ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ໃນໄລຍະຈັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຫຼືເອີ້ນວ່າກອງປະຊຸມສອງສະພາໃນທຸກປີທີ່ຜ່ານມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ລ້ວນແຕ່ໄດ້ພົບປະແລກປ່ຽນຄຳຄິດເຫັນກັບບັນດາສະມາຊິກສອງສະພາແບບເຊິ່ງໜ້າ ເພື່ອຮ່ວມກັນປຶກສາຫາລືວຽກງານສຳຄັນ+ປີ, ທ່ານສີຈິ້ນຜິງໄດ້ລົງເຄື່ອນໄຫວເຮັດວຽກຢູ່ຮາກຖານເພື່ອຮັບຮູ້ສະພາບຊີວິດການເປັນຢູ່ຂອງປະຊາຊົນ, ສຳຫຼວດສະພາບຕົວຈິງກ່ຽວກັບປະຊາທິປະໄຕຢູ່ຮາກຖານ. ພົບປະໂອ້ລົມກັບພີ່ນ້ອງປະຊາຊົນຢ່າງສະໜິດສະໜົມ ເຊິ່ງຄຳເວົ້າທີ່ອົບອຸ່ນແຕ່ລະຄວາມຂອງທ່ານສີຈິ້ນຜິງໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈເພື່ອປະຊາຊົນຂອງຜູ້ນຳປະຊາຊົນ ພ້ອມນັ້ນຍັງໄດ້ສ່ອງແສງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນຢ່າງມີຊີວິດຊີວາຕື່ມອີກ.
ທ່ານນາງຈ້າວຮຸ້ຍເຈ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ
“ເປັນດິນປູກຝັງທີ່ມີການຮັບປະກັນການລະບາຍນ້ຳເຂົ້ານາບໍ່?”
“ເຈົ້າ,ແມ່ນແລ້ວ,ເປັນດິນປູກຝັງແບບນັ້ນໝົດ.”
“ນ້ຳປະປາເຂົ້າເຖິງບ້ານແລ້ວບໍ່?”
“ຮຽນທ່ານເລຂາທິການໃຫຍ່, ທາງບ້ານໄດ້ມີນ້ຳປະປາໃຊ້ແລ້ວ, ໄຟຟ້າກໍເຂົ້າເຖິງບ້ານແລ້ວເຊັ່ນກັນ. ດຽວນີ້, ບ້ານຂອງພວກເຮົາກຳລັງພັດທະນາອຸດສາຫະກຳທີ່ມີເອກະລັກພິເສດເພື່ອນຳພາພີ່ນ້ອງຊາວບ້ານສ້າງລາຍໄດ້ເພີ່ມຂຶ້ນແລະສ້າງຄວາມຮັ່ງມີຂຶ້ນ.”
ຄຳເວົ້າດັ່ງກ່າວແມ່ນຄຳສົນທະນາກັນລະຫວ່າງທ່ານສີຈິ້ນຜິງກັບທ່ານນາງຈ້າວຮຸ້ຍເຈ ເລຂາໜ່ວຍພັກບ້ານສ້ຽວມ້ຽວຈືຕາແສງຕ້າມ້ຽວເມືອງສົ່ງຊ່ານ ນະຄອນຊືເຟີ່ງ ເຂດປົກຄົງຕົນເອງມົງໂກໃນ, ຜູ້ແທນສະພາປະຊາຊົນແຫ່ງຊາດຈີນເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງເຂົ້າຮ່ວມການພິຈາລະນາກັບຄະນະຜູ້ແທນເຂດມົງໂກໃນໃນກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ເມື່ອວັນທີ 5 ມີນາປີ 2018.
ບ້ານສ້ຽວມ້ຽວຈື ຕັ້ງຢູ່ຕີນພູເຟີ້ງຫວງຕາມສາຍພູຢ່ຽນຊ່ານທາງພາກເໜືອຂອງປະເທດຈີນ, ພີ່ນ້ອງຊາວບ້ານທັງຫຼາຍໄດ້ເຮັດອາຊີບປູກສາລີ,ພືດພັນທັນຍາຫານສາລະພັດຊະນິດມາແຕ່ລະເຊັ່ນຄົນ, ດິນປູກຝັງສະເລ່ຍຕໍ່ຫົວຄົນບໍ່ຮອດ 2 ມູ໋ ຫຼືປະມານ 0,13ເຮັກຕາ, ບ້ານສ້ຽວມ້ຽວຈື ເຄີຍເປັນບ້ານທຸກຍາກທີ່ສຸດ. ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງ, ທ່ານນາງຈ້າວຮຸ້ຍເຈໄດ້ນຳພາຊາວບ້ານທັງຫຼາຍອາໄສອຸດສາຫະກຳການປູກຢາພື້ນເມືອງຈີນ ແລ້ວສາມາດບຸກເບີກເສັ້ນທາງພັດທະນາແບບສີຂຽວຢ່າງສຳເລັດຜົນ.
ເດືອນມັງກອນປີ2018, ທ່ານນາງຈ້າວຮຸ້ຍເຈໄດ້ຮັບເລືອກຕັ້ງໃຫ້ເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດທີ 13. ຫຼັງຈາກນັ້ນເດືອນກວ່າ, ທ່ານນາງຈ້າວຮຸ້ຍເຈໄດ້ເດີນທາງໄປປັກກິ່ງເພື່ອເຂົ້າຮ່ວມກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13, ໃນກອງປະຊຸມຄັ້ງນັ້ນ, ທ່ານນາງຈ້າວຮຸ້ຍເຈໄດ້ພົບໜ້າກັບທ່ານສີຈິ້ນຜິງ, ແລະທ່ານສີຈິ້ນຜິງໄດ້ສອບຖາມກ່ຽວກັບສະພາບການຂອງບ້ານສ້ຽວມ້ຽວຈືນຳທ່ານນາງຈ້າວຮຸ້ຍເຈ.
ເວລາຜ່ານໄປ 4 ປີແລ້ວ, ທ່ານນາງຈ້າວຮຸ້ຍເຈຍັງຈື່ຈຳໄດ້ດີ ເຖິງລາຍລະ ອຽດຂອງການແລກປ່ຽນຄວາມຄິດແບບເຊິ່ງໜ້າກັບທ່ານສີຈິ້ນຜິງໃນຄັ້ງນັ້ນ,ນາງເລົ່າຄືນຫຼັງວ່າ: “ຂ້າພະເຈົ້າໄດ້ລາຍງານສະພາບການຂອງບ້ານສ້ຽວມ້ຽວຈືຕໍ່ທ່ານເລຂາທິການໃຫຍ່ ພ້ອມທັງເຊື້ອເຊີນເພິ່ນໄປຢາມບ້ານສ້ຽວມ້ຽວຈື. ທ່ານເລຂາທິການໃຫຍ່ເວົ້າວ່າ: ຜ່ານມາເພິ່ນຍັງບໍ່ເຄີຍໄປນະຄອນຊືເຟິ່ງ, ແຕ່ມັນຢູ່ບໍ່ໄກຈາກນະຄອນຫຼວງປັກກິ່ງ, ໃນຕໍ່ໜ້າຕ້ອງມີໂອກາດໄປແນ່ນອນ.”
“ສິ່ງທີ່ຂ້າພະເຈົ້າຄິດບໍ່ເຖິງນັ້ນແມ່ນປີ2019, ທ່ານເລຂາທິການໃຫຍ່ໄດ້ເດີນທາງມາບ້ານເກີດຂອງຂ້າພະເຈົ້າຢ່າງແທ້ຈິງ, ເພິ່ນມາຢ້ຽມຢາມພີ່ນ້ອງປະຊາຊົນບັນດາເຜົ່າ.”
ທ່ານນາງຈ້າວຮຸ້ຍເຈເລົ່າຄືນຫຼັງຕື່ມວ່າ: ວັນທີ 15ກໍລະກົດປີ2019, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ເດີນທາງມາເຖິງບ້ານມ໋າອ່ານຊ່ານຖະໜົນເຫີນານ ເມືອງຄາຣຊິນນະຄອນຊືເຟິ່ງ ເພື່ອໂອ້ລົມແລະແລກປ່ຽນຄຳເຫັນກັບຜູ້ແທນພະນັກງານແລະປະຊາຊົນຂັ້ນຮາກຖານ. ທ່ານນາງຈ້າວຮຸ້ຍເຈ ໃນຖານະເປັນຜູ້ຕາງໜ້າພະນັກງານຮາກຖານ ໄດ້ນຳໃຊ້ຮູບພາບເພື່ອລາຍງານໃຫ້ທ່ານເລຂາທິການໃຫຍ່ຮູ້ກ່ຽວກັບສະພາບການດັດສ້າງຫ້ອງນ້ຳແລະການກຳຈັດຂີ້ເຫຍື້ອດ້ວຍການຄັດແຍກປະເພດຂອງບ້ານສ້ຽວມ້ຽວຈື.
ໃນຖານະເປັນຜູ້ນຳໜ້າພາທາງຂອງບ້ານ, ທ່ານນາງຈ້າວຮຸ້ຍເຈໄດ້ຈື່ຈຳຄຳສັ່ງສອນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງຢ່າງໜັກແໜ້ນມາໂດຍຕະຫຼອດ, ນາງໄດ້ນຳພາພີ່ນ້ອງຊາວບ້ານກຳແໜ້ນ “ອຸດສາຫະກຳ” ທີ່ເປັນພື້ນຖານການພັດທະນາ, ລົງທຶນສ້າງຕັ້ງໂຮງງານປຸງແຕ່ງຢາພື້ນເມືອງຈີນຂຶ້ນແລະສ້າງໃຫ້ເປັນຕ່ອງໂສ້ອຸດສາຫະກຳຢາພື້ນເມືອງຈີນທີ່ກວມເຖິງການປູກ, ການປຸງແຕ່ງ ແລະການຈຳໜ່າຍ. ພ້ອມດຽວກັນນັ້ນ, ຍັງໄດ້ສ້າງໂຮງເຮືອນກະສິກຳເພື່ອປູກໝາກໝັ້ນແລະໄມ້ເສດຖະກິດອື່ນໆ ໂດຍສາມາດກຳເນີດໃຫ້ມີສະພາບການພັດພັດທະນາອຸດສາຫະກຳຫຼາຍຢາງ.ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີຂອງບ້ານສ້ຽວມ້ຽວຈືໄດ້ເພີ່ມຈາກບໍ່ຮອດ 4.000 ຢວນເມື່ອປີ 2000 ຂຶ້ນເປັນ17.000ຢວນໃນປີ 2021.
ທ່ານນາງຈ້າວຮຸ້ຍເຈສຳຫຼວດກວດກາສະພາບການເຕີບໃຫຍ່ຂອງພືດເສດຖະກິດພາຍໃນໂຮງເຮືອນ
ທ່ານນາງຈ້າວຮຸ້ຍເຈໄດ້ນຳພາພີ່ນ້ອງຊາວບ້ານທັງຫຼາຍປ່ຽນແປງໂສມໜ້າ ຂອງບ້ານເກີດເມືອງນອນ ເຊິ່ງໄດ້ຮັບຄວາມເຄົາລົບຮັກຈາກພີ່ນ້ອງຊາວບ້ານທັງຫຼາຍ ແລະ ເຂົາເຈົ້າພາກັນເອີ້ນນາງແບບສະໜິດສະໜົມວ່າ: “ປ້າຮັກ”. ປີ2021, ທາງບ້ານໄດ້ຖືເອົາຊື່ຫຼິ້ນນີ້ຈົດທະບຽນເປັນເຄື່ອງໝາຍການຄ້າ ເຊິ່ງໄດ້ເຮັດໃຫ້ຜະລິດຕະພັນກະສິກຳທີ່ມາຈາກທົ່ງໄຮ່ທົ່ງນາກາຍເປັນອາຫານແຊບຊ້ອຍເທິງພາເຂົ້າຂອງຄົນໃນເມືອງ ເຊິ່ງເປັນການຂະຫຍາຍຕ່ອງໂສ້ອຸດສາຫະກຳ ໂດຍສາມາດບັນລຸການຍົກສູງມູນຄ່າເພີ່ມຂອງຜະລິດຕະພັນ. ໃນຂະນະດຽວກັນ, ທ່ານນາງຈ້າວຮຸ້ຍເຈຍັງໄດ້ສຸມໃສ່ພັດທະນາການທ່ອງທ່ຽວຊົນນະບົດ ເຊິ່ງເປັນຊ່ອງທາງໃໝ່ແຫ່ງການສ້າງຄວາມຮັ່ງມີ, ໂດຍໄດ້ກໍ່ສ້າງສວນເກັບໝາກໄມ້ປ່າໄມ້ເຟີ້ງຫວງກູ ແລະເຂດຣີສອດທ່ອງທ່ຽວສວນເກັບໝາກໄມ້, ເຮັດໃຫ້ອຸດສາຫະກຳທ່ອງທ່ຽວຊົນນະບົດຂອງບ້ານສ້ຽວມ້ຽວຈືເປັນຮູບເປັນຮ່າງຂຶ້ນໃນເບື້ອງຕົ້ນ.
ປັດຈຸບັນ, ທຸລະກິດຂອງໂຮງງານປຸງແຕ່ງຢາພື້ນເມືອງຈີນຂອງບ້ານສ້ຽວມ້ຽວຈືໄດ້ພັດທະນາຢ່າງຟົດຟື້ນ, ຜະລິດຕະພັນປະເພດຖົ່ວແລະພືດພັນທັນຍາຫານຊະນິດຕ່າງໆໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຫຼາຍສົມຄວນ, ກິດຈະການທ່ອງທ່ຽວຊົນນະບົດສວນເກັບໝາກໄມ້ກຳລັງຄອຍຖ້າເປີດຮັບນັກທ່ອງທ່ຽວ, ທ່ານນາງຈ້າວຮຸ້ຍເຈແລະຊາວບ້ານທັງຫຼາຍພາກັນຄອງຄອຍອະນາຄົດທີ່ສົດໃສແລະມີຄວາມຫ້າວຫັນດຸໝັ່ນຫຼາຍຍິ່ງຂຶ້ນ.
ໃນຖານະເປັນຜູ້ແທນສະພາປະຊາຊົນແຫ່ງຊາດ, ທ່ານນາງຈ້າວຮຸ້ຍເຈບໍ່ພຽງແຕ່ໄດ້ເອົາໃຈໃສ່ນຳການພັດທະນາຂອງບ້ານຕົນເທົ່ານັ້ນ, ນາງຍັງມີສາຍຕາທີ່ກວ້າງໄກກວ່າເກົ່າອີກ. ໃນກອງປະຊຸມຄັ້ງທີ5ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13ທີ່ຫາກໍ່ອັດລົງເມື່ອບໍ່ດົນມານີ້, ທ່ານນາງຈ້າວຮຸ້ຍເຈໄດ້ຍື່ນຂໍ້ສະເໜີວ່າດ້ວຍການສ້າງກົນໄກຕິດຕາມວັດແທກແລະຄຸ້ມຄອງບໍລິຫານຕາມປົກກະຕິຕໍ່ບັນຫາມົນລະພິດຂອງແມ່ນ້ຳທີ່ມາຈາກຂີ້ເຫຍື້ອ, ໂດຍໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຕິດຕັ້ງອຸປະກອນຕິດຕາມວັດແທກປະລິມານນ້ຳໄຫຼແລະຄຸນນະພາບນ້ຳຢູ່ແຄມຝັ່ງແມ່ນ້ຳ, ປະຕິບັດວຽກງານອະນາໄມແລະສະຫຼາຍຂີ້ເຫຍື້ອ ເພື່ອຫຼຸດຜ່ອນມົນລະພິດຕໍ່ແມ່ນ້ຳທີ່ເກີດຈາກຂີ້ເຫຍື້ອນັ້ນ ໃຫ້ໜ້ອຍລົງ, ຮັກສາແຫຼ່ງນ້ຳໃຫ້ສະອາດແລະຮັບປະກັນຄວາມປອດໄພດ້ານນ້ຳດື່ມນ້ຳໃຊ້.
ທ່ານນາງຈ້າວຮຸ້ຍເຈມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດ, ນາງເວົ້າດ້ວຍຄວາມປະທັບໃຈວ່າ: “ຢູ່ໃນຍຸກສະໄໝທີ່ດີປານນີ້ ປະເທດມີນະໂຍບາຍທີ່ດີປານນີ້, ມັນບໍ່ຍາກເລີຍທີ່ຈະມີຄວາມກ້າວໜ້າ”
ຄຳເຫັນ
0