ວັນທີ 4 ມີນາປີ2016, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ໄປຢ້ຽມຢາມສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ມາຈາກພັກສະມາຄົມປະຊາທິປະໄຕສ້າງຊາດຈີນ ແລະສະຫະພັນອຸດສາຫະກຳການຄ້າທົ່ວປະເທດຈີນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 4ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ12, ທ່ານສີຈິ້ນຜິງຍັງໄດ້ເຂົ້າຮ່ວມການພິຈາລະນາແບບແບ່ງເປັນກຸ່ມຂອງສະມາຊິກເຫຼົ່ານີ້, ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ລົມກັບທ່ານນານສຸນຮຸ່ຍ ປະທານກຸ່ມບໍລິສັດເຈິ້ງໄທ້, ຄະນະປະຈຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.
“ອຸດສາຫະກຳທີ່ພວກສະຫາຍວາງແຜນໃໝ່ເຫຼົ່ານີ້ແມ່ນພັດທະນາຢູ່ໃສ?”
“ຖານອຸດສາຫະກຳເຫຼົ່ານີ້ຕົ້ນຕໍຈັດຕັ້ງຢູ່ແຂງເຈີ້ຈ່ຽງ, ຢູ່ຊຽງໄຮ້ ແລະທ້ອງຖິ່ນອື່ນໆພາຍໃນປະເທດ ແລະບາງປະເທດທີ່ຢູ່ລຽບຕາມ ‘ໜຶ່ງແລວໜຶ່ງເສັ້ນທາງ’ກໍມີຄືກັນ.”
“ບໍ່ນຶກເລີຍວ່າພຽງບໍ່ພໍເທົ່າໃດປີ ກໍມີການປ່ຽນແປງຫຼາຍແບບນີ້”
“ຮຽນທ່ານເລຂາທິການໃຫຍ່, ນີ້ກໍເປັນຍ້ອນພວກເຮົາໄດ້ປະຕິບັດເນື້ອໃນຈິດໃຈຄຳຊີ້ນຳຂອງທ່ານໃຫ້ເປັນຮູບປະທຳ, ຈິ່ງໄດ້ຮັບຜົນງານໃນປັດຈຸບັນ.”
ໃນກອງປະຊຸມມື້ນັ້ນ, ທ່ານນານສຸນຮຸ່ຍ ໃນຖານະເປັນຜູ້ຕາງໜ້າບຸກຄົນເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມ ໄດ້ລາຍງານໃຫ້ທ່ານເລຂາທິການໃຫຍ່ສີຈິ້ນຜິງຮູ້ສະພາບກ່ຽວກັບຕົນໄດ້ເຮັດແນວໃດແດ່ໃນການພັດທະນາວິສາຫະກິດອຸດສາຫະກຳການຜະລິດແບບດັ້ງເດີມແຫ່ງໜຶ່ງໃຫ້ຫັນປ່ຽນເປັນວິສາຫະກິດອຸດສາຫະກຳການຜະລິດແບບໃໝ່ແຫ່ງການບໍລິການ,ສີຂຽວແລະອັດສະລິຍະ ພ້ອມທັງມີການຂະຫຍາຍຕົວຢ່າງວ່ອງໄວໃນດ້ານອຸດສາຫະກຳໃໝ່ແລະທຸລະກິດໃໝ່.
ຫຼັງຈາກກອງປະຊຸມ, ທ່ານສີຈິ້ນຜິງໄດ້ຈັບມືກັບທ່ານນານສຸນຮຸ່ຍຢ່າງສະໜິດສະໜົມ. ໃນໂອກາດນັ້ນ, ລາວໄດ້ລາຍງານຕື່ມອີກໃຫ້ທ່ານເລຂາທິການໃຫຍ່ສີຈິ້ນຜິງຮູ້ສະພາບກ່ຽວກັບໂຮງໄຟຟ້າພະລັງງານແສງຕາເວັນສາມາດປັບປຸງສິ່ງແວດລ້ອມທຳມະຊາດແລະສ້າງຊ່ອງທາງໃໝ່ໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບເພີ່ມຂຶ້ນ.
ທ່ານນານສຸນຮຸ່ຍ ປະທານກຸ່ມບໍລິສັດເຈິ້ງໄທ້, ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.
ໃນປີ2003, ການພັດທະນາດ້ວຍການປະດິດສ້າງໃໝ່ຂອງກຸ່ມບໍລິສັດເຈີ້ງໄທ້ໄດ້ຮັບການຢືນຢັນແລະຊົມເຊີຍຈາກທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນ.
ວັນທີ 23 ກໍລະກົດປີ2003, ກຸ່ມບໍລິສັດເຈີ້ງໄທ້ໄດ້ຈັດພິທີເປີດໂຄງການຕ່າງໆກ່ຽວກັບການປະຕິບັດຍຸດທະສາດຫັນເປັນມາດຕະຖານສາກົນ, ສ້າງວິສາຫະກິດຜະລິດເຄື່ອງໃຊ້ໄຟຟ້າທີ່ທັນສະໄໝ. ທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ສົ່ງສານຊົມເຊີຍໃຫ້ບໍລິສັດ ເຊິ່ງສານຊົມເຊີຍໄດ້ລະບຸວ່າ: “ຫວັງວ່າ ກຸ່ມບໍລິສັດເຈີ້ງໄທ້ຈະສືບຕໍ່ພະຍາຍາມສູ້ຊົນເລັ່ງພັດທະນາໄປຕາມສະພາບການທີ່ເອື້ອອຳນວຍ, ກຳແໜ້ນໂອກາດ,ຕັ້ງໜ້າຄົ້ນຄວ້າເພື່ອປະກອບສ່ວນອັນຕັ້ງໜ້າເຂົ້າໃນການຊຸກຍູ້ການສ້າງຖານອຸດສາຫະກຳຜະລິດທີ່ກ້າວໜ້າທົ່ວແຂວງເຈີ້ຈ່ຽງ” ທ່ານນານສຸນຮຸ່ຍກ່າວວ່າ: ສານຊົມເຊີຍສະບັບນີ້ບໍ່ພຽງແຕ່ເປັນການໃຫ້ກຳລັງໃຈແກ່ກຸ່ມບໍລິສັດເຈີ້ງໄທ້ເທົ່ານັ້ນ ຍັງເປັນການຍອມຮັບວິສາຫະກິດເອກະຊົນຂອງແຂວງເຈີ້ຈ່ຽງອີກດ້ວຍ.
ຫຼາຍປີມານີ້, ທ່ານນານສຸນຮຸ່ຍພ້ອມດ້ວຍກຸ່ມບໍລິສັດເຈີ້ງໄທ້ໄດ້ຍຶດໝັ້ນການພັດທະນາອຸດສາຫະກຳດ້ວຍແຮງຂັບເຄື່ອນຈາກການປະດິດສ້າງ, ຕັ້ງໜ້າປະຕິບັດຕາມແນວຄວາມຄິດພັດທະນາຕາມທິດສີຂຽວ, ລົງເລິກພັດທະນາວິສາຫະກິດໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໃນຂົງເຂດພະລັງງານໃໝ່. ຜ່ານຈາກການອອກແຮງພັດທະນາດ້ວຍຮູບແບບໃໝ່ຄື “ໄຟຟ້າພະລັງງານແສງຕາເວັນບວກກັບຂະແໜງການອື່ນໆ”ເຊັ່ນ ການປະສົມປະສານການປົວແປງທະເລຊາຍກັບການຜະລິດໄຟຟ້າພະລັງງານແສງຕາເວັນ, ການປັບປຸງເນື້ອທີ່ດິນພູ, ໄຟຟ້າພະລັງງານແສງຕາເວັນເທິງທະເລ, ການປະສົມປະສານການພັດທະນາກະສິກຳ-ປ່າໄມກັບການຜະລິດໄຟຟ້າພະລັງງານແສງຕາເວັນແລະອື່ນໆ. ທາງບໍລິສັດໄດ້ສ້າງໂຮງໄຟຟ້າພະລັງງານແສງຕາເວັນຢູ່ 30 ກວ່າປະເທດໃນໂລກແລະຫຼາຍເຂດແຂວງພາຍໃນປະເທດຈີນ, ຢູ່ເຂດຊົນນະບົດຂອງແຂວງຊ່ານຕຸ່ງ, ແຂວງເຫີເປີຍ ແລະແຫ່ງອື່ນໆໄດ້ສ້າງຕັ້ງໂຮງໄຟຟ້າພະລັງງານແສງຕາເວັນເທິງຫຼັງຄາເຮືອນແບບກະຈາຍຢູ່ຕາມເຮືອນປະຊາຊົນ 500.000 ກວ່າຄອບຄົວ. ໂຄງການໃໝ່ແລະຮູບແບບໃໝ່ເຫຼົ່ານີ້ໄດ້ຊຸກຍູ້ໃຫ້ທົ່ວຂະແໜງການໄຟຟ້າພະລັງງານແສງຕາເວັນໄດ້ຫຼຸດຕົ້ນທຶນແລະຫຼຸດການສິ້ນເປືອງພະລັງງານ, ເຊິ່ງໄດ້ສະໜອງແບບຢ່າງແຫ່ງການຄົ້ນຄວ້າຮູບການພັດທະນາແບບກາກບອນຕ່ຳແລະປອດການປ່ອຍກາກບອນທີ່ສາມາດປະຕິບັດໄດ້.
ທ່ານນານສຸນຮຸ່ຍກ່າວວ່າ: “ພາຍໃຕ້ການຊຸກຍູ້ຈາກຂະແໜງການໄຟຟ້າພະລັງງານແສງຕາເວັນ, ວິສາຫະກິດໄດ້ຂະຫຍາຍຕົວ, ປະຊາຊົນໄດ້ຮັ່ງມີຂຶ້ນ, ພາຍໃນແຂວງເຈີ້ຈ່ຽງໄດ້ມີກຸ່ມອຸດສາຫະກຳໄຟຟ້າພະລັງງານແສງຕາເວັນຂະໜາດໃຫຍ່ສົມຄວນ.” ທ່ານນານສຸນຮຸ່ຍຍັງໃຫ້ຮູ້ຕື່ມວ່າ: ຜ່ານຈາກຄວາມພະຍາຍາມບໍ່ພໍເທົ່າໃດປີ, ຮູບແບບພັດທະນາໄຟຟ້າພະລັງງານແສງຕາເວັນຫຼັງຄາເຮືອນເພື່ອສ້າງຄວາມຮັ່ງມີໃຫ້ກັບປະຊາຊົນເຊິ່ງກຸ່ມບໍລິສັດເຈີ້ງໄທ້ປະດິດສ້າງຂຶ້ນນັ້ນ, ແຕ່ລະປີ ສາມາດສ້າງລາຍຮັບໃຫ້ກັບປະຊາຊົນເຂດຊົນນະບົດ 500.000 ຄອບຄົວເພີ່ມຂຶ້ນສະເລ່ຍ1.000ຫາ3.000 ຢວນຕໍ່ຄອບຄົວ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊົນນະບົດ 40.000ກວ່າຕຳແໜ່ງ, ໄດ້ສ້າງຖັນແຖວຊ່າງເຕັກນິກຊາວກະສິກອນສຳລັບການບໍລິການບົວລະບັດຮັກສາອຸປະກອນຜະລິດໄຟຟ້າພະລັງງານແສງຕາເວັນຕື່ມອີກ.
ເມື່ອມີປະສົບການໃນການພັດທະນາອຸດສາຫະກຳດັ່ງກ່າວນີ້, ທ່ານນານສຸນຮຸ່ຍ ໃນຖານະເປັນຄະນະປະຈຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 12 ແລະຊຸດທີ 13 ນັ້ນໄດ້ນຳເອົາຍັດຕິແລະຂໍ້ສະເໜີທີ່ສ້າງຂຶ້ນຜ່ານຈາກການລົງເລິກສຳຫຼວດຄົ້ນຄວ້າ 10 ກວ່າສະບັບໄປຍື່ນຕໍ່ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດເກືອບທຸກປີ. ສຳລັບກອງປະຊຸມປີນີ້, ທ່ານນານສຸນຮຸ່ຍໄດ້ຍື່ນຍັດຕິ10 ກວ່າສະບັບເຊິ່ງປິ່ນອ້ອມບັນຫາດ້ານຕ່າງໆເຊັ່ນ: ເຄືອຂ່າຍສາກໄຟອັດສະລິຍະທົ່ວເຖິງ, ພະລັງງານທີ່ສະອາດ, ຕະຫຼາດຊື້ຂາຍສິດປ່ອຍກາກບອນ,ໄຟຟ້າພະລັງງານແສງຕາເວັນສະເພາະຄອບຄົວແລະອື່ນໆ, ຕົ້ນຕໍແມ່ນປະກອບຄຳເຫັນແລະຂໍ້ສະເໜີທີ່ແນໃສ່ບັນຫາຕົວຈິງທີ່ເກີດຂຶ້ນໃນຂະບວນການບັນລຸເປົ້າໝາຍການປ່ອຍກາກບອນເຖິງລະດັບສູງສຸດແລະການປອດການປ່ອຍກາກບອນ.
ເມື່ອກ່າວເຖິງຄວາມຮູ້ສຶກໃນການຮ່ວມຊີວິດການເມືອງຂອງປະເທດຊາດນັ້ນ, ສິ່ງທີ່ເຮັດໃຫ້ທ່ານນານສຸນຮຸ່ຍຮູ້ສຶກປະທັບໃຈທີ່ສຸດແມ່ນ ໜ້າທີ່ຮັບຜິດຊອບກັບຜົນງານທີ່ໄດ້ຮັບ, ທ່ານກ່າວວ່າ: “ປະຕິບັດພາລະໜ້າທີ່ໃຫ້ສຳເລັດດ້ວຍຄວາມຮັບຜິດຊອບສູງ, ນີ້ຄືໜ້າທີ່ຮັບຜິດຊອບອັນໜັກໜ່ວງ. ໃນການປະຕິບັດພາລະໜ້າທີ່ຂອງສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໃນຫຼາຍປີຜ່ານມານີ້, ຂ້າພະເຈົ້າໄດ້ຜ່ານຈາກການລົງເລິກສຳຫຼວດຄົ້ນຄວ້າ,ພ້ອມທັງໄດ້ປະກອບຄຳເຫັນແລະຂໍ້ສະເໜີໃຫ້ລັດຖະບານໃນດ້ານຕ່າງໆເຊັ່ນ: ການພັດທະນາພະລັງງານໄຟຟ້າແລະພະລັງງານໃໝ່, ການປະຕິຮູບໂຄງປະກອບການທະນາຄານ, ການພັດທະນາເສດຖະກິດຮູບປະທຳ, ການອະນຸລັກສິ່ງແວດລ້ອມແລະອື່ນໆ, ເຊິ່ງສາມາດໄດ້ຮັບຜົນງານຕົວຈິງ, ແລະຄວາມຮູ້ສຶກໄດ້ຮັບຜົນງານແບບນີ້ແມ່ນຫາອັນປຽບບໍ່ໄດ້ເຊັ່ນກັນ.”
ຄຳເຫັນ
0