ວັນທີ 18 ມັງກອນປີ2022, ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19
ໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ຍຶດໝັ້ນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານເຂົ້າສູ່ລວງເລິກ. ນັບແຕ່ປີ 2013 ຫາປີ 2022, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມຄົບຄະນະຂອງຄະນະກຳມະການກວດກາວິໄນສູນກາງພັກເມື່ອຕົ້ນປີເປັນເວລາ 10 ປີລຽນຕິດ. ໃນການກ່າວຄຳປາໄສທຸກເທື່ອ, ທ່ານສີຈິ້ນຜິງໄດ້ກ່າວຄວາມເວົ້າທີ່ສຳຄັນຫຼາຍປະໂຫຍກ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ເຂັ້ມແຂງຂອງສູນກາງພັກກອມມູນິດຈີນໃນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ.
ຍຶດໝັ້ນການຕ້ານການສໍ້ລາດບັງຫຼວງແບບບໍ່ມີເຂດຕ້ອງຫ້າມ ປົກຄຸມຢ່າງທົ່ວເຖິງ ແລະບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ
ປີ 2017, ໃນກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18, ທ່ານສີຈິ້ນຜິງຊີ້ອອກວ່າ, ຍຶດໝັ້ນ ການຕ້ານການສໍ້ລາດບັງຫຼວງແບບບໍ່ມີເຂດຕ້ອງຫ້າມ ປົກຄຸມຢ່າງທົ່ວເຖິງ ແລະບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ, ປະໂຫຍກນີ້ໄດ້ຖືກຈັດເຂົ້າໃນບົດລາຍງານຂອງກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 19.
ການສໍ້ລາດບັງຫຼວງພະຍາດມະເຮັງຂອງສັງຄົມ, ແມ່ນໄພຂົ່ມຂູ່ທີ່ໜັກໜ່ວງທີ່ສຸດຢູ່ຕໍ່ໜ້າພັກກຳອຳນາດ, ແລະກໍແມ່ນປາກົດການທີ່ປະຊາຊົນກຽດຊັງທີ່ສຸດ. ໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18, ທ່ານສີຈິ້ນຜິງຊີ້ອອກວ່າ: “ຖ້າບໍ່ຢາກເຮັດຜິດໃຈພວກສໍ້ລາດບັງຫຼວງເປັນຮ້ອຍເປັນພັນຄົນ, ກໍຈະເຮັດຜິດໃຈປະຊາຊົນ 1 ຕື້ 300 ລ້ານຄົນ, ນີ້ເປັນບັນຫາທາງການເມືອງ ແລະ ເປັນຄວາມສັດທາຂອງປະຊາຊົນຢ່າງຈະແຈ້ງທີ່ສຸດ!”
ການຕ້ານກັບການສໍ້ລາດບັງຫຼວງແມ່ນໜ້າທີ່ທີ່ຍາວນານ ສັບສົນ ແລະ ລຳບາກ, ບໍ່ຄວນມີຄວາມຄິດວ່າ ພໍເປັນໄປໄດ້, ຜ່ອນຄາຍຄວາມພະຍາຍາມ ແລະ ຢຸດເຊົາບາດກ້າວເດີນຊົ່ວຄາວ, ຕ້ອງຍຶດໝັ້ນການເນັ້ນໃສ່ສະກັດກັ້ນ, ໃຊ້ຄວາມກົດດັນສູງ ແລະ ນາບຂູ່ເປັນໄລຍະຍາວ, ເຮັດໃຫ້ພວກສໍ້ລາດບັງຫຼວງບໍ່ມີບ່ອນລີ້ຊ່ອນຕົວ, ເຮັດໃຫ້ທົ່ວພັກມີຄວາມຕື່ນຕົວ ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະບໍ່ຢາກສໍ້ລາດບັງຫຼວງ.
ອະນາໄມເດີ່ນບ້ານເລື້ອຍໆ, ກຳຈັດໂຕມ້າບໍ່ດີທີ່ເປັນໄພອັນຕະລາຍຕໍ່ຝູງມ້າທັງໝົດ ເຊິ່ງກົງກັບຄຳສຸພາສິດລາວທີ່ວ່າ:ປາໂຕດຽວເນົ່າໝົດຂ້ອງ.
ປີ 2019, ໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19, ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງຕໍ່ອົງການກວດກາວິໄນວ່າ: “ຕ້ອງອະນາໄມເດີ່ນບ້ານເລື້ອຍໆ, ກຳຈັດໂຕມ້າບໍ່ດີທີ່ເປັນໄພອັນຕະລາຍຕໍ່ຝູງມ້າທັງໝົດ (ປາໂຕດຽວເນົ່າໝົດຂ້ອງ), ສ້າງຖັນແຖວພະນັກງານກວດກາວິໄນທີ່ຈົ່ງຮັກພັກດີ ບໍລິສຸດ ແລະ ມີຄວາມຮັບຜິດຊອບ.”
ອົງການກວດກາວິໄນເປັນອົງການສະເພາະດ້ານການຕິດຕາມກວດກາຂອງພັກ ແລະ ລັດຖະບານ, ໄດ້ແບກຫາບໜ້າທີ່ອັນໜັກໜ່ວງທີ່ມອບໝາຍໂດຍພັກ ແລະ ປະຊາຊົນ. ຖ້າວ່າຜູ້ປະຕິບັດກົດໝາຍ ແລະ ລະບຽບວິໄນຊ້ຳພັດລະເມີດລະບຽບວິໄນ ແລະ ກົດໝາຍເອງ , ກໍເໝືອນກັບຜູ້ເຝົ້າຮັກສາຊັບສິນລັກເອົາຊັບສິນເອງ, ເຊິ່ງຈະເປັນຜົນຮ້າຍທີ່ໜັກໜ່ວງກວ່າ, ແລະຈະສ້າງຜົນກະທົບທີ່ຮ້າຍແຮງກວ່າ.
ຖັນແຖວກວດກາວິໄນຕ້ອງນຳໃຊ້ມາດຕະຖານທີ່ສູງກວ່າ ແລະ ລະບຽບວິໄນທີ່ເຂັ້ມງວດກວ່າຕໍ່ຕົນເອງ, ຝຶກຝົນຫຼໍ່ຫຼອມແບບແຜນແນວຄິດ ຄວາມສາມາດທີ່ເຂັ້ມແຂງ, ຕັ້ງຕົວ ແລະ ເຮັດວຽກດ້ວຍສະຕິພັກ, ປະຕິບັດລະບຽບວິໄນຢ່າງຍຸຕິທຳ, ນຳໃຊ້ສິດອຳນາດຢ່າງຮອບຄອບ, ຍົກສູງພູມຕ້ານທານຂອງຕົນເອງຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການຮັບເອົາການຕິດຕາມກວດກາພາຍໃນພັກ ແລະ ວົງການຕ່າງໆຂອງສັງຄົມ, ເປັນຜູ້ປ້ອງກັນທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນ.
ຊຸກຍູ້ສະພາບການທີ່ ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງດ້ວຍມີການປະສານສົມທົບກັນຢ່າງແໜ້ນແຟ້ນ.
ປີ 2020, ໃນກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19, ທ່ານສີຈິ້ນຜິງຊີ້ອອກວ່າ, ຕ້ອງກຳແໜ້ນກົດເກນກໍ່ສ້າງແບບແຜນຂອງພັກ ແລະ ການປົກຄອງບໍລິຫານທີ່ປອດໃສຂາວສະອາດຢ່າງເລິກເຊິ່ງ, ຊຸກຍູ້ສະພາບການທີ່ ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ.
ເຮັດແນວໃດຈຶ່ງສາມາດເຮັດໃຫ້ພະນັກງານການນຳ “ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ”? ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ຕ້ອງນຳໃຊ້ການປະຕິບັດວິໄນ ແລະ ກົດໝາຍຢ່າງເຂັ້ມງວດເພື່ອເພີ່ມຄວາມເຂັ້ມແຂງຂອງລະບຽບການ, ຊຸກຍູ້ໃຫ້ສ້າງລະບົບລະບຽບການທີ່ສົມບູນ, ລະບົບຕິດຕາມກວດກາທີ່ເຂັ້ມງວດ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການສຶກສາອົບຮົມດ້ານອຸດົມການ, ຍົກສູງສະຕິພັກ ແລະ ຄວາມຕື່ນຕົວ, ຮັດແໜ້ນພື້ນຖານດ້ານແນວຄິດທີ່ບໍ່ລືມອຸດົມການແຕ່ຫົວທີ ແລະ ຈື່ຈຳພາລະກຳຢ່າງໜັກແໜ້ນ.
ການສ້າງແບບແຜນຂອງພັກ, ການປົກຄອງບໍລິຫານທີ່ປອດໃສຂາວສະອາດ ແລະ ຕ້ານກັບການສໍ້ລາດບັງຫຼວງຈະຢູ່ບົນເສັ້ນທາງນີ້ຕະຫຼອດໄປ. ປີ 2015, ໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: “ການສ້າງແບບແຜນຂອງພັກ, ການປົກຄອງບໍລິຫານທີ່ປອດໃສຂາວສະອາດ ແລະຕ້ານກັບການສໍ້ລາດບັງຫຼວງຈະຢູ່ບົນເສັ້ນທາງນີ້ຕະຫຼອດໄປ. ປີ 2022, ໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19, ທ່ານສີຈິ້ນຜິງໄດ້ຊີ້ອອກອີກເທື່ອໜຶ່ງວ່າ, ຕ້ອງໃຊ້ຈິດໃຈເດັດດ່ຽວໜຽວແໜ້ນທີ່ຈະກ້າວເດີນໄປຂ້າງໜ້າຕະຫຼອດໄປ, ສືບຕໍ່ດຳເນີນຢ່າງຍືດເຍື້ອຍາວນານບັ້ນສ້າງແບບແຜນພັກ, ການປົກຄອງບໍລິຫານທີ່ປອດໃສຂາວສະອາດ ແລະ ຕ້ານກັບການສໍ້ລາດບັງຫຼວງໃຫ້ດີ.
ບັ້ນສ້າງແບບແຜນພັກ, ການປົກຄອງບໍລິຫານທີ່ປອດໃສຂາວສະອາດ ແລະ ຕ້ານກັບການສໍ້ລາດບັງຫຼວງແມ່ນບັ້ນຮົບທີ່ບໍ່ໃຫ້ປະລາໄຊຢ່າງເດັດຂາດ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ພິຈາລະນາຈາກການເປັນຕາຍຂອງພັກ ແລະ ປະເທດຊາດ, ຊຸກຍູ້ການສ້າງແບບແຜນພັກ ແລະ ການປົກຄອງບໍລິຫານທີ່ປອດໃສຂາວສະອາດ, ດຳເນີນການຕໍ່ຕ້ານກັບການສໍ້ລາດບັງຫຼວງ, ແລະໄດ້ຮັບປະສິດທິຜົນຢ່າງປະຈັກຕາຂອງຊາວໂລກ.
ແຕ່ການຊັ່ງຊາກຳລັງລະຫວ່າງການສໍ້ລາດບັງຫຼວງ ກັບການຕ້ານ ການສໍ້ລາດບັງຫຼວງຍັງຄົງດຳເນີນໄປຢ່າງດຸເດືອດ, ການລົບລ້າງການສໍ້ລາດບັງຫຼວງທີ່ເປັນລະບົບ ແລະ ແກ້ໄຂຄວາມສ່ຽງທີ່ບົ່ມຊ້ອນຍັງເປັນໜ້າທີ່ໜັກໜ່ວງ ແລະຍາວນານ.
ໃຊ້ການປະຕິວັດຕົນເອງທີ່ຍິ່ງໃຫຍ່ ເພື່ອນຳພາການປະຕິວັດສັງຄົມທີ່ຍິ່ງໃຫຍ່.
ໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19 ທີ່ຈັດຂຶ້ນໃນປີ 2022, ທ່ານສີຈິ້ນຜິງໄດ້ສະເໜີວ່າ “ໃຊ້ການປະຕິວັດຕົນເອງທີ່ຍິ່ງໃຫຍ່ ເພື່ອນຳພາການປະຕິວັດສັງຄົມທີ່ຍິ່ງໃຫຍ່, ຍຶດໝັ້ນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານກ້າວສູ່ລວງເລິກ”, ພ້ອມທັງນຳໃຊ້ “6 ຈຳເປັນ” ເພື່ອບັນລະຍາຍການພົວພັນລະຫວ່າງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ກັບການປະຕິວັດຕົນເອງ.
ການປະຕິວັດຕົນເອງຢ່າງກ້າຫານແມ່ນຂີດໝາຍອັນພົ້ນເດັ່ນທີ່ພັກກອມມູນິດຈີນ ແຕກຕ່າງກັບພັກການເມືອງອື່ນໆ. ໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19, ທ່ານສີຈິ້ນຜິງກ່າວວ່າ, ພັກກອມມູນິດຈີນມີປະຫວັດສາດດົນປານນີ້, ມີຂະໜາດໃຫຍ່ປານນີ້, ໄດ້ກຳອຳນາດດົນປານນີ້, ເຮັດແນວໃດຈຶ່ງຈະສາມາດພົ້ນອອກຈາກຮອບໝູນວຽນແຫ່ງຄວາມສິວິໄລ ແລະຄວາມຊຸດໂຊມໃນປະຫວັດສາດ? ສະຫາຍເໝົາເຈີຕຸ່ງໄດ້ໃຫ້ຄຳຕອບທຳອິດຢູ່ໃນເຮືອນຖ້ຳຂອງເມືອງຢຽນອ່ານ, ຄື “ມີແຕ່ໃຫ້ປະຊາຊົນຕິດຕາມກວດກາລັດຖະບານ, ລັດຖະບານຈຶ່ງບໍ່ກ້າລົດລະຄວາມພະຍາຍາມ.” ເມື່ອຜ່ານການບຸກບືນສູ້ຊົນມາເປັນເວລາຮ້ອຍປີ, ໂດຍສະເພາະແມ່ນພຶດຕິກຳອັນໃໝ່ນັບແຕ່ກອງປຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ໃຫ້ຄຳຕອບທີ 2, ຄື ການປະຕິວັດຕົນເອງ.
“ໃຊ້ການປະຕິວັດຕົນເອງທີ່ຍິ່ງໃຫຍ່ ເພື່ອນຳພາການປະຕິວັດສັງຄົມທີ່ຍິ່ງໃຫຍ່.” ນີ້ກໍແມ່ນຄວາມໝາຍອັນເລິກເຊິ່ງໃນຄວາມເວົ້າຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມຄົບຄະນະຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນທຸກຄັ້ງ.
ຄຳເຫັນ
0