່ສຸດໃນງານກິລາໂອລິມປິກລະດູໜາວປັກກິ່ງຄັ້ງນີ້. ຫຼັງຈາກງານກິລາໂອລິມປິກລະ​ດູ​ໜາວ​ປັກ​ກິ່ງ​ໄດ້ສິ້ນສຸດລົງແລ້ວ, ສະຖານທີ່ແຫ່ງນີ້ຈະໃຊ້​ມາຈັດການ​ແຂ່ງ​ຂັນ​ກິ​ລາຫິມະແລະ​ນ້ຳ​ກ້ອນລະດັບສູງທັງພາຍໃນ ແລະຕ່າງປະເທດ.

 

图片默认标题_fororder_图片8

ຄະນະກຳມະການໂອລິມປິກສາກົນໄດ້​ສະ​ແດງ​ຄວາມຍ້ອງຍໍຜ່ານ​ທາງ​ເວັບ​ໄຊ​ຂອງ​ຕົນວ່າ: ໃນຖານະເປັນຕົວເມືອງ​ແຫ່ງ​ທຳ​ອິດທີ່ໄດ້ຈັດ​ທັງງານກິລາໂອລິມປິກລະດູຮ້ອນ ແລະງານກິລາໂອລິມປິກລະດູໜາວຂອງໂລກ, ນະ​ຄອນ​ຫຼວງປັກກິ່ງສາມາດ​ນຳໃຊ້ສະໜາມກິລາທີ່​ເປັນ​ເອ​ກະ​ລັກຫຼາຍແຫ່ງຄືນໃໝ່, ນີ້ແມ່ນເທື່ອທຳອິດໃນປະຫວັດສາດຂອງງານກິລາໂອລິມປິກ.

 

ຄຳ​ເຫັນ

0