徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຊກ​ດີ​ປຸຍຫິມະ! ງານກິລາໂອລິມປິກລະດູໜາວປັກກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ? ສະຖິຕິຫຼ້າສຸດ-ລື່ນກາຍຕົນເອງ ທ້າທາຍ​ຄວາມ​ສາ​ມາດສຸດຂີດ

2022-03-09 15:19:33 cri

ໂຊກ​ດີ​ປຸຍຫິມະ! ງານກິລາໂອລິມປິກລະດູໜາວປັກກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ? 

ສະຖິຕິຫຼ້າສຸດ-ລື່ນກາຍຕົນເອງ ທ້າທາຍ​ຄວາມ​ສາ​ມາດສຸດຂີດ

图片默认标题_fororder_图片1

ງານກິລາໂອລິມປິກລະດູໜາວແມ່ນງານມະຫະກຳກິລາປະເພດລະດູໜາວແບບສັງລວມທີ່ມີຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ມີລະດັບສູງສຸດຂອງ​ໂລກ, ຜົນການແຂ່ງຂັນແມ່ນ​ມາດ​ຕະ​ຖານທີ່ສຳຄັນ​ໃນ​ການ​ວັດລະດັບຂອງງານກິລາໂອລິມປິກລະດູໜາວ​ແຕ່​ລະ​ຄັ້ງ. ເມື່ອເບິ່ງ​ຈາກດ້ານນີ້ແລ້ວ,​ ບໍ່ຕ້ອງສົງໄສວ່າ ງານກິລາໂອລິມປິກລະດູໜາວປັກກິ່ງເປັນຕາຍ້ອງຍໍຫຼາຍ. ໃນການແຂ່ງຂັນເປັນເວລາ 17 ວັນ, ນັກກິລາຫິ​ມະ​ແລະ​ນ້ຳ​ກ້ອນໄດ້ລື່ນກາຍຕົວເອງ, ທ້າທາຍຄວາມ​ສາ​ມາດສຸດຂີດຢ່າງບໍ່​ຢຸດຢັ້ງ. ໃນການແຂ່ງຂັນຈຳນວນໜຶ່ງ, ໄດ້ສ້າງສະຖິຕິໃໝ່​ໃນງານກິລາໂອລິມປິກລະດູໜາວ ແລະສ້າງສະຖິຕິ​ໃໝ່​ຂອງໂລກ.

图片默认标题_fororder_图片9

​ທ້າວນິວສວານເດີໂພ​ວ, ນັກກິລາສະເກັດຄວາມໄວຊູແອັດໄດ້ຄວ້າ​ແຊມ​ແລະ​ໄດ້ສ້າງສະຖິຕິໃໝ່​ຂອງໂລກໃນການແຂ່ງຂັນສະເກັດຄວາມ​ໄວ 10.000 ແມັດ.

图片默认标题_fororder_图片10

ວັນທີ 20 ກຸມພາ, ອີເຣເນ ສະ​ກຸເ​ຕນ, ນັກກິລາສະເກັດຄວາມໄວໂຮນລັງໄດ້​ໂຊຫຼຽນຄຳ 3 ​ຫຼຽນຢູ່ບ້ານໂອລິມປິກ​ປັກ​ກິ່ງ.

ໃນການແຂ່ງຂັນສະເກັດຄວາມໄວຊ່ອງສັ້ນ 1000 ​ແມັດ, ນາງຊູຊັນເນ ສະ​ກຸ​ຕີງ, ນັກກິລາໂຮນລັງໄດ້ສ້າງສະຖິຕິ​ໃໝ່​ໃນ​ງານ​ກິ​ລາໂອລິມປິກໃນການແຂ່ງຂັນ​ຮອບ​ຄັດ​ເລືອກ, ແລ້ວໄດ້ສ້າງສະຖິຕິໃໝ໋​ຂອງໂລກໃນການແຂ່ງຂັນ​ແລະ​ໄດ້​ຄວ້າ​ແຊມ.

图片默认标题_fororder_图片12

 ໂຈຮານເນສ ທິງເນສ ໂບ, ນັກກິລານອກແວໄດ້ເຂົ້າຮ່ວມການແຂ່ງຂັນ 6 ປະເພດໃນງານກິລາໂອລິມປິກລະດູໜາວປັກກິ່ງ, ໄດ້ຫຼຽນຄຳ 4 ຫຼຽນ ແລະຫຼຽນທອງ 1 ຫຼຽນ.

图片默认标题_fororder_图片13

ວັນທີ 17 ກຸມພາ, ການແຂ່ງຂັນສະເກັດລີລາເທິງນ້ຳກ້ອນຍິງດ່ຽວປະ​ເພດ​ຟ​ຣີສະ​ໄຕຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ນາງອານນາ ສະເກີບາໂຄວາ,​ ນັກກິລາຂອງຄະນະກຳມະການໂອລິມປິກຣັດເຊຍ​ໄດ້ຄວ້າແຊັມດ້ວຍ​ຜົນ​ງານດີ​ເລີດ.

图片默认标题_fororder_图片14

ວັນທີ 5 ກຸມພາ, ການແຂ່ງຂັນສະເກັດຄວາມ​ໄວ​ຊ່ອງສັ້ນແບບຕໍ່​ແຮງທີມປະສົມ ຂອງງານກິລາໂອລິມປິກລະດູໜາວປັກກິ່ງຮອບຊີງຊະ​ນະ​ເລີດ, ນັກ​ກິ​ລາ​ຈີນ​ ຄື ທ້າວ​ອູ​ຕ້າຈີງ, ທ້າວເຢິນຈືເວີ່ຍ, ນາງຟ້ານເຂີຊີ່ນ, ນາງສູຍຊຸ່ນຢີ ແລະນາງຈ່າງເຢວທີງ ສະເຫຼີມສະຫຼອງການຄວ້າແຊັມ.

图片默认标题_fororder_图片15

ວັນທີ 14 ກຸມພາ, ນາງຊຸຍເມີ້ງທາວ,​ ນັກກິລາຈີນໄດ້ຫຼຽນຄຳໃນການແຂ່ງຂັນສະ​ກີລີລາເທິງເວ​ຫາ​ເພດຍິງ​ຟ​ຣີ​ສະ​ໄຕ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

图片默认标题_fororder_图片16

ວັນທີ 18 ກຸມພາ, ນາງກູ​ໄອ້ລີງ, ນັກກິລາຈີນໄດ້​ຄວ້າ​ແຊມໃນການແຂ່ງຂັນສະກີລີລາຟ​ຣີ​ສະ​ໄຕຢູ່​ສະ​ໜາມ​ຮູບ U ຂອງງານກິລາໂອລິມປິກລະດູໜາວປັກກິ່ງ.

图片默认标题_fororder_图片17

ວັນທີ 15 ກຸມພາ, ຊູອີມີງໄດ້ຫຼຽນຄຳໃນການແຂ່ງຂັນ​ສະ​ກີ​ໂດດ​ປະ​ເພດແປ້ນດ່ຽວເພດ​ຊາຍຂອງງານກິລາໂອລິມປິກລະດູໜາວປັກກິ່ງ,ກາຍເປັນແຊມຄົນທໍາອິດຂອງຈີນໃນການແຂ່ງຂັນສະ​ກີແປ້ນດ່ຽວ.

ຄຳ​ເຫັນ

0