徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາເລເຊຍຈະເປີດປະເທດແຕ່ວັນທີ 1 ເມສາໜ້ານີ້ ທັງຍົກເລີກຂໍ້ຈຳກັດຫຼາຍປະການໃນການປ້ອງກັນພະຍາດ

2022-03-09 14:30:37 cri

ມາເລເຊຍຈະເປີດປະເທດແຕ່ວັນທີ 1 ເມສາໜ້ານີ້ ທັງຍົກເລີກຂໍ້ຈຳກັດຫຼາຍປະການໃນການປ້ອງກັນພະຍາດ_fororder_WechatIMG285

 

ຕາມຂ່າວCRI: ວັນທີ 8 ມີນານີ້, ທ່ານອິສເມວ ຊາບຼີ ຢາໂຄບ, ນາຍົກລັດຖະມົນຕີມາເລເຊຍໄດ້ປະກາດວ່າ, ມາເລເຊຍຈະເປີດປະເທດນັບແຕ່ວັນທີ 1 ເມສາໜ້ານີ້ເປັນຕົ້ນໄປ, ຜູ້ທີ່ໄດ້ສັກວັກຊີນບໍ່ຈຳເປັນຕ້ອງກັກບໍລິເວນອີກພາຍຫຼັງໄດ້ເຂົ້າປະເທດແລ້ວແລະຈະອະນຸຍາດໃຫ້ຄົນມາເລເຊຍອອກນອກປະເທດໄດ້.

 

ທ່ານອິສເມວ ຊາບຼີ ຢາໂຄບກ່າວໃນມື້ດຽວກັນວ່າ, ລັດຖະບານມາເລເຊຍໄດ້ຕັດສິນໃຈວ່ານັບແຕ່ວັນທີ 1 ເມສາໜ້ານີ້ເປັນຕົ້ນໄປຈະປະກາດໃຫ້ພະຍາດໂຄວິດ-19 ເປັນພະຍາດປະຈຳທ້ອງຖິ່ນ. ນັ້ນກໍ່ໝາຍຄວາມວ່າຈະຍົກເລີກຂໍ້ຈຳກັດຫຼາຍປະການໃນການປ້ອງກັນພະຍາດ.

 

ໃນດ້ານການເດີນທາງເຂົ້າແລະອອກປະເທດ, ຜູ້ທີ່ໄດ້ສັກວັກຊີນບໍ່ຄົບຖ້ວນແລ້ວບໍ່ຈຳເປັນກັກບໍລິເວນອີກຫຼັງເດີນທາງເຂົ້າປະເທດ,​ ພຽງແຕ່ຕ້ອງສະແດງໃບຢັ້ງຢືນຜົນການກວດຫາເຊື້ອພາຍໃນ 48 ຊົ່ວໂມງກ່ອນເຂົ້າປະເທດ,​ ແລະຈະໄດ້ຮັບການກວດຫາເຊື້ອແບບໄວພາຍໃນ 24 ຊົ່ວໂມງພາຍຫຼັງເຂົ້າປະເທດແລ້ວ.

ຄຳ​ເຫັນ

0