吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກອັກຄະລັດຖະທູດລາວປະຈຳຈີນກ່າວວ່າ: ຄອງຄອຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນໄລຍະຕໍ່ໄປ

2022-03-13 15:32:16 CRI

ເອກອັກຄະລັດຖະທູດລາວປະຈຳຈີນກ່າວວ່າ: ຄອງຄອຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນໄລຍະຕໍ່ໄປ_fororder_5b81b8a763f44dc681a35e7b74739934


    ໃນໄລຍະຈັດກອງປະຊຸມສອງສະພາຈີນປີນີ້, ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ,ປີນີ້ແມ່ນປີທີ 5 ທີ່ດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກໍ່ແມ່ນປີສຸດທ້າຍທີ່ປະຕິບັດ “ແຜນການດຳເນີນງານ 5 ປີຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ລາວ ກັບ ຈີນກຳລັງຈັດວາງແຜນການຮ່ວມມືໃນໄລຍະຕໍ່ໄປ.


    ທ່ານນາງຄຳເພົາ ເອີນທະວັນຊີ້ໃຫ້ເຫັນວ່າ, ສາຍພົວພັນລາວ-ຈີນໄດ້ເຂົ້າສູ່ໄລຍະທີ່ດີທີ່ສຸດໃນປະຫວັດສາດ. ວັນທີ 3 ທັນວາປີ 2021, ທາງລົດໄຟລາວ-ຈີນເລີ່ມເປີດບໍລິການຢ່າງເປັນທາງການໂດຍໄດ້ເພີ່ມພະລັງແຮງໃໝ່ເພື່ອໃຫ້ພາກພື້ນແມ່ນ້ຳຂອງປັບປຸງການແລກປ່ຽນດ້ານວັດທະນະທຳໃຫ້ໝັ້ນຄົງກວ່າເກົ່າ, ເພີ່ມພະລັງຊີວິດເສດຖະກິດ ແລະ ຟື້ນຟູການພັດທະນາຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ການກໍ່ສ້າງທາງລົດໄຟລາວຈີນສອດຄ່ອງກັບຍຸດທະສາດທີ່“ເຮັດໃຫ້ປະເທດລາວຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດ” ໃນລະດັບສູງສຸດ,ມີຜົນດີໃຫ້ຫຼຸດຄວາມຜິດໂຕນກັນເໜືອໃຕ້ຂອງພາກພື້ນແມ່ນ້ຳຂອງ.

ຄຳ​ເຫັນ

0