刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຜນຍຸດທະສາດທີ່ຍິ່ງໃຫຍ່ຈາກຄຳປຽບທຽບຂອງທ່ານສີຈິ້ນຜິງ

2022-03-11 17:02:24 cri

 

ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປ​ະ​ຊຸ​ມ​ສະ​ພາປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຫຼື​ກອງ​ປະ​ຊຸມ​ສອງ​ສະ​ພາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໃນ​ຖາ​ນະ​ເປັນ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາຂອງ​ຄະ​ນະ​ຜູ້​ແທນ​ເຂດ​ມົງ​ໂກ​ໃນທີ່​ເຂົ້​າ​ຮ່ວມ​ກອງ​ປະ​ຊຸມ, ​ທ່ານ​ກ່າວ​ວ່າ: ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ປະ​ເທດ​ຈີນ​ຕ້ອງ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ກັນຢ່າງ​ແໜ້ນ​ແຟ້ນ​ຄືກັບ​ແກ່ນ​ໝາກ​ພິ​ລາ​ຈັບ​ກັນ​ຢ່າງ​ແໜ້ນ​ໜາ, ເພື່ອ​ຮ່ວມ​ກັນ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ.

 

ຄຳ​ປຽບ​ທຽບ​ກ່​ຽວ​ກັບ​ແກ່ນ​ໝາກ​ພິ​ລາ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢ່າງ​ມີ​ຊີ​ວິດ​ຊີ​ວາ. ໃນ​ກອງ​ປະ​ຊຸ​ມ​ສອງ​ສະ​ພາ​ແຫ່ງ​ຊາດ​​ແຕ່​ລະ​ປີ, ທ່ານ​ສີ​ຈິ້ນ​ຜິງ​ລ້ວນ​ແຕ່​ໄດ້​ເຂົ້າ​ຮ່ວມ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ຂອງ​ປະ​ເທດ​ຊາດກັບ​ຄະ​ນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສອງ​ສະ​ພາ​, ເຊິ່ງ​ໃນເວ​ລາ​ແລກ​ປ່ຽນຄວາມເຫັນ​ປຶກ​ສາ​ຫາ​ລື​ກັນ​ນັ້ນ, ​ທ່ານ​ກໍ​ໄດ້​ນຳ​ໃຊ້​ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາຫຼາຍ​ປະ​ໂຫຍກເພື່ອ​ບັນ​ຍາຍ​ທັດ​ສະ​ນະ​ຂອງ​ຕົນ. ໃນ​ນີ້, ທ່ານ​ເຄີຍ​ໄດ້​ຍົກ​ເອົາ​ຮູບ​ແຕ້ມ​ສະ​ໄໝ​​ບູ​ຮານທີ່​ມີ​ຊື່​ສຽງ​ຂອງ​ຈີນມາ​ວາດ​ພາບກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ​ງາມ​ຂອງ​ຈີນ​ໃນ​ຍຸກ​ໃໝ່.

 

1. ຕອກຕະປູ"ຕ້ອງເຮັດວຽກງານຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຢ່າງບໍ່ລົດລະເປັນເວລາດົນນານ,ສົ່ງເສີມນ້ຳໃຈຕອກຕະປູ,ຕ້ອງມີຄວາມອົດທົນທີ່ໝັ້ນໜຽວບໍ່ລົດລະ." --ສີຈິ້ນຜິງ

ຄຳອະທິບາຍ:ນ້ຳໃຈຕອກຕະປູ--ການຕອກຕະປູ,ມີແຕ່ຕອກເປັນແຕ່ລະບາດຈິ່ງສາມາດ ຕອກໃຫ້ເລິກໃຫ້ໝັ້ນຄົງໄດ້.ຕອກຕະປູດອກໜຶ່ງໃຫ້ເລິກແລ້ວຈິ່ງຕອກອີກ ດອກໜຶ່ງ,ຕອກເລື້ອຍໆ,ຍ່ອມຈະມີປະສິດທິຜົນຢ່າງໃຫຍ່ຫຼວງ.ໃຊ້ສຳລັບ ການປຽບທຽບວ່າ:ການເຮັດວຽກງານຕ້ອງອົດທົນບໍ່ທໍ້ຖອຍ,ບໍ່ລົດລະເປັນເວລາດົນນານຍ່ອມຈະໄດ້ຮັບຜົນສຳເລັດ.

 

2,ແສ່ວດອກໄມ້"ການຄຸ້ມຄອງຕົວເມືອງຄວນເຮັດຢ່າງລະອຽດເໝືອນດັ່ງແສ່ວດອກໄມ້."--ສີຈິ້ນຜິງ

ຄຳອະທິບາຍ:ການແສ່ວດອກໄມ້ແມ່ນງານລະອຽດ,ຕ້ອງເຂົ້າໃຈສະພາບລວມ,ແລ້ວຈິ່ງ ເນັ້ນໃສ່ລາຍລະອຽດ,ແສ່ວເທື່ອລະເຂັມຢ່າງລະອຽດຖີ່ຖ້ວນ.ທ່ານສີຈິ້ນຜິງ ໃຊ້ຄຳນີ້ມາປຽບທຽບວິທີການເຮັດວຽກທີ່ລະອຽດແມ່ນຢຳ.ມີແຕ່ຄຸ້ມຄອງຢ່າງລະອຽດ,ການພັດທະນາຕົວເມືອງຈຶ່ງຈະສາມາດຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນເລື້ອຍໆເພື່ອເພີ່ມທະວີພະລັງຊີວິດໃນການພັດທະນາ.

 

3,ຫຸ່ນໄລ່ກາ“ມີບາງຄົນຮູ້ສຶກວ່າລະບຽບວິໄນແມ່ນຫຸ່ນໄລ່ກາ,ບໍ່ຕ້ອງໄປສົນໃຈ.ພວກ ເຮົາຕ້ອງປະຕິບັດຕາມລະບຽບວິໄນຢ່າງເຂັ້ມງວດ.” --ສີຈິ້ນຜິງ

ຄຳອະທິບາຍ:ຫຸ່ນໄລ່ກາໃນນາສວນ,ບໍ່ສາມາດໄລ່ນົກທີ່ມາລັກກິນໄດ້.ທ່ານສີຈິ້ນຜິງໃຊ້ ຄຳປຽບທຽບນີ້ເພື່ອຊີ້ໃຫ້ເຫັນວ່າ,ວິໄນດ້ານການຈັດຕັ້ງ,ວິໄນດ້ານເສດ ຖະກິດການເງິນ,ວິໄນດ້ານການເມືອງແລະວິໄນຕ່າງໆ,ຖ້າກາຍເປັນຫຸ່ນ ໄລ່ກາ,ຈະເຮັດໃຫ້ເກີດມີການເສຍທາດຂາດຄຸນ,ໃນທີ່ສຸດກໍ່ຈະທຳລາຍ ພາບພົດຂອງພັກກຳອຳນາດ,ເຮັດໃຫ້ພັກສູນເສຍສັດທາຈາກປະຊາຊົນ.

 

4 ແວ່ນ​ແຍງ“ເລື່ອງ​ເລັກ​ນ້ອຍແມ່ນ​ແວ່ນ​ແຍງອັນ​ໜຶ່ງ, ໃນ​ເລື່ອງ​ເລັກ​ນ້ອຍ ​ມີ​ສະ​ຕິ​ພັກ, ມີຫຼັກ​ການ ແລະ ມີ​ຄຸ​ນ​ສົມ​ບັດ.  --ທ່ານ​ສີ​ຈິ້ນ​ຜິງ

​ຄຳ​ອະ​ທິ​ບາຍ:ແວ່ນ​ແຍງ - ເລື່ອງ​ເລັກ​ນ້ອຍແມ່ນ​ແວນ​ແຍງ​ທີ່​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ແບບ​ແຜນ ແລະ ຄຸນ​ສົມ​ບັດ​ຂອງ​ຄົນ​ຜູ້​ໜຶ່ງ, ໂດຍ​ຈະ​ສະ​ທ້ອນ​ໃຫ້​​ເຫັນ​ຈິດ​ໃຈ ແລະ ຄຸນ​ສົມ​ບັດ​ຢູ່​ບ່ອນ​ຄວາມ​ລະ​ອຽດ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ນີ້​ເພື່ອ​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ການ​ນຳ​ເພີ່ມ​ທະ​ວີ​ການ​ສ້າງ​ຄຸນ​ສົມ​ບັດ​ໃຫ້​ກັບ​ຕົນ​ເອງ​ໂດຍ​ຜ່ານເລື່ອງ​ເລັກ​ນ້ອຍ, ປັບ​ປຸງ​ຕົນ​ເອງ​ໃຫ້​ສົມ​ບູນ​ຈາກ​ສິ່ງ​ມະ​ຍິກ​ມະ​ຍ່ອຍ, ​ເຂັ້ມ​ງວດ​ໃນ​ການ​ສ້າງ​ຄຸນ​ສົມ​ບັດ​ໃຫ້​ກັບ​ຕົນ​ເອງ, ແລະ ປ້ອງ​ກັນ​ບໍ່​ໃຫ້​ມີ​ຄວາມ​ຜິດ​ພາດ​ໃນ​ເລື່ອງ​ເລັກ​ນ້ອຍ.

 

 5. ມ້າ​ນ້ອຍ​ລາກ​ລໍ້​ໃຫຍ່“ຕ້ອງ​ຕັດ​ສິນ​ໃຈ​ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເດັດ​ຖານ, ບໍ່​ຄວນ​​ຕັ້ງ​ມາດ​ຕະ​ຖານ​ສູງ​ເກີນ​ໄປ, ເຮັດ​ໃຫ້ຄົນ​ທັງຫຼາຍ​ມີ​ຄວາມ​ຫວັງ​ສູງ​ເກີນໄປ, ​ຄວາມ​ສາ​ມາດບໍ່​ສົມ​ກັບ​ຄວາມຢາກ​ໄດ້. ມ້າ​ນ້ອຍ​ລາກ​ລໍ້​ໃຫຍ່ ຈະ​ບໍ່​ສາ​ມາດ​ລາກ​ໄປ​ໄດ້, ໃນ​ທີ່​ສຸດ​ກໍ​ມີ​ແຕ່​ຄວາມ​ຫວັງ​ດີ, ແຕ່​ບໍ່ມີ​ຫຍັງ​ສຳ​ເລັດ​ຜົນ. ” --ທ່ານ​ສີ​ຈິ້ນ​ຜິງ​

ຄຳ​ອະ​ທິ​ບາຍ:ມ້າ​ນ້ອຍ​ລາກ​ລໍ້​ໃຫຍ່ - ເປັນ​ຄຳ​ປຽບ​ທຽບ​ວ່າ ຜູ້​​ຜູ້​ໜຶ່ງ​ໄດ້​ປະ​ເມີນ​ຄວາມ​ສາ​ມາດ​ຂອງ​ຕົນ​ສູງ​ເກີນ​ໄປ, ເຮັດ​ສິ່ງ​ທີ່​ເກີນ​ຄວາມ​ສາ​ມາດ​ຂອງ​ຕົນ, ​ມັນ​ຈະ​ສົມ​ຫວັງ​ທີ່​ຕັ້ງ​ໄວ້. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ນີ້, ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ແລະ ກຳ​ແໜ້ນ​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຢ່າງ​ຮອບ​ດ້ານ, ເຊິ່ງ​ໄດ້​ຊີ້​ແຈງ​ທິດ​ທາງ​ໃຫ້​ແກ່​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ມີ​ຊີ​ວິດ​ຊີ​ວາ. 

 

6. ກັດ​ກະ​ດູກ​ແຂງ“ລົ​ງ​ເລິກ​ການ​ປະ​ຕິ​ຮູບ​ຕື່ມ​ອີກ, ຕ້ອງ​ກ້າ​ບຸກ​ທະ​ລຸ​ອຸ​ປະ​ສັກ​ດ້ານ​ແນວ​ຄິດ ແລະ ຮົ້ວ​ປ້ອງ​ກັນ​ກຸ່ມ​ຜົນ​ປະ​ໂຫຍດ​ທີ່​ເຂັ້ມ​ແຂງ, ກ້າ​ກັດ​ກະ​ດູກ​ແຂງ, ກ້າ​ຂ້າມ​ນ້ຳ​ທີ່​ມີ​ແກ້ງ​ອັນ​ຕະ​ລາຍ.”

                                                                                                                                --ທ່ານ​ສີ​ຈິ້ນ​ຜິງ 

ຄຳ​ອະ​ທິ​ບາຍ:ກັດ​ກະ​ດູກ​ແຂງ​ແມ່ນ​ໃຊ້​ປຽບ​ທຽບ​ຈິດ​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ບໍ່​ທໍ້​ຖອຍ, ບໍ່ຫຼັກ​ຄ່ຽງ​ບັນ​ຫາ, ບໍ່​ຢ້ານ​ຄວາມ​ຫຍຸ້ງ​ຍາກ, ກ້າ​ຜ່ານ​ຜ່າ​ອຸ​ປະ​ສັກ.

 

 7. ຕາ ແລະ ຊີ​ວິດ“ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຄື​ກັບ​ການ​ຮັກ​ສາ​​ດວງຕາ​ຂອງ​ຕົນ, ປະ​ຕິ​ບັດ​ກັບ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຄື​ກັນ​ກັບ​ການ​ປະ​ຕິ​ບັດກັບ​ຊີ​ວິດ​ຕົນ​ເອງ.”--ທ່ານ​ສີ​ຈິ້ນ​ຜິງ

​ຄຳ​ອະ​ທິ​ບາຍ:ທຳ​ມະ​ຊາດ​ເປັນ​ມານ​ດາ​ແຫ່ງ​ຊີ​ວິດ, ແມ່ນ​ພື້ນ​ຖານ​ການ​ດຳ​ລົງ​ຄົງ​ຕົວ ແລະ ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ. ຄຳ​ປ​ຽບ​ທຽບ “ຕາ” ແລະ “ຊີ​ວິດ” , ມີ​ຄວາມ​ໝາຍ​ວ່າ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຈະ​ຖືກ​ທຳ​ລາຍ​ໄດ້​ງ່າຍ, ແລະ​ບໍ່​ສາ​ມາດ​ເກີດ​ຄືນ​ໃໝ່​ໄດ້​ຄື​ກັນ​ກັບ​ຊີ​ວິດ​ຂອງ​ຄົນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ນີ້​ເປັນ​ການອະ​ທິ​ບາຍ​ແນວ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ໂດຍ​ອະ​ທິ​ບາຍ​ເຫດ​ຜົນ​ໄດ້​ຢ່າງ​ເລິກ​ເຊິ່ງ ຄື ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ກໍ​ແມ່ນ​ການ​ປົກ​ປ້ອງ​ມະ​ນຸດ, ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ກໍ​ແມ່ນ​ການ​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ມວນ​ມະ​ນຸດ.

ຄຳ​ເຫັນ

0