ທ່ານໄມໄມຖີຢີປູ້ເຢີ້ຢີ່ມູ້ ໄມໄມຖີມິງ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນທີ່ເປັນເລຂາໜ່ວຍພັກບ້ານບາສືຢວີ້ຈີໄມເມືອງເຊີເລີ ເຂດປົກຄອງຕົນເອງອຸຍເກີຊິນຈ່ຽງ. ລາວພົບໜ້າກັບທ່ານສີຈິ້ນຜິງເປັນເທື່ອທຳອິດແມ່ນຢູ່ທີ່ປະຊຸມແຫ່ງການພິຈາລະນາຂອງຄະນະຜູ້ແທນເຂດຊິນຈ່ຽງທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ5ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 12 ໃນວັນທີ 10 ມີນາປີ2017. ເມື່ອເລົ່າເຖິງຄວາມຮູ້ສຶກທີ່ໄດ້ເຫັນທ່ານເລຂາທິການໃຫຍ່ສີຈິ້ນຜິງໃນໄລຍະໃກ້ປານນີ້, ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ໄດ້ບອກວ່າ: “ຮູ້ສຶກເປັນກັນເອງແລະອົບອຸ່ນຫຼາຍຄືກັນກັບທີ່ໄດ້ເຫັນເພິ່ນຢູ່ໃນໂທລະພາບ”
ກ່ອນໜ້ານັ້ນ, ທ່ານສີຈິ້ນຜິງເຄີຍໄດ້ສົ່ງຈົດໝາຍຕອບຄືນໃຫ້ກັບລູກຫຼານຂອງລຸງຄູເອີບານ ອະດີດຜູ້ແທນສະພາປະຊາຊົນແຫ່ງຊາດຈີນ ທີ່ເຄີຍໄດ້ຮັບການຕ້ອນຮັບຈາກທ່ານເໝົາເຈີຕຸ່ງ ອະດີດຜູ້ນຳປະເທດຈີນ. ຢູ່ທີ່ປະຊຸມໃນວັນທີ 10 ມີນາ 2017 ມື້ນັ້ນ, ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ໄດ້ເອົາຮູບຖ່າຍຮ່ວມຄອບຄົວທີ່ລູກຫຼານລຸງຄູເອີບານໄດ້ຝາກໃຫ້ລາວນຳໄປຮ່ວມປະຊຸມນັ້ນໃຫ້ທ່ານສີຈິ້ນຜິງເບິ່ງ.
“ໂອ້,ເປັນຄອບຄົວໃຫຍ່ຈະເລີນມີຄົນຫຼາຍເນາະ!”
ທ່ານສີຈິ້ນຜິງທັງເບິ່ງຮູບຖ່າຍທັງເວົ້າວ່າ: “ຕອນຮຽນຢູ່ໂຮງຮຽນປະຖົມ, ຂ້າພະເຈົ້າກໍໄດ້ອ່ານເລື່ອງລາວກ່ຽວກັບລຸງຄູເອີບານຢາກຂີ່ລວາເດີນທາງໄປປັກກິ່ງເພື່ອຢ້ຽມຢາມທ່ານປະທານເໝົາເຈີຕຸ່ງຈາກປຶ້ມແບບຮຽນແລ້ວ.”
ຄຳຍ້ອງຍໍແລະຄວາມເອົາໃຈໃສ່ຈາກທ່ານສີຈິ້ນຜິງໄດ້ເຮັດໃຫ້ບັນຍາກາດຢູ່ທີ່ປະຊຸມຟົດຟື້ນຂຶ້ນ.
ທ່ານສີຈິ້ນຜິງໄດ້ຖາມດ້ວຍຄວາມເອົາໃຈໃສ່ວ່າ: “ເຂດຊົນນະບົດຢູ່ເຂດເຫີທຽນຂອງພວກສະຫາຍເປັນເຂດແຄວ້ນທີ່ມີດິນປູກຝັງໜ້ອຍ. ຢູ່ບ້ານຂອງສະຫາຍ,ແຕ່ລະຄອບຄົວມີດິນປູກຝັງຫຼາຍເທົ່າໃດ?”, “ດຽວນີ້ໄດ້ປູກພືດພັນທັນຍາຫານຫຼືປູກຕົ້ນໄມ້ໃຫ້ໝາກ?”
ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ຮູ້ສຶກຕື້ນຕັນໃຈຫຼາຍ, ທ່ານເວົ້າວ່າ: “ເຂດຊິ່ນຈ່ຽງຫ່າງຈາກນະຄອນຫຼວງປັກກິ່ງໄກປານນີ້, ແຕ່ໃຈຂອງທ່ານເລຂາທິການໃຫຍ່ໃກ້ຊິດກັບພວກເຮົາຫຼາຍປານນີ້.”
ຢູ່ໃນການພິຈາລະນາກັບຄະນະຜູ້ແທນເຂດຊິນຈ່ຽງຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ຊີ້ນຳວ່າ: ຕ້ອງຈັດຕັ້ງປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກແລະລຶບລ້າງຄວາມທຸກຍາກໃຫ້ຖືກຕ້ອງກັບເປົ້າໝາຍຢ່າງຮອບດ້ານ, ຖືເອົາເຂດທຸກຍາກຢູ່ພາກໃຕ້ຊິນຈ່ຽງເປັນສະໜາມຮົບຕົ້ນຕໍຂອງບັ້ນລຶບລ້າງຄວາມທຸກຍາກ, ປະຕິບັດໂຄງການເຮືອນຢູ່ຖາວອນຂອງເຂດຊົນນະບົດແລະໂຄງການຕັ້ງຖິ່ນຖານຄົງທີ່ສຳລັບຊາວລ້ຽງສັດເຄື່ອນທີ່ ແລະໂຄງການເຮືອນນະໂຍບາຍໃນຕົວເມືອງໃຫ້ມີປະສິດທິຜົນ, ປັບປຸງການບໍລິການສາທາລະນະຂັ້ນພື້ນຖານຢູ່ເຂດນິຄົມລ້ຽງສັດແລະເຂດຊາຍແດນໃຫ້ສົມບູນຂຶ້ນ, ສຸມຄວາມພະຍາຍາມເຮັດໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ທີ່ດີກວ່າເກົ່າ.
ສິ່ງທີ່ເຮັດໃຫ້ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ຕື່ນເຕັ້ນດີໃຈນັ້ນແມ່ນ ຕອນຄ້າຍແລງມື້ຕໍ່ມາ, ໃນງານລ້ຽງນ້ຳຊາສຳລັບຜູ້ແທນສະພາປະຊາຊົນແລະສະມາຊິກສະພາປຶກສາການເມືອງປະຊາຊົນທີ່ເປັນຊາວຊົນເຜົ່າສ່ວນໜ້ອຍທີ່ເຂົ້າຮ່ວມກອງປະຊຸມສອງສະພາແຫ່ງຊາດ, ລາວໄດ້ພົບກັບທ່ານສີຈິ້ນຜິງອີກຄັ້ງໜຶ່ງ ແລະຍັງໄດ້ນັ່ງຢູ່ຄຽງຂ້າງເພິ່ນອີກ.
ທ່ານສີຈິ້ນຜິງໄດ້ໂອ້ລົມກັບທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ຢ່າງສະໜິດສະໜົມ ແລະຍັງໄດ້ເລົ່າເອກະລັກພິເສດຂອງລາຍການສະແດງສິລະປະວັນນະຄະດີໃນງານລ້ຽງສູ່ລາວຟັງຕື່ມອີກ.
ໄປຄຽງຄູ່ກັບການສະແດງສິລະປະລາຍການຕ່າງໆໃນງານລ້ຽງດັ່ງກ່າວ, ຈິດໃຈຂອງທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ ກໍໄດ້ເພີດເພີນເລື່ອນລອຍໄປເຖິງພູຜາແມ່ນ້ຳແຫ່ງຕ່າງໆຂອງປະເທດຊາດໄປພ້ອມກັບສຽງເພງ. ລາວຮູ້ດີວ່າ, ທ້ອງຖິ່ນຫຼາຍໆແຫ່ງເຫຼົ່ານີ້ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມມາແລ້ວ, ວົງຄະນາຍາດປະຊາຊາດຈີນແມ່ນຢູ່ໃນໃຈຂອງທ່ານສີຈິ້ນຜິງ. ສຽງເພງທີ່ຮ້ອງວ່າ “ຊິ່ນຈ່ຽງພວກເຮົາເປັນດິນແດນແສນດີ…” ໄດ້ດັງກ້ອງກັງວານຢູ່ຂ້າງຫູ, ສ່ວນຈິດໃຈຂອງທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ແມ່ນປິຕິຊົມຊື່ນຫາອັນປຽບບໍ່ໄດ້.
ນັບຕັ້ງແຕ່ນັ້ນມາ, ເມື່ອໃດພົບຄວາມຫຍຸ້ງຍາກ, ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ກໍຈະຄິດເຖິງສະພາບການທີ່ພົບໜ້າກັບທ່ານເລຂາທິການໃຫຍ່ສີຈິ້ນຜິງຢູ່ສະເໝີ, ແລະມັກຈະຄິດພໍ້ຄຳສັ່ງສອນຂອງເພິ່ນ. ທ່ານໄມໄມຖີຢີ່ປູ້ເຢີ້ຢີ່ມູ້ມີຄວາມເຊື່ອວ່າ: “ຕ້ອງປະຕິບັດຕາມຄຳສັ່ງສອນຂອງທ່ານເລຂາທິການໃຫຍ່ໃຫ້ໄດ້, ນຳພາພີ່ນ້ອງປະຊາຊົນສາມັກຄີກັນສ້າງຄວາມຮັ່ງມີແລະມຸ່ງໜ້າສູ່ຊີວິດທີ່ອີ່ມໜຳສຳລານ, ເຖິງຈະມີຄວາມຫຍຸ້ງຍາກຫຼາຍສ່ຳໃດກໍຕ້ອງບຸກບືນສູ້ຊົນ.”
ປີ2019 ເປັນປີຂໍກຸນແຈສຳຄັນແຫ່ງການລຶບລ້າງຄວາມທຸກຍາກຂອງປະເທດຈີນ. ເພື່ອສ້າງໂຄງການຫຼຸດຜ່ອນຄວາມທຸກຍາກດ້ວຍການລ້ຽງກະຕ່າຍພັນ, ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ໄດ້ຍ້າຍໄປເຮັດວຽກແລະດຳລົງຊີວິດຢູ່ໃນຕູບຜ້າເຕັ້ນທີ່ຕັ້ງຢູ່ຂ້າງສະຖານທີ່ກໍ່ສ້າງໂຄງການເປັນເວລາເຖິງ 85 ວັນ.
ເມື່ອໃດພີ່ນ້ອງຊາວບ້ານທັງຫຼາຍມີຄວາມຂັດຂ້ອງໃຈ, ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ກໍຮີບຮ້ອນເດີນທາງເມື່ອບ້ານເພື່ອຈັດປະຊຸມແລກປ່ຽນປຶກສາຫາລືກັບຊາວບ້ານທັນທີ.
“ການລ້ຽງກະຕ່າຍມີລາຍຮັບສູງກວ່າການລ້ຽງແກະ.” ກ່ອນອື່ນ, ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ໄດ້ຊ່ວຍຄິດໄລ່ຜົນກຳໄລໃຫ້ພີ່ນ້ອງຊາວບ້ານທັງຫຼາຍທີ່ບໍ່ຍອມລ້ຽງກະຕ່າຍນັ້ນຮັບຮູ້ເພື່ອລຶບລ້າງຄວາມລະແວງສົງໃສຂອງເຂົາເຈົ້າວ່າ: “ກະຕ່າຍໂຕໜຶ່ງສາມາດເກີດລູກໄດ້40ໂຕຕໍ່ປີ, ໂຕໜຶ່ງຂາຍໄດ້ເງິນ30ຢວນ, ໄລ່ລວມແລ້ວກໍແມ່ນ1200ຢວນ. ພະນັກງານຄຸ້ມຄອງຟາມລ້ຽງກະຕ່າຍແມ່ນໃຊ້ແຮງງານຊາວບ້ານທັງໝົດ, ເງິນເດືອນແມ່ນ2.000 ຫາ 3.000 ຢວນ, ປີໜຶ່ງກໍແມ່ນ30.000ຢວນຕໍ່ຄົນ.”
ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ເວົ້າຕໍ່ວ່າ: “ຕ້ອງສ້າງຟາມລ້ຽງກະຕ່າຍຂຶ້ນກ່ອນຈິ່ງຈະເຫັນເຖິງປະສິດທິຜົນໄດ້, ການວາງທໍ່ນ້ຳປະປາ, ຕັ້ງເສົາໄຟຟ້າແລະແລ່ນສາຍໄຟ, ຂົນສົ່ງວັດສະດຸກໍ່ສ້າງຢູ່ສະຖານທີ່ກໍ່ສ້າງແມ່ນກຳລັງຕ້ອງການແຮງງານຫຼາຍ.”
ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ໄດ້ຕອບຄຳຖາມຕ່າງໆທີ່ພວກຊາວບ້ານທັງຫຼາຍຕັ້ງຂຶ້ນ, ແລະຍັງໄດ້ເລົ່າສູ່ຟັງກ່ຽວກັບທ່ານເລຂາທິການໃຫຍ່ສີຈິ້ນຜິງໃຫ້ຄວາມສຳຄັນຕໍ່ການພັດທະນາເຂດຊິນຈ່ຽງແລະໃຫ້ຄວາມເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ໄດ້ໄປຢາມຊາວບ້ານແຕ່ລະຄອບຄົວເພື່ອເກ້ຍກ່ອມອະທິບາຍໃຫ້ພີ່ນ້ອງຊາວບ້ານມີຄວາມລະແວງສົງໃສໜ້ອຍລົງ ແລະມີກຳລັງໃຈເພີ່ມຂຶ້ນ. ບໍ່ຮອດເດືອນ, ໜ່ວຍກໍ່ສ້າງໄດ້ຈັດຕັ້ງຂຶ້ນ, ເຊິ່ງເຮັດໃຫ້ໂຄງການລ້ຽງກະຕ່າຍພັນໄດ້ດຳເນີນໄປດ້ວຍດີ.
ປີ2019, ຟາມລ້ຽງກະຕ່າຍທັນສະໄໝແຫ່ງໜຶ່ງໄດ້ຜ່ານການກວດກາແລະມອບຮັບຢ່າງສຳເລັດຜົນ, ກະຕ່າຍພັນງວດທຳອິດຈຳນວນ 50.000 ໂຕໄດ້ຊື້ເຂົ້າມາລ້ຽງຢູ່ໃນຟາມ. ຊາວບ້ານ 70 ກວ່າຄົນໄດ້ຜ່ານການຝຶກອົບຮົມແລ້ວກາຍເປັນພະນັກງານຂອງຟາມລ້ຽງກະຕ່າຍ. ອຸດສາຫະກຳສຳລັບການຫຼຸດຜ່ອນຄວາມທຸກຍາກຢູ່ພາຍໃນບ້ານໄດ້ນັບມື້ນັບຫຼາຍຂຶ້ນ, ແລະປະສິດທິຜົນກໍນັບມື້ນັບດີຂຶ້ນ.
ໃນໄລຍະບຸນກຸດຈີນປີ2022, ທ່ານໄມໄມຖີ ຢີ່ປູ້ເຢີ້ຢີ່ມູ້ໄດ້ໄປຢ້ຽມຢາມ ເຮືອນຂອງປ້າອາວານີຊາຮານ ທູເອີຊຸນໂທເຮີຖີ ຊາວບ້ານຜູ້ໜຶ່ງທີ່ໄດ້ລ້ຽງກະຕ່າຍພັນຢູ່ໃນເດີ່ນບ້ານ.ຢູ່ເດີ່ນບ້ານຂອງປ້າອາວານີຊາຮານ ທູເອີຊຸນໂທເຮີຖີ ໄດ້ເຕັມໄປດ້ວຍສຽງເວົ້ານົວຫົວມ່ວນ, ກະຕ່າຍພັນທີ່ລ້ຽງຢູ່ໃນເດີ່ນບ້ານໄດ້ເຕີບໃຫຍ່ ເປັນຢ່າງດີ. ຜ່ານມາ,ປ້າຜູ້ນີ້ເຄີຍມີຄວາມລະແວງສົງໃສຕໍ່ການລ້ຽງກະຕ່າຍ, ແຕ່ວ່າພາຍຫຼັງໄດ້ລ້ຽງກະຕ່າຍແລ້ວ, ໃນປີຜ່ານມາ, ຄອບຄົວຂອງລາວສາມາດສ້າງລາຍໄດ້ເພີ່ມຂຶ້ນ200%, ໝົດຄອບຄົວໄດ້ຍ້າຍໄປຢູ່ເຮືອນນະໂຍບາຍທີ່ກວມເນື້ອທີ່120ຕາແມັດ, ພາຍໃນເຮືອນມີໂຊຟາໃຫຍ່ແລະໂທລະພາບສີໃຫຍ່. ເມື່ອມີຊີວິດການເປັນຢູ່ທີ່ດີຂຶ້ນແບບນີ້, ປ້າອາວານີຊາຮານ ທູເອີຊຸນໂທເຮີຖີ ມີຄວາມດີໃຈຫຼາຍຈົນຫາອັນປຽບບໍ່ໄດ້.
ຄຳເຫັນ
0