徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບຮອບ 100 ວັນ: ມີປະລິມານການຂົນສົ່ງທັັງໝົດຫຼາຍກວ່າ 1,2 ລ້ານໂຕນ

2022-03-12 15:37:38 cri

ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບຮອບ 100 ວັນ: ມີປະລິມານການຂົນສົ່ງທັັງໝົດຫຼາຍກວ່າ 1,2 ລ້ານໂຕນ_fororder_fc1f4134970a304ea2b260e4e637a48cc8175c21

ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບຮອບ 100 ວັນ: ມີປະລິມານການຂົນສົ່ງທັັງໝົດຫຼາຍກວ່າ 1,2 ລ້ານໂຕນ_fororder_1c950a7b02087bf413e7b110c62c542613dfcfcd

ຕາມຂ່າວCRI: ວັນທີ 12 ມີນານີ້, ແມ່ນວັນທີ່ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບຮອບ 100 ວັນ, ມີປະລິມານການຂົນສົ່ງສິນຄ້າທັງໝົດຫຼາຍກວ່າ 1,2 ລ້ານໂຕນ, ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 2 ແສນ 8 ໝື່ນໂຕນ,​ ທົ່ວປະເທດຈີນມີ 13 ແຂວງແລະກຳແພງນະຄອນໄດ້ເປີດບໍລິການຂະບວນລົດໄຟສິນຄ້າຂ້າມຊາຍແດນ 360 ກວ່າຂະບວນ, ໄດ້ສົ່ງອອກສິນຄ້າໄປສູ່ລາວ,​ ມຽນມາ, ກຳປູເຈຍ, ໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ, ບັງກະລາເດັດແລະປະເທດອື່ນໆ. ພ້ອມດຽວກັນນັ້ນ,​ ເສັ້ນທາງລົດໄຟຈີນ-ລາວກໍໄດ້ຂົນສົ່ງຜູ້ໂດຍສານທີ່ມີຈຳນວນຫຼາຍກວ່າ 1,8 ລ້ານ, ສະພາບການແລ່ນລົດຢ່າງປອດໄພສະດວກວ່ອງໄວ, ສີຂຽວ, ມີປະສິດທິພາບສູງເຊິ່ງເຮັດໃຫ້ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນທາງເລືອກທຳອິດໃນການເດີນທາງຂອງປະຊາຊົນ.

 

ທ່ານຫຼີໂຫງຊີງ, ຮອງຫົວໜ້າສະຖານີລົດໄຟຄຸນໝິງຕາເວັນອອກຂອງກຸ່ມບໍລິສັດ ທາງລົດໄຟຄຸນໝິງຈີນກ່າວວ່າ,​ ຫຼັງຈາກເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້, ຕົ້ນທຶນການຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນຂອງລາວຫານະຄອນຄຸນໝິງຂອງຈີນຈະຫຼຸດລົງ 40% ຫາ 50%,​ ພ້ອມກັນນັ້ນຕົ້ນທຶນການຂົນສົ່ງສິນຄ້າພາຍໃນປະເທດລາວຈະຫຼຸດລົງ 20% ຫາ 40%. ໄປ​ຄຽງຄູ່ກັບ “ສັນຍາວ່າດ້ວຍສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ເກີດມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະລິມານການຂົນສົ່ງສິນຄ້າແລະປະລິມານການຂົນສົ່ງຜູ້ໂດຍສານຂອງເສັ້ນທາງລົດໄຟຈີນ-ລາວຍັງຈະໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ເວລາການຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍແລະຮູບແບບການອອກເດີນທາງຢ່າສະດວກວ່ອງໄວ, ໄດ້ອຳນວຍຄວາມສະດວກຫຼາຍຢ່າງຫຼວງຫຼາຍໃຫ້ແກ່ການເດີນທາງຂອງປະຊາຊົນທີ່ຢູ່ລຽບຕາມເສັ້ນທາງລົດໄຟ.

ຄຳ​ເຫັນ

0