ວັນທີ 18 ມັງກອນປີ2022, ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19
ໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກ່າວເນັ້ນໜັກວ່າ, ຕ້ອງຍຶດໝັ້ນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ລົດລະ. ນັບແຕ່ປີ 2013 ຫາ ປີ 2022, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມຄົບຄະນະຂອງຄະນະກຳມະການກວດກາວິໄນສູນກາງພັກທີ່ຈັດຂຶ້ນໃນຕົ້ນປີ ໂດຍຈັດມາແລ້ວ 10 ປີຕິດຕໍ່ກັນ. ໃນການກ່າວຄຳປາໄສທຸກຄັ້ງທີ່ຜ່ານມາ, ທ່ານສີຈິ້ນຜິງມີຫຼາຍຄວາມເວົ້າທີ່ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ເຂັ້ມແຂງຂອງສູນກາງພັກກອມມູນິດຈີນໃນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ.
ຍຶດໝັ້ນ ການຕີເສືອ ແລະ ຕົບແມງວັນ ພ້ອມກັນ
“ຍຶດໝັ້ນ ການຕີເສືອ ແລະ ຕົບແມງວັນ ພ້ອມກັນ”. ປີ 2013, ທ່ານສີຈິ້ນຜິງໄດ້ສະເໜີຄວາມເວົ້າກ່ຽວກັບການຕ້ານການສໍ້ລາດບັງຫຼວງນີ້ເປັນຄັ້ງທຳອິດໃນກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 18, ເຊິ່ງຄວາມເວົ້ານີ້ໄດ້ເຂົ້າສູ່ຈິດໃຈຂອງປະຊາຊົນຢ່າງເລິກເຊິ່ງ. ທ່ານສີຈິ້ນຜິງໄດ້ໃຊ້ຄຳປຽບທຽບ “ເສືອ” ແລະ “ ແມງວັນ”, ໂດຍໄດ້ບັນລະຍາຍຄວາມຕັດສິນໃຈທີ່ເຂັ້ມແຂງຂອງສູນກາງພັກກອມມູນິດຈີນໃນການຕ້ານກັບການສໍ້ລາດບັງຫຼວງ.
ຕ້ອງ “ຕີເສືອ” ຢ່າງເດັດຂາດ, ບໍ່ວ່າຈະເປັນຜູ້ໃດ, ບໍ່ວ່າມີຕຳແໜ່ງສູງປານໃດກໍຕາມ, ເມື່ອໃດຖ້າຫາກມີການກະທຳທີ່ຜິດລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດແລ້ວ, ກໍຕ້ອງສືບທາວຫາຄວາມຮັບຜິດຊອບຢ່າງເຄັ່ງຄັດ ແລະ ຖືກລົງໂທດຢ່າງເຂັ້ມງວດ; ຕ້ອງ “ຕົບແມງວັນ” ຢ່າງເດັດຂາດ, ສຳລັບບັນຫາສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອ້ອມຂ້າງປະຊາຊົນກໍບໍ່ຄວນປ່ອຍປະລະເລີຍ, ຕ້ອງປັບປຸງ ແລະ ລົງໂທດຢ່າງເຂັ້ມງວດ. “ການຍຶດໝັ້ນຕີເສືອ ແລະ ຕົບແມງວັນ ພ້ອມກັນ” ໄດ້ສະແດງໃຫ້ເຫັນວ່າ ຢູ່ຕໍ່ໜ້າລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດ ບໍ່ມີໃຜຈະໜີລອດໄດ້, ບໍ່ວ່າມີສ່ວນກ່ຽວຂ້ອງກັບຜູ້ໃດ, ກໍຕ້ອງສືບທາວຫາຄວາມຮັບຜິດຊອບຢ່າງເຖິງຖອງ, ໂດຍບໍ່ໂຍະຍານນຳການກະທຳຜິດແມ່ນແຕ່ໜ້ອຍດຽວ.
ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ນັບມາຮອດເດືອນຕຸລາປີ 2021, ອົງການກວດກາວິໄນທົ່ວປະເທດຈີນໄດ້ຈັດທະບຽນສືບສວນຄະດີ 4.078.000ກວ່າເລື່ອງ, ພົວພັນເຖິງ 4.379.000 ຄົນ. ຄືດັ່ງທ່ານສີຈິ້ນຜິງກ່າວໃນກອງປະຊຸມຄົບຄະນະຄັ້ງທີ2 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19ເມື່ອປີ 2018ວ່າ, ເມື່ອໃດພົບເຫັນ “ເສືອ” ໂປ່ໂລຂຶ້ນແລ້ວກໍຕ້ອງຕີທັນທີ, ເມື່ອເຫັນ “ແມງວັນ” ບິນເວິ່ນຢູ່ທົ່ວທີບກໍຕ້ອງຕົບໃຫ້ໝົດ. ຄວາມເວົ້ານີ້ບໍ່ແມ່ນເວົ້າແຕ່ປາກເປົ່າລ້າໆ.
ຂັງອຳນາດໄວ້ໃນຄອກແຫ່ງລະບຽບການ
ປີ 2013, ໃນກອງປະຊຸມຄົບຄະນະຄັ້ງທີ2 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18, ທ່ານສີຈິ້ນຜິງຊີ້ອອກວ່າ, ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ຕິດຕາມກວດກາການໃຊ້ສິດອຳນາດ, ຂັງອຳນາດໄວ້ໃນຄອກແຫ່ງລະບຽບການ. ສ້າງໃຫ້ມີກົນໄກການລົງໂທດທີ່ເຮັດໃຫ້ຄົນບໍ່ກ້າສໍ້ລາດບັງຫຼວງ, ກົນໄກປ້ອງກັນທີ່ເຮັດໃຫ້ຄົນບໍ່ສາມາດສໍ້ລາດບັງຫຼວງໄດ້, ແລະກົນໄກຮັບປະກັນທີ່ເຮັດໃຫ້ຄົນບໍ່ສາມາດສໍ້ລາດບັງຫຼວງໄດ້ງ່າຍ.
ການຂັງອຳນາດໄວ້ໃນຄອກແຫ່ງລະບຽບການ, ກໍຕ້ອງກຳນົດສິດອຳນາດ ສ້າງລະບຽບແບບແຜນໃນການນຳໃຊ້ສິດອຳນາດ, ຈຳກັດສິດອຳນາດ ແລະ ຕິດຕາມກວດກາການນຳໃຊ້ສິດອຳນາດຕາມກົດໝາຍ. ຫ້າມບໍ່ໃຫ້ຖືເອົາການນຳພາຂອງພັກເປັນຂໍ້ອ້າງເພື່ອເອົາຄວາມເວົ້າສ່ວນຕົວປ່ຽນແທນກົດໝາຍ, ໃຊ້ສິດອຳນາດຢູ່ເໜືອກົດໝາຍ ແລະ ສະແຫວງຫາຜົນປະໂຫຍດສ່ວນຕົວໂດຍຜິດກົດໝາຍ.
ການຂັງອຳນາດໄວ້ໃນຄອກແຫ່ງລະບຽບການ, ຂໍກຸນແຈສຳຄັນແມ່ນຕ້ອງສ້າງລະບຽບການໃຫ້ເຄັ່ງຄັດ ແລະ ໜັກແໜ້ນ. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 18 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ອອກກົດເຫຼັກ 8 ຂໍ້ທີ່ປັບປຸງແບບແຜນການເຮັດວຽກ ແລະ ຕິດພັນກັບປະຊາຊົນຢ່າງໃກ້ຊິດ, ໄດ້ກຳນົດ ແລະ ປັບປຸງ “ຫຼາຍຫຼັກການກ່ຽວກັບຊີວິດການເມືອງພາຍໃນພັກພາຍໃຕ້ສະພາບການໃໝ່” “ກົດຂໍ້ກຳນົດກ່ຽວກັບການຕິດຕາມກວດກາພາຍໃນພັກກອມມູນິດຈີນ” “ຫຼັກການວ່າດ້ວຍລະບຽບວິໄນ ແລະ ຄວາມຊື່ສັດບໍລິສຸດຂອງພັກກອມມູນິດຈີນ”, ແລະ ກົດລະບຽບອື່ນໆພາຍໃນພັກ, ເຮັດໃຫ້ຄອກແຫ່ງລະບຽບມີຄວາມຮັດກຸມກວ່າເກົ່າ ແໜ້ນໜາກວ່າເກົ່າ.
ເຮັດໃຫ້ລະບຽບວິໄນກາຍເປັນສາຍໄຟຟ້າແຮງສູງຢ່າງແທ້ຈິງ
ປີ 2014, ໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18, ທ່ານສີຈິ້ນຜິງຊີ້ອອກວ່າ, ຕ້ອງປະຕິບັດຕາມລະບຽບວິໄນການຈັດຕັ້ງຢ່າງແທ້ຈິງ, ຫ້າມບໍ່ໃຫ້ມີກໍລະນີພິເສດ, ອົງການຈັດຕັ້ງພັກທຸກຂັ້ນຕ້ອງກ້າເຮັດກ້າທຳກ້າຄຸ້ມຄອງ, ເຮັດໃຫ້ລະບຽບວິໄນກາຍເປັນສາຍໄຟຟ້າແຮງສູງຢ່າງແທ້ຈິງ.
ພັກກອມມູນິດຈີນແມ່ນພັກການເມືອງລັດທິມາກທີ່ສ້າງຕັ້ງຂຶ້ນໂດຍອາໄສອຸດົມການປະຕິວັດ ແລະ ລະບຽບວິໄນທີ່ເຂັ້ມງວດ, ການປະຕິບັດຕາມລະບຽບວິໄນຢ່າງເຂັ້ມງວດແມ່ນມູນເຊື້ອທີ່ມີກຽດ ແລະ ທ່າແຮງພິເສດຂອງພັກກອມມູນິດຈີນ.
ຖ້າວ່າພັກກອມມູນິດຈີນທີ່ມີສະມາຊິກພັກ 95 ລ້ານກວ່າຄົນບໍ່ມີການຈຳກັດດ້ານລະບຽບວິໄນແລ້ວ ຈະເໝືອນກັບ “ດິນຊາຍທີ່ແຕກສະຫຼາຍ”. ທ່ານສີຈິ້ນຜິງຊີ້ອອກວ່າ, ພັກຕ້ອງຄຸ້ມຄອງພັກ ການຄຸ້ມຄອງພັກຢ່າງເຂັ້ມງວດ ຕ້ອງສ້າງລະບຽບວິໄນຢ່າງເຄັ່ງຄັດ ແລະເຂັ້ມງວດກ່ອນ, ລະບຽບວິໄນ ບໍ່ຄວນເປັນ “ຫຸ່ນເຟືອງເຂົ້າ”, ແລະບໍ່ຄວນປ່ອຍປະເປັນສິ່ງທີ່ບໍ່ມີປະໂຫຍດຕົວຈິງຫຍັງເລີຍ.
ພະລັງຊີວິດຂອງລະບຽບວິໄນແມ່ນຂຶ້ນຢູ່ກັບການປະຕິບັດຕົວຈິງ. ສາຍໄຟຟ້າແຮງສູງບໍ່ພຽງແຕ່ຕ້ອງຕັ້ງຂຶ້ນເທົ່ານັ້ນ, ຍັງຕ້ອງສົ່ງກະແສໄຟຟ້າໃຫ້ສາມາດນຳໃຊ້ໄດ້ຢ່າງແທ້ຈິງ. ຕ້ອງອອກແຮງສ້າງກົດລະບຽບຂຶ້ນ, ຍິ່ງຕ້ອງປະຕິບັດຢ່າງເຂັ້ມງວດ, ກ້າເຮັດກ້າທຳກ້າຄຸ້ມຄອງ, ບໍ່ອົດທົນນຳການກະທຳທີ່ຜິດກົດລະບຽບແມ່ນແຕ່ໜ້ອຍດຽວ.
ຊ່າງຕີເຫຼັກຕ້ອງເຂັ້ມແຂງ
ເດືອນພະຈິກປີ 2012, ທ່ານສີຈິ້ນຜິງ ແລະ ກຳມະການທ່ານອື່ນໆໃນຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ພົບປະກັບນັກຂ່າວຈີນ ແລະຕ່າງປະເທດ, ໂດຍໄດ້ສະເໜີທັດສະນະທີ່ວ່າ “ຊ່າງຕີເຫຼັກຕ້ອງເຂັ້ມແຂງ” ເປັນຄັ້ງທຳອິດ. ໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 18, ທ່ານສີຈິ້ນຜິງໄດ້ເວົ້າຢ່າງເຄັ່ງຂຶມວ່າ: “ຊ່າງຕີເຫຼັກຕ້ອງເຂັ້ມແຂງ” ແມ່ນຄຳໝັ້ນສັນຍາທີ່ໜັກແໜ້ນຂອງພັກກອມມູນິດຈີນ.
ຊ່າງຕີເຫຼັກຜູ້ດີເດັ່ນຢາກຜະລິດເຄື່ອງເຫຼັກທີ່ປານີດ ແລະ ໃຊ້ໄດ້ດົນ, ກໍຕ້ອງມີຮ່າງກາຍທີ່ເຂັ້ມແຂງ, ມີຈິດໃຈທີ່ເຂັ້ມແຂງ ແລະ ມີສີມືທີ່ປານີດ. ທ່ານສີຈິ້ນຜິງໄດ້ນຳໃຊ້ປະໂຫຍກທີ່ເຂົ້າໃຈງ່າຍນີ້, ເພື່ອບັນລະຍາຍຄວາມໝັ້ນໃຈ ແລະ ຄວາມຕັດສິນໃຈທີ່ພັກກອມມູນິດຈີນປະຕິຮູບຕົນເອງຢ່າງກ້າຫານ.
ຄຳເຫັນ
0