蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ປ່ຽນ​ແປງ​ເງື່ອນ​ໄຂ​ແລະ​ວິ​ທີ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ລຽບ​ຕາມ​ທາງ​ລົດ​ໄຟ

2022-03-14 16:49:58 CRI

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ປ່ຽນ​ແປງ​ເງື່ອນ​ໄຂ​ແລະ​ວິ​ທີ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ລຽບ​ຕາມ​ທາງ​ລົດ​ໄຟ_fororder_arefawerafwef

ທ່ານ​ຈັນ​ສຸກ ແມ່ນ​ພະ​ນັກ​ງານ​ບໍ​ລິ​ສັດ​ພູ​ເບ້ຍ, ໃນ​ເວ​ລາ​ໃຫ້​ສຳ​ພາ​ດ​ຕໍ່​ນັກ​ຂ່າວ, ທ່ານ​ກ່າວ​ວ່າ: “ຂີ່​ລົດ​ໄຟ​ຈະ​ໃຊ້​ເວ​ລາ​ໜ້ອຍກວ່າ ແລະ ລາ​ຄາ​ຖືກ​ກວ່າ, ຮູ້​ສຶກ​ມີ​ຄວາມ​ປອດ​ໄພ​ກວ່າ​ຂີ່​ລົດ​ບັດ ແລະ ຮູ້​ສຶກ​ໄວ້​ວາງ​ໃຈ”. ຍ້ອນ​ວ່າ​ຕ້ອງ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ແຂວງ​ເລື້ອຍໆ, ແຕ່​ກ່ອນ, ທ່ານ​ຈັນ​ສຸກ​ຕົ້ນ​ຕໍ​ຈະ​ຂີ່​ລົດ​ບັດ​ໄປ, ບໍ່​ພຽງ​ແຕ່​ໃຊ້​ເວ​ລາຫຼາຍກວ່າ, ບາງ​ທີ​ກໍ​ຍັງ​ພົບ​ກໍ​ລະ​ນີ​ດິນ​ເຈື່ອນ​ໃນ​ການ​ເດີນ​ທາງ. ພາຍຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ, ກາ​ນາ​ຂີ່​ລົດ​ໄຟ​ໄດ້​ເປັນ​ທາງ​ເລືອກ​ບູ​ລິ​ມະ​ສິດ​ຂອງ​ທ່ານ​ຈັນ​ສຸກ, ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ໄດ້​ພໍ 100 ວັນ, ທ່ານ​ຈັນ​ສຸກ​ໄດ້​ຂີ່​ລົດ​ໄຟ​ເຖິງສິບກວ່າ​ຄັ້ງ​ແລ້ວ. ເວົ້າ​ສຳ​ລັບ​ລາວ​ເອງ, ​ການຂີ່​ລົດ​ໄຟ​ແມ່ນໄວ​ກວ່າ, ສະ​ບາຍກວ່າ ແລະ ປອດ​ໄພ​ກວ່າ.

ວັນ​ທີ 12 ມີ​ນາ​ນີ້, ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​ນຳ​ໃຊ້​ຄົບ​ຮອບ 100 ວັນ. ​ໄລ​ຍະ 100 ວັນ​ມາ​ນີ້, ເພື່ອ​ອຳ​ນວຍ​ຄວາ​ມ​ສະ​ດວກ​ໃຫ້​ແກ່​ປະ​ຊ​າ​ຊົນ​ລຽບ​ຕາມ​ທາງ​ລົດ​ໄຟ, ທາງ​ລົດ​ໄຟ​ລາວ-ຈີນ​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ຖ້ຽວ​ລົດ​ໄຟ​ໂດຍ​ສານ​ໃຫ້ຫຼາຍ​ຂຶ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ແລ່​ນ​ລົດ​ໄຟ EMU ຂະ​ບວນ​ລ້ານ​ຊ້າງ​ສອງ​ຂະ​ບວນ​ຕໍ່​ໃສ່​ກັນ ເພື່ອ​ເພີ່ມ​ຄວາມ​ສາ​ມາດ​​ດ້ານ​ການ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ອອກ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ​ຢູ່​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ.

ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້ວ່າ: ​ການເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້ 100 ວັນ, ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ຕອນ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເປີດ​ຖ້ຽວ​ລົດ​ໄຟ​ໄປ-ກັບ 23,5 ຂະ​ບວນ​​ຕໍ່​ມື້ ແລະ ໄດ້ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 1,65 ລ້ານ​ເທື່ອ​ຄົນ, ສູງ​ສຸດ, ມື້​ໜຶ່ງ​ສາ​ມາດ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້​ເຖິງ 33.000 ເທື່ອ​ຄົນ; ທາງ​ລົດ​ໄຟ​ຕອນ​ຢູ່​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ໄປ-ກັບ 2 ຂະ​ບວນ​ຕໍ່​ມື້, ນັບ​ລວມ​ແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 150.000 ເທື່ອ​ຄົນ ແລະ ສູງ​ສຸດ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້​ເຖິງ 2.800 ເທື່ອ​ຄົນ​ຕໍ່​ມື້. ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຜູ້​ໂດຍ​ສານ​ທັງຫຼາຍ ຍ້ອນ​ມີສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ, ​ສີຂຽວ, ມີ​ປະ​ສິດ​ທິ​ພາບ​ສູງ ແລະ ສະ​ດວກ​ສະ​ບາຍ.

ພ້ອມ​ດຽວ​ກັນ​ນັ້ນ, ນັບ​ແຕ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຕົ້ນ​ມາ, ທາງ​ລົດ​ໄຟ​ສາຍ​ນີ້​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ສະ​ດວກ​ສະ​ບາຍ​ຢູ່​ລະ​ຫວ່າງ​ຈີນ​ແລະ​ບັນ​ດາ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ. ​ໄລ​ຍະ 100 ວັນ​ມາ​ນີ້, ໄດ້​ຂົນ​ສົ່ງ​ສິນ​ຄ້າຫຼາຍກວ່າ 1,2 ລ້ານ​ໂຕນ ແລະ ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາຍ​ແດນຫຼາຍກວ່າ 280.000 ໂຕນ, ໄດ້​ຂົນ​ສົ່ງ​ສິນ​ຄ້າ​ໄປ​ເຖິງຫຼາຍ​ປະ​ເທດ. ນອກ​ຈາກ​ນີ້​ແລ້ວ, ເພື່ອ​ຍົກ​ຄຸນ​ນະ​ພາບ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃຫ້​ສູງ​ຂຶ້ນ, ພາກ​ສ່ວນ​ທາງ​ລົດ​ໄຟ​ລາວ-ຈີນ​ຍັງ​ໄດ້​ໃຫ້​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ “ເສັ້ນ​ທາງ​ສາຍ​ດ່ວນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”, ຂົນ​ສົ່ງ​ສິນ​ຄ້າ​ຈາກ​ນະ​ຄອນ​ຄຸນ​ມິງ​ປະ​ເທດ​ຈີນ​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ​ໃຊ້​ເວ​ລາ​ພຽງ 26 ຊົ່ວ​ໂມງ, ສາ​ມາດປະ​ຢັດ​ເວ​ລາ​​ໄດ້ຢ່າງຫຼວງຫຼາຍ​ເມື່ອ​ທຽບ​ໃສ່​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ທຳ​ມະ​ດາ.

ພາຍຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ, ຕົ້ນ​ທຶນ​ໃນ​ການ​ຂົນ​ສົ່ງ​ສິນ​​ຄ້າຈາກ​ນະ​ຄອນຫຼວງວຽງ​ຈັນ​ເຖິງ​ນະ​ຄອນ​ຄຸນ​ມິງ​ຂອງ​ຈີນ​ໄດ້ຫຼຸດ​ລົງ 40% ຫາ 50%, ຕົ້ນ​ທຶນ​ຂົ​ນ​ສົ່ງ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ລາວ​ກໍ​ໄດ້ຫຼຸດ​ລົງ 20% ຫາ 40%. ຄຽງ​ຄູ່​ກັບ​ສົນ​ທິ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິ​ດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ, ຍອດ​ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຍັງ​ຈະ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.

ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ຢ່າງ​ແຂງ​ແຮງ ພ້ອມ​ທັງ​ໄດ້​ປັບ​ປຸ​ງ​ເງື່ອນ​ໄຂ​ແລະ​ວິ​ທີ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ເປັນ​ຢ່າງ​ດີ. ທ່ານ​ຄຳ​ພອນ ສິດ​ທິ​ເດດ ຮອງ​ຫົວ​ໜ້າ​ພະ​ແນກ​ຮ່ວ​ມ​ມື​ສາ​ກົນ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ກ່າວ​ວ່າ: “ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ປັບ​ປຸງ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ໃຫ້​ດີ​ຂຶ້ນ ເຊິ່ງ​ມີ​ບົດ​ບາດ​​ອັນ​ໃຫຍ່ຫຼວງ​ໃນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ ແລະ ການ​ປະ​ກອບ​ອາ​ຊີບ​ຂອງ​ຊາວ​ໜຸ່ມ ພ້ອມ​ທັງ​ໄດ້​ຊ່ວຍ​ຊຸກ​ຍູ້​ໃຫ້​ປະ​ເທດ​ລາວ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ຫັນ​ມາ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂອງ​ພາກ​ພື້ນ.”

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ປ່ຽນ​ແປງ​ເງື່ອນ​ໄຂ​ແລະ​ວິ​ທີ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ລຽບ​ຕາມ​ທາງ​ລົດ​ໄຟ_fororder_aweargaer

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ປ່ຽນ​ແປງ​ເງື່ອນ​ໄຂ​ແລະ​ວິ​ທີ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ລຽບ​ຕາມ​ທາງ​ລົດ​ໄຟ_fororder_awewargaerg

 

 

ຄຳ​ເຫັນ

0