覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອງລາວລະຫວ່າງທ່ານສີຈິ້ນຜິງກັບສະມາຊິກສອງສະພາ-1: ທ່ານເລຂາທິການໃຫຍ່ຟັງຂ້ອຍເລົ່າເລື່ອງ

2022-03-11 16:57:56 cri

 

   ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະກອງປະຊຸມ ສະພາປຶກສາ ການເມືອງປະຊາຊົນແຫ່ງຊາດຈີນ ຫຼືເອີ້ນວ່າ ກອງປະຊຸມສອງສະພາໃນ ແຕ່ລະປີ, ທ່ານສີຈິ້ນຜິງ  ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດຈີນ ປະທານປະເທດຈີນ ລ້ວນແຕ່ໄດ້ພົບປະແລກປ່ຽນຄວາມຄິດເຫັນ ຢ່າງເຊິ່ງໜ້າກັບບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສອງສະພາ ເພື່ອຮັບຟັງ ສຽງຂອງປະຊາຊົນ. ໃນການແລກປ່ຽນປຶກສາຫາລືຢ່າງກົງໄປກົງມາແລະ ຈິງໃຈແຕ່ລະເທື່ອ ແມ່ນໄດ້ສະແດງໃຫ້ເຫັນເຖິງປະຊາທິປະໄຕໃນທົ່ວຂະບວນການ ຢ່າງມີຊີວິດຊີວາ, ພ້ອມທັງເປັນພຶດຕິກຳຕົວຈິງທີ່ສ່ອງແສງໃຫ້ເຫັນເຖິງທ່ານສີຈິ້ນຜິງ ທີ່ເປັນຜູ້ນຳປະຊາຊົນໄດ້ເຊື່ອມສານຈິດໃຈເຂົ້າກັບປະຊາຊົນ. ຕໍ່ໄປແມ່ນເລື່ອງລາວທີ່ໜ້າປະທັບໃຈລະຫວ່າງທ່ານນາງ ຈູ່ໂກວຜິງ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນກັບທ່ານສີຈິ້ນຜິງ.
 

ເລື່ອງລາວລະຫວ່າງທ່ານສີຈິ້ນຜິງກັບສະມາຊິກສອງສະພາ-1: ທ່ານເລຂາທິການໃຫຍ່ຟັງຂ້ອຍເລົ່າເລື່ອງ_fororder_朱国萍

 

ທ່ານນາງຈູ່ໂກວຜິງ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ

 

   ທ່ານສີຈິ້ນຜິງໄດ້ໂອ້ລົມຢ່າງໃກ້ຊິດກັບທ່ານນາງ ຈູ່ໂກວຜິງ ສອງເທື່ອ ເຊິ່ງລ້ວນແຕ່ກ່ຽວຂ້ອງກັບການເລົ່າເລື່ອງ.

 

   ເທື່ອທຳອິດແມ່ນຢູ່ຫ້ອງປະຊຸມຊຽງໄຮ້ທີ່ຫໍສະພາປະຊາຊົນແຫ່ງຊາດຈີນເມື່ອ 8 ປີກ່ອນ. ຄື ເວລາ 15 ໂມງຂອງວັນທີ 5 ມີນາປີ2014, ທ່າມກາງສຽງຕົບມືຢ່າງຟົດ ຟື້ນ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ຫ້ອງປະຊຸມ ເພື່ອເຂົ້າຮ່ວມການພິຈາລະນາ ກັບຄະນະຜູ້ແທນຊຽງໄຮ້ທີ່ເພິ່ນສັງກັດຢູ່ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 12.

 

   ທ່ານນາງຈູ່ໂກວຜິງ ເລຂາໜ່ວຍພັກເຂດຊຸມຊົນຫົງສູ ຖະໜົນຫົງສຽວ ເມືອງສາງນິງກຳແພງນະຄອນຊຽງໄຮ້ ກໍແມ່ນຜູ້ແທນທ່ານໜຶ່ງທີ່ເຂົ້າຮ່ວມກອງປະ ຊຸມໃນຄັ້ງນັ້ນ. ເມື່ອໄດ້ເຫັນບັນດາຜູ້ແທນທັງຫຼາຍທີ່ຄຸ້ນເຄີຍກັນ, ທ່ານສີຈິ້້ນຜິງ ໄດ້ຈັບມືກັບບັນດາຜູ້ແທນດ້ວຍຄວາມດີໃຈ. ເມື່ອຈັບມືມາເຖິງທ່ານນາງຈູ່ໂກວຜິງ, ທ່ານສີຈິ້ນຜິງໄດ້ເອີ້ນນາງຢ່າງໃກ້ຊິດວ່າ “ຜູ້ແທນອາວຸໂສ”. ຕອນນັ້ນ ທ່ານນາງຈູ່ໂກວຜິງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນມາໄດ້ສອງຊຸດແລ້ວ, ເມື່ອໄດ້ຍິນທ່ານສີຈິ້ນຜິງເວົ້າແບບນີ້, ນາງຮູ້ສຶກອົບອຸ່ນຫຼາຍ.

 

   ໃນເວລາພິຈາລະນາ, ທ່ານນາງຈູ່ໂກວຜິງໃຊ້ເວລາ 8 ນາທີໄດ້ເລົ່າເລື່ອງລາວ3 ເລື່ອງສູ່ທ່ານເລຂາທິການໃຫຍ່ສີຈິ້ນຜິງຟັງລວດດຽວເລີຍໂດຍບໍ່ມີການຕິດຄັດຈັກຄວາມຄື: ປະຊາຊົນໄດ້ຍາດກັນຊື້ເຮືອນຢູ່ເຂດຄຸ້ມທີ່ມີໂຮງຮຽນທີ່ດີເພື່ອ ລູກຫຼານຄືແນວໃດ? ພາລູກຫຼານໄປຫາໝໍຢູ່ພະແນກເດັກໃນໂຮງໝໍທີ່ມີຄົນເຈັບ ຄັບຄາໜາແໜ້ນນັ້ນແມ່ນລຳບາກຄືແນວໃດ? ເຮັດແນວໃດເພື່ອໃຫ້ ຜູ້ອາຍຸສູງໄດ້ຮັບການລ້ຽງດູເບິ່ງແຍງຢ່າງມີກຽດສັກສີ?

 

  ທ່ານນາງຈູ່ໂກວຜິງເລົ່າສູ່ຟັງວ່າ: “ປັດຈຸບັນ,ຢູ່ໂຮງໝໍມີຄົນຄັບຄາໜາແໜ້ນປານກັບ ຢູ່ສະຖານີລົດໄຟ, ຄົນເຈັບຈາກແຫ່ງຕ່າງໆພາກັນຫຸ້ມໄປປິ່ນປົວພະຍາດຢູ່ເມືອງ ໃຫຍ່, ຄັນເປັນກໍລະນີເຈັບໜັກຫຼືເປັນພະຍາດທີ່ປົວຍາກ ກໍຍັງເຂົ້າໃຈໄດ້ຢູ່, ແຕ່ຖ້າເຈັບເປັນເລັກໆນ້ອຍໆກໍໄປປິ່ນປົວຢູ່ເມືອງໃຫຍ່ມັນຈັ່ງແມ່ນລຳບາກປະຊາຊົນທັງສິ້ນເປືອງເງິນຕື່ມອີກ.”

 

   ສິ່ງທີ່ທ່ານນາງຈູ່ໂກວຜິງເລົ່າສູ່ຟັງນັ້ນລ້ວນແຕ່ເປັນເລື່ອງຊີວິດປະຈຳວັນຂອງ ປະຊາຊົນ ແລະກໍເປັນສະພາບຕົວຈິງຂອງຮາກຖານ.

 

ເມື່ອທ່ານສີຈິ້ນຜິງໄດ້ຟັງແລ້ວກໍຍ້ອງຍໍວ່າ: ການເລົ່າເລື່ອງມັນດີກວ່າການ ເລົ່າເຫດຜົນ.

 

ທ່ານນາງຈູ່ໂກວຜິງຮູ້ດີວ່າ: ທ່ານເລຂາທິການໃຫຍ່ສີຈິ້ນຜິງຮັບຟັງຕົນເອງທີ່ເປັນຜູ້ແທນ ມາຈາກເຂດຊຸມຊົນເລົ່າເລື່ອງ, ຄວາມຈິງແລ້ວກໍແມ່ນຮັບຟັງຫາງສຽງຈາກຂັ້ນ ຮາກຖານ, ເພື່ອຮັບຮູ້ສະພາບຕົວຈິງຂອງຂັ້ນຮາກຖານ ແລະສຳຫຼວດຄົ້ນຄວ້າ ຄວາມປາຖະໜາຂອງປະຊາຊົນຢູ່ຂັ້ນຮາກຖານ.

 

ໃນກອງປະຊຸມຄັ້ງນັ້ນ, ທ່ານສີຈິ້້ນຜິງໄດ້ຊີ້ອອກວ່າ: “ຈຸດສຸມໃນການ ຄຸ້ມຄອງສັງຄົມຕ້ອງຢູ່ນຳເຂດຊຸມຊົນໃນຕົວເມືອງແລະຊົນນະບົດ, ເມື່ອຄວາມ ສາມາດໃນການບໍລິການແລະການຄຸ້ມຄອງເຂດຊຸມຊົນເຂັ້ມແຂງຂຶ້ນແລ້ວ, ພື້ນຖານການຄຸ້ມຄອງສັງຄົມກໍຈະໜັກແໜ້ນເຊັ່ນດຽວກັນ.”

 

ເມື່ອໄດ້ຟັງຄຳຊີ້ນຳຂອງທ່ານສີຈິ້ນຜິງແລ້ວ, ທ່ານນາງຈູ່ໂກວຜິງໄດ້ຄິດຢູ່ໃນໃຈວ່າ: ໃນຕໍ່ໜ້າຈະເຮັດວຽກໃຫ້ລະອຽດກວ່າເກົ່າ, ຍັງຕ້ອງເກັບ ກຳເລື່ອງລາວໃໝ່ທີ່ສ່ອງແສງເຖິງຄວາມຂັດຂ້ອງໝອງໃຈແລະບັນຫາທີ່ປະຊາຊົນຕ້ອງການຢາກແກ້ໄຂຢ່າງຮີບດ່ວນນັ້ນໃຫ້ຫຼາຍກວ່າເກົ່າ.

 

ຫຼັງຈາກກອງປະຊຸມຄັ້ງນັ້ນ, ປະຊາຊົນເຂດຊຸມຊົນໄດ້ພາກັນຍ້ອງທ່ານນາງ ຈູ່ໂກວຜິງວ່າເປັນ “ລາຊີນີເລົ່າເລື່ອງ”, ແລະທ່ານນາງຈູ່ໂກວຜິງກໍມີຄວາມຫ້າວຫັນໃນ ການເຮັດວຽກຢ່າງດຸໝັ່ນກວ່າເກົ່າ. 

 

ເມື່ອປະຊາຊົນໃນເຂດຊຸມຊົນເຈັບເປັນນອນໂຮງໝໍ,ແຕ່ງດອງ, ຈັດງານຕ່າງໆ, ທ່ານນາງຈູ່ໂກວຜິງແມ່ນຕ້ອງໄປຢ້ຽມຢາມແນ່ນອນ, ເມື່ອຜູ້ເຖົ້າພົບຄວາມຫຍຸ້ງຍາກ, ຜູ້ວ່າງງານໄດ້ປະກອບອາຊີບໃໝ່, ນາງກໍຕ້ອງເອົາໃຈໃສ່ແນ່ນອນ, ກ່ຽວກັບມາດຕະການຊ່ວຍເຫຼືອຜູ້ທຸກຍາກ, ຄວາມຄິດເຫັນແລະຂໍ້ສະເໜີຂອງປະຊາຊົນ,ນາງຕ້ອງຈົດໄວ້ຢູ່ໃນໃຈແນ່ນອນ... ເລື່ອງນ້ອຍໃຫຍ່ຂອງປະຊາຊົນໃນ ເຂດຊຸມຊົນທີ່ຢູ່ໃນເຂດຄຸ້ມຄອງຂອງນາງທັງໝົດ 1.000 ກວ່າຄອບຄົວ, ລ້ວນ ແຕ່ໄດ້ກາຍເປັນຂໍ້ສະເໜີທີ່ມີຄຸນນະພາບສູງທີ່ທ່ານນາງຈູ່ໂກວຜິງຮຽບຮຽງໄວ້ເພື່ອນຳ ໄປສະເໜີຢູ່ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ.

 

ວັນທີ 2 ພະຈິກປີ 2019, ທ່ານນາງຈູ່ໂກວຜິງໄດ້ພົບກັບທ່ານເລຂາທິການໃຫຍ່ ສີຈິ້້ນຜິງອີກຄັ້ງໜຶ່ງ.
 

ເລື່ອງລາວລະຫວ່າງທ່ານສີຈິ້ນຜິງກັບສະມາຊິກສອງສະພາ-1: ທ່ານເລຂາທິການໃຫຍ່ຟັງຂ້ອຍເລົ່າເລື່ອງ_fororder_市民服务中心2
 

ວັນທີ 2 ພະຈິກປີ 2019, ທ່ານສີຈິ້ນຜິງໄດ້ໂອ້ລົມກັບຊາວເມືອງຊຽງໄຮ້ຢູ່ສູນບໍລິການຊາວເມືອງກູເປີຍຊຽງໄຮ ເພື່ອຮັບຮູ້ສະພາບວຽກງານຂໍຄວາມເຫັນຈາກຊາວ ເມືອງກ່ຽວກັບຮ່າງກົດຫມາຍ.

 

ຕອນຄ້າຍແລງມື້ນັ້ນ, ທ່ານສີຈິ້ນຜິງ ທີ່ກຳລັງສຳຫຼວດກວດກາວຽກງານຢູ່ ນະຄອນຊຽງໄຮ້ໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ຖະໜົນຫົງສຽວທີ່ນາງຈູ່ໂກວຜິງອາໄສຢູ່. ຢູ່ສູນບໍລິການຊາວເມືອງກູເປີຍຊຽງໄຮ້, ທ່ານນາງຈູ່ໂກວຜິງ ຢືນຢູ່ຄຽງຂ້າງທ່ານສີຈິ້ນຜິງໂດຍໄດ້ເລົ່າເລື່ອງໃໝ່ກ່ຽວກັບພຶດຕິກຳຕົວຈິງຂອງຕົນໃນດ້ານວຽກງານນິຕິບັນຍັດຢູ່ຂັ້ນຮາກຖານ.

 

 ໃນໄລຍະບໍ່ເທົ່າໃດປີຜ່ານມາ, ທ່ານນາງຈູ່ໂກວຜິງພ້ອມກັບຊາວເມືອງທັງຫຼາຍ ໄດ້ຜ່ານຈາກຈຸດພົວພັນນິຕິບັນຍັດຂັ້ນຮາກຖານຖະໜົນຫົງສຽວ ເພື່ອເຂົ້າຮ່ວມ ການປັບປຸງກົດໝາຍ 30 ກວ່າສະບັບເຊັ່ນ: ກົດໝາຍວ່າດ້ວຍການຕ້ານ ການໃຊ້ຄວາມຮຸນແຮງຕໍ່ຄອບຄົວ, ກົດໝາຍວ່າດ້ວຍເພງຊາດ, ກົດໝາຍວ່າດ້ວຍ ການປົກປ້ອງຄົນທີ່ບໍ່ທັນເຕັມກະສຽນອາຍຸ ແລະອື່ນໆ, ໂດຍໄດ້ສະເໜີຄວາມຄິດ ເຫັນແລະຂໍ້ສະເໜີກ່ຽວກັບການສ້າງກົດໝາຍປະເພດຕ່າງໆທັງໝົດ 600ກວ່າຂໍ້.

 

 ທ່ານນາງຈູ່ໂກວຜິງເວົ້າກັບທ່ານສີຈິ້ນຜິງວ່າ: “ເມື່ອພີ່ນ້ອງປະຊາຊົນ ພວກເຮົາໄດ້ເຫັນຂໍ້ສະເໜີແລະຄວາມເຫັນຂອງຕົນໄດ້ກາຍເປັນປະໂຫຍກໜຶ່ງແລະຄຳສັບໜຶ່ງທີ່ລະບຸໄວ້ຢູ່ໃນກົດໝາຍແລ້ວ, ເຂົາເຈົ້າຕ່າງກໍຮູ້ສຶກດີໃຈຫຼາຍ... ປະຊາຊົນທັງຫຼາຍ ບໍ່ພຽງແຕ່ໄດ້ສຳຜັດຢ່າງໃກ້ຊິດກັບປະຊາທິປະໄຕປະຊາຊົນເທົ່ານັ້ນ, ຍັງມີສະຕິ ເປັນເຈົ້າຂອງປະເທດຊາດ ແລະມີຄວາມຮູ້ກ່ຽວກັບກົດໝາຍຫຼາຍຂຶ້ນຕື່ມອີກ”.

 

ພາຍຫຼັງໄດ້ຮັບຮູ້ຢ່າງລະອຽດກ່ຽວກັບຈຸດພົວພັນນິຕິບັນຍັດຂັ້ນຮາກຖານຢູ່ ຊຽງໄຮ້ແລ້ວ, ທ່ານສີຈິ້ນຜິງໄດ້ສະເໜີທັດສະນະສຳຄັນກ່ຽວກັບ “ປະຊາທິປະໄຕປະຊາຊົນ ໃນທົ່ວຂະບວນການ”: “ພວກເຮົາແມ່ນເດີນຕາມເສັ້ນທາງພັດທະນາການເມືອງສັງ ຄົມນິຍົມທີ່ມີສີສັນພິເສດຂອງຈີນ, ປະຊາທິປະໄຕປະຊາຊົນເປັນປະຊາທິປະໄຕ ໃນທົ່ວຂະບວນການ.”

 

ທ່ານນາງຈູ່ໂກວຜິງເວົ້າດ້ວຍຄວາມປະທັບໃຈວ່າ: “ເລື່ອງລາວນ້ອຍໆຂອງພວກ ເຮົາແມ່ນຕິດພັນກັບແນວທາງໃຫຍ່ແຫ່ງການບໍລິຫານປະເທດຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ.”

 

 ເດືອນມີນາປີ2021, ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງ ຊາດຈີນຊຸດທີ 13 ໄດ້ປັບປຸງກົດໝາຍວ່າດ້ວຍການຈັດຕັ້ງຂອງສະພາປະຊາ ຊົນແຫ່ງຊາດຈີນ ໂດຍໄດ້ກຳນົດເອົາ “ປະຊາທິປະໄຕໃນທົ່ວຂະບວນການ” ເປັນເນື້ອໃນຂອງກົດໝາຍສະບັບນີ້. ຕອນນັ້ນ, ທ່ານນາງຈູ່ໂກວຜິງໄດ້ອອກພັກຜ່ອນຮັບ ບຳນານແລ້ວ, ແຕ່ນາງຍັງສືບຕໍ່ເຮັດວຽກບໍລິການປະຊາຊົນ, ຮັບຟັງຄວາມ ປາຖະໜາຂອງປະຊາຊົນຢູ່ໃນຫ້ອງການຜິງຈູ້ຫົງສຽວທີ່ນາງສ້າງຕັ້ງຂຶ້ນ.

 

ໃນໄລຍະຈັດກອງປະຊຸມສອງສະພາປີນີ້, ທ່ານນາງຈູ່ໂກວຜິງໄດ້ທົບທວນເລື່ອງ ລາວກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນທີ່ນາງໄດ້ຮັບຮູ້ແລ້ວສ້າງໃຫ້ເປັນຂໍ້ສະເໜີເພື່ອນຳໄປສະເໜີໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄື: ເຮັດ ແນວໃດເພື່ອແກ້ໄຂຄວາມຫຍຸ້ງຍາກໃນດ້ານການປະເມີນການປະກັນໄພລ້ຽງດູຜູ້ເຖົ້າໄລຍະຍາວ? ແກ້ໄຂບັນຫາກ່ຽວກັບເດັກນ້ອຍຕິດອິນເຕີເນັດແນວໃດ?

 

ທ່ານນາງຈູ່ໂກວຜິງເວົ້າວ່າ: “ບັນຫາກ່ຽວກັບຜູ້ເຖົ້າແລະເດັກນ້ອຍສອງບັນຫານີ້ ເປັນສິ່ງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ພ້ອມທັງເປັນສິ່ງທີ່ທ່ານເລຂາທິການໃຫຍ່ຫ່ວງ ໃຍທີ່ສຸດ. ໃນຖານະເປັນຜູ້ແທນສະພາປະຊາຊົນແຫ່ງຊາດ, ພວກເຮົາຕ້ອງສືບ ຕໍ່ພະຍາຍາມເຮັດວຽກຕໍ່ໄປ.”

 

ຄຳ​ເຫັນ

0