徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທຈະຈັດກິດຈະກຳຫຼິ້ນບຸນຫົດນ້ຳຄືນໃໝ່ຫຼັງຢຸດເຊົາໄປເປັນເວລາ 2 ປີ ລັດຖະບານຮຽກຮ້ອງໃຫ້ປ້ອງກັນໃຫ້ດີ

2022-03-10 11:53:19 cri

ໄທຈະຈັດກິດຈະກຳຫຼິ້ນບຸນຫົດນ້ຳຄືນໃໝ່ຫຼັງຢຸດເຊົາໄປເປັນເວລາ 2 ປີ ລັດຖະບານຮຽກຮ້ອງໃຫ້ປ້ອງກັນໃຫ້ດີ_fororder_WechatIMG294

 

ຕາມຂ່າວCRI: ໜັງສືພິມ “ບາງກອກພົສ” ຂອງໄທລາຍງານວ່າ, ລັດຖະບານໄທໄດ້ປະກາດໃນວັນທີ 8 ມີນານີ້ວ່າ: ຫຼັງຈາກກິດຈະກຳຫຼິ້ນບຸນຫົດນ້ຳໄດ້ຢຸດເຊົາໄປເປັນເວລາ 2 ປີຍ້ອນສະພາບພະຍາດໂຄວິດ-19, ກໍ່ຈະເລີ່ມຈັດຂຶ້ນຄືນໃໝ່ໃນເດືອນເມສາໜ້ານີ້, ແຕ່ລັດຖະບານໄດ້ຮຽກຮ້ອງໃຫ້ມວນຊົນສືບຕໍ່ນຳໃຊ້ມາດຕະການປ້ອງກັນສຸຂະພາບໃຫ້ດີ.

 

ຕາມການລາຍງານຂ່າວແຈ້ງວ່າ:​ ໂຄສົກລັດຖະບານໄທໄດ້ກ່າວໃນວັນທີ 8 ມີນານີ້ວ່າ,​ ທ່ານປະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທໄດ້ອະນຸຍາດໃຫ້ຈັດກິດຈະກຳທີ່ກ່ຽວຂ້ອງແລະສາມາດທ່ອງທ່ຽວຂ້າມແຂວງໄດ້ໃນໄລຫຼິ້ນບຸນຫົດນ້ຳເຊິ່ງຈະເລີ່ມແຕ່ວັນທີ 13 ເມສາຫາວັນທີ 15 ເມສາໜ້ານີ້. ແຕ່ວ່າໃນໄລຍະຫຼິ້ນບຸນ, ມວນຊົນຕ້ອງເຄົາລົບແລະປະຕິບັດມາດຕະການປ້ອງກັນ “vuca”  ຕ້ອງສັກວັກຊີນ, ການປ້ອງກັນທົ່ວໄປ, ການສ້າງເຂດປອດສະພາບພະຍາດໂຄວິດ-19ແລະການກວດຫາເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ຄຳ​ເຫັນ

0