覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ທັດສະນະອາຫານຈານໃຫຍ່”ໃນຄວາມເຂົ້າໃຈຂອງທ່ານສີຈິ້ນຜິງ

2022-03-09 15:57:50 cri

“ທັດສະນະອາຫານຈານໃຫຍ່”ໃນຄວາມເຂົ້າໃຈຂອງທ່ານສີຈິ້ນຜິງ_fororder_粮食
 

“ຕ້ອງສ້າງໃຫ້ມີທັດສະນະອາຫານຈານໃຫຍ່” ເຊິ່ງເປັນທັດສະນະທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ   ປະທານ ປະເທດຈີນໄດ້ກ່າວເຖິງໃນເວລາເຂົ້າຮ່ວມກອງປະຊຸມປະສົມຫຼາຍກຸ່ມຂອງຜູ້ແທນສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ມາຈາກວົງການກະສິກຳ, ສະຫວັດດີການສັງຄົມແລະການປະກັນສັງຄົມໃນວັນທີ 6 ມີນານີ້  ເຊິ່ງທັດສະນະນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ.
 

“ທັດສະນະອາຫານຈານໃຫຍ່”ໃນຄວາມເຂົ້າໃຈຂອງທ່ານສີຈິ້ນຜິງ_fororder_粮食2

 

  ກອງປະຊຸມວຽກງານຊົນນະບົດຂັ້ນສູນກາງປີ2015ໄດ້ສະເໜີ “ການສ້າງ ທັດສະນະກ່ຽວກັບກະສິກຳໃຫຍ່ແລະອາຫານຈານໃຫຍ່”,  ເນື້ອໃນເອກະສານເລກ ທີ 1 ຂອງສູນກາງພັກກອມມູນິດຈີນໄດ້ລະບຸຄຳວ່າ “ການສ້າງທັດສະນະອາຫານ ຈານໃຫຍ່” ໂດຍກຳນົດໃຫ້ເປັນເນື້ອໃນສຳຄັນໃນການຊຸກຍູ້ການປະຕິຮູບໂຄງປະກອບ ການສະໜອງດ້ານກະສິກຳ.
 

 ໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງປີ2017, ທ່ານສີຈິ້ນຜິງ ໄດ້ຊີ້ອອກວ່າ: “ຄວາມຕ້ອງການດ້ານອາຫານຂອງປະຊາຊົນມີຄວາມຫຼາກຫຼາຍ ຍິ່ງຂຶ້ນ, ເຊິ່ງໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງຫັນປ່ຽນແນວຄິດ, ສ້າງໃຫ້ມີທັດສະນະ ກະສິກຳໃຫຍ່ແລະທັດສະນະອາຫານຈານໃຫຍ່, ເອົາທາດອາຫານແລະທາດໂປຼຕິນ ຈາກດິນປູກຝັງ, ທົ່ງຫຍ້າ, ປ່າໄມ້, ທະເລ, ສັດ,ພືດແລະຈຸລິນຊີ, ພັດທະນາຊັບພະຍາກອນອາຫານຜ່ານຫຼາຍຊ່ອງທາງຢ່າງຮອບດ້ານ.”
 

ໃນກອງປະຊຸມປະສົມຫຼາຍກຸ່ມຂອງກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຄັ້ງນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຕື່ມວ່າ: “ເລີ່ມຈາກການຕອບສະໜອງກັບຄວາມຕ້ອງການຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ”, ໃນຂະນະທີ່ການຮັບປະກັນ ການສະໜອງສະບຽງອາຫານນັ້ນ, ຍັງຕ້ອງຮັບປະກັນການສະໜອງອາ ຫານປະເພດຕ່າງໆເຊັ່ນ: ຊີ້ນ, ຜັກພືດ, ໝາກໄມ້, ຜະລິດຕະພັນສິນໃນນ້ຳ ແລະອື່ນໆຢ່າງມີປະສິດທິຜົນ, ຂາດອາຫານປະເພດໃດກໍບໍ່ໄດ້.
 

 ອາຫານການກິນຕ້ອງເອົາໃຈໃສ່ຄວາມຄົບຖ້ວນແລະສົມສ່ວນດ້ານໂພຊະ ນາການ, ຈາກການ “ກິນອີ່ມ” ຈົນຮອດ “ກິນດີ” ແລະ“ກິນຢ່າງມີຜົນດີ ຕໍ່ສຸຂະພາບ” ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງລະດັບຊີວິດການເປັນຢູ່ຂອງປະ ຊາຊົນຈີນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
 

ການທີ່ປະຕິບັດງານໄປຕາມທ່າອ່ຽງການປ່ຽນແປງດ້ານໂຄງປະກອບອາຫານຂອງປະຊາຊົນ, ເຮັດໃຫ້ປະຊາຊົນກິນດີກວ່າເກົ່າແລະກິນຢ່າງມີຜົນດີຕໍ່ສຸຂະ ພາບຫຼາຍກວ່າເກົ່າ ເຊິ່ງໄດ້ກົງກັບຈຸດເລີ່ມຕົ້ນແລະຈຸດປະສົງຂອງການສ້າງ “ທັດສະນະອາຫານຈານໃຫຍ່”

    

ຄຳ​ເຫັນ

0