黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກ່ຽວ​ກັ​ບ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ, ທົ່ວ​ໂລກ​ລ້ວນ​ແຕ່​ກຳ​ລັງ​ລໍ​ຖ້າ​ຄຳ​ຕອບ​ຂອ​ງ​ອາ​ເມ​ຣິ​ກາ​ຢູ່

2022-03-15 16:37:24 cri

ກ່ຽວ​ກັ​ບ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ, ທົ່ວ​ໂລກ​ລ້ວນ​ແຕ່​ກຳ​ລັງ​ລໍ​ຖ້າ​ຄຳ​ຕອບ​ຂອ​ງ​ອາ​ເມ​ຣິ​ກາ​ຢູ່_fororder_微信图片_20220315160018

ຫວ່າງ​ມໍ່ໆ​ມາ​ນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຮັດ​ເຊຍ​ໄດ້​ປະ​ກາດ​ເອ​ກະ​ສານ​ທີ່​ໄດ້​ຮັບ​ຈາກ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ອູ​ແກຼນ, ໂດຍໄດ້​ເປີດ​ເຜີຍ​ວ່າ​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ພັນ​ທະ​ມິດ​ນາ​ໂຕ​ຂອງ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ອາ​ວຸດ​ຊີ​ວະ​ພາບ​ຢູ່​ອູ​ແກຼນ, ໃນ​ນັ້ນ​ລວມ​ທັງ​ຫຼາຍ​ໂຄງ​ການ​ເຊັ່ນ: “ການແຜ່​ລະ​ບາດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ທີ່​ຮ້າຍ​ແຮງ​ໂດຍ​ຜ່ານ​ນົກ​ອົບ​ພະ​ຍົບ” , “ເຊື້ອ​ພະ​ຍາດ​​ຈາກ​ເຈຍທີ່ສາ​ມາດ​​ແຜ່​ລະ​ບາດ​ສູ່​ມະ​ນຸດ” ແລະ​ໂຄງ​ການ​ອື່ນໆ.

ໂດຍ​ຜະ​ເຊີນ​ກັບ​ຄວາມ​ສົງ​ໄສ​ຈາກ​ຝ່າຍ​ຕ່າງໆ, ທ່ານ​ນາງເຈນ ​ປະ​ຊາ​ກີ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ພົ​ສ 8 ບົດ​ຄວາມ​ລົງສື່​ສັງ​ຄົມ​ອ​ອນ​ລາຍ twitter ຢ່າງ​ລຽນ​ຕິດ​ເພື່ອ​ຕຳ​ໜິ​ຕິ​ຕຽນ​ຣັດ​ເຊຍ​ເປີດ​ເຜີຍ “ຂ່າວ​ປອມ”, ແລະ​ກ່າວ​ວ່າ​ຣັດ​ເຊຍ​ອາດ​ພວມ​ກະ​ກຽມ​ເພື່ອ​ໃຊ້​ອາ​ວຸດ​ເຄ​ມີ​ຫຼື​ອາ​ວຸດ​ຊີ​ວະ​ພາບ​ຢູ່​ອູ​ແກຼນ. ແຕ່​ສິ່ງ​ທີ່ເປັນ​ເລື່ອງ​ຕະ​ຫຼົກ​ກໍ​ຄື: ໃນ​ງານ​ຟັງ​ຄຳ​ໃຫ້​​ການ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ພາ​ສູງ​ອາ​ເມ​ຣິ​ກາ, ທ່ານ​ນາງວິກ​ໂຕ​ເຣຍ ນູ​ລັນ​ດ໌ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​​ຍອມ​ຮັບວ່າ​ອາ​ເມ​ຣິ​ກາ​ພວມ​ຮ່ວມ​ມື​ກັບ​ອູ​ແກຼນ, ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ “ເອ​ກະ​ສານ​ຄົ້ນ​ຄວ້າ” ຖືກ​​ກອງ​ທັບ​ຣັດ​ເຊຍ​ຍຶດ​ເອົາ​ໄປ. ຄວາມ​ເວົ້າ​ຂອງ​ສອງ​ຄົນ​ດັ່ງ​ກ່າວ​ແມ່ນ​ຜິດ​ກັນ, ເຮັດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແລະ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ເວົ້າ​ວ່າ: ຕົນ​ເອງ​ຖືກ​ຫຼອກ​ລວງ.

ການ​ເຄື່ອນ​ໄຫວ​ທາງການ​ທະ​ຫານ​ດ້ານ​ຊີວ​ະ​ພາບ​ຢູ່​ອູ​ແກຼນ​ຂອງ​ອາ​ເມ​ຣິ​ກາ​​ເປັນ​ພຽງ​ສ້ຽວ​ໜຶ່ງເລັກ​ໜ້ອຍ​ຂອງ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ຄວບ​ຄຸມ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 336 ແຫ່ງ​ຢູ່ 30 ປະ​ເທດ​ດ້ວຍ​ຂໍ້​ອ້າງ​ຕ່າງໆ​ເຊັ່ນ: “ການ​ຮ່ວມ​ມື​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ​ຊີ​ວະ​ພາບ”, “ເພີ່ມ​ທະ​ວີ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ” ແລະ​ອື່ນໆ, ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ເຫຼົ່າ​ນີ້​ໄດ້​ສ້າງ​ອຸ​​ບັດ​ຕິ​ເຫດ​ຮ້າຍ​ແຮງ​ຫຼາຍ​ເທື່ອ​ຈົນ​ນັບ​ບໍ່​ຖ້ວມ. ນັບແຕ່​ປີ 2006 ຫາ​ປີ 2013, ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ແຫ່ງ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ໄດ້​ແຈ້ງ​ອຸ​​ບັດ​ຕິ​ເຫດ​ທີ່​ກ່ຽວ​ກັບ​ເຊື້ອ​​ກໍ່​ໂລກ​ຫຼາຍ​ກວ່າ 1.500 ລາຍ​ຕໍ່​ອົງ​ການ​ຕິດ​ຕາມ​ຄວບ​ຄຸມຂອງ​ອາ​ເມ​ຣິ​ກາ, ລວມ​ທັງ​ເຊື້ອ​ພະ​ຍາດ​ທີ່​ສາ​ມາດຜະ​ລິດ​ເປັນ​ອາ​ວຸດ​​ເຊື້ອ​ໂລກ​ສູນ​ເສຍ​ໄປ, ໜູ​ກີ​ເນຍ​ທີ່​ຕິດ​ແປດ​ເຊື້ອ​ພະ​ຍາດ​ຮ້າຍ​ແຮງ​ໜີ​ອອກ​ໄປ, ພະ​ນັກ​ງານ​ຂອງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຕິດ​ເຊື້ອ​ພະ​ຍາດ​ເອ​ປໍ​ລາ​ແລະ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຍ້ອນ​ບໍ່​ລະ​ມັດ​ລະ​ວັງ​ແລະ​ອື່ນ​ໆ.

ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ເຫຼົ່າ​ນີ້​​ເປັນ​ດັ່ງ​​ລູກ​ລະ​ເບີດ​ທີ່​ບໍ່​ຮູ້​​ວ່າຈະ​ແຕກ​ໃນ​ເວ​ລາ​ໃດ? ເຮັດ​ໃຫ້​ມວນ​ມະ​ນຸດ​ທົ່ວ​ໂລກ​ຕົກ​ຢູ່​ໃນສະ​ພາບ​ຄວາມ​ສ່ຽງ​ທີ່​ສຸດ. ສ່ວນ​ອາ​ເມ​ຣິ​ກາ​ເອງ​ທັງເວົ້າ​ວ່າ​ຕົນ​ເອງ​ຈະ​ປະ​ຕິ​ບັດ​ຕາມ “ສົນ​ທິ​ສັນ​ຍາ​ຫ້າມ​ບໍ່​ໃຫ້​ແຜ່​ຜາຍ​ອາ​ວຸດ​ຊີ​ວະ​ພາບ”,  ​ພ້ອມ​ທັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຊີ​ວະ​ພາບ​ຢ່າງ​​ປ່ວງ​ບ້າ, ​ຍິ່ງ​ໄປກວ່າ​ນັ້ນ, ອາ​ເມ​ຣິ​ກາ​ຍັງ​ໄດ້​ຄັດ​ຄ້ານ​ການ​ສ້າງ​ກົນ​ໄກ​ກວດ​ກາ​ຫຼາຍ​ຝ່າຍ​ເປັນ​ໄລ​ຍະ 20 ກວ່າ​ປີ​ມາ​ແລ້ວ, ແລະ​ໄດ້​ແກ່​ຍາວ​ເວ​ລາ​ທຳ​ລາຍ​ອາ​ວຸດ​ເຄ​ມີ​​ມາຫຼາຍ​ເທື່ອ.

ໂດຍ​ຜະ​ເຊີນ​ກັບ​ຄວາມ​ສົງ​ໄສ​ຈາກ​ປະ​ຊາ​ຄົມ​ໂລກ, ອາ​ເມ​ຣິ​ກາ​ໄດ້​ໃຊ້​ຫຼາຍ​ວິ​ທີ​ຄື: ​ບໍ່​ຍອມ​ຮັບ​ຄວາມ​ຜິດ​ຂອງ​ຕົນ, ແລະ​ໄປ​ຕຳ​ໜິ​ປະ​ເທດ​ອື່ນ​ວ່າ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ອາ​ເມ​ຣິ​ກາ, ຫຼື​ວ່າ​ເຮັດ​ແບບ​ປິດ​ຫູ​ປິດ​ຕາ​ແລະ​ບໍ່​ໃຫ້​ຄຳ​ຕອບ​ຕໍ່​ຄວາມ​ສົງ​ໄສ​ຂອງ​ປະ​ເທດ​ອື່ນ. ແຕ່​ວ່າ, ບັນ​ຫາ​ສຳ​ຄັນ​ແບບ​ນີ້​ບໍ່​ແມ່ນ​ອາ​ເມ​ຣິ​ກາ​ເວົ້າ​ຄວາມ​ຫຼອກ​ລວງ​ກໍ​ສາ​ມາດ​ຜ່ານ​ໄປ​ໄດ້, ປ​ະ​ຊາ​ຊົນ​ທົ່ວ​ໂລກ​ກໍ​ບໍ່​ອາດ​ຖືກ​ຫຼອກ​ລວງ​​ອີກ​ຕໍ່​ໄປ.

​ໃນ​ສະ​ພາ​ເອີ​ຣົບ​ທີ່​ຈັດ​ຂຶ້ນ​​ເມື່ອເດືອນ​ມີ​ນາ​ປີ 2018, ນັກ​ຂ່າວ​ບຸນ​ກາ​ລີ​ຜູ້​ໜຶ່ງ​ທີ່​ຊື່​ວ່າ: Dilyana Gayandzhieva ເຄີຍ​ຖາມ​ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ອາ​ເມ​ຣິ​ກາ​ຕັ້ງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຢູ່​ຕ່າງ​ປະ​ເທດ. ຫຼັງ​ຈາກ​ນັ້ນ​ນາງ​ກໍ​ຖືກ​ຂັບ​ໄລ່​ອອກ​ສະ​ພາ​ເອີ​ຣົບ​ຢ່າງໂຫດ​ຮ້າຍ, ແລະ​ຖືກ​ສື່​ປະ​ເທດ​ຕາ​ເວັນ​ຕົກ​​ຕິ​ຕຽນ​ວ່ານາງ “ລາຍ​ງານ​ຂ່າວ​ປອມ”. ແຕ່​ວ່າ​ມາຮອດ​ປັດ​ຈຸ​ບັນ​ເລື່ອງ​ດັ່ງ​ກ່າວໄດ້​ຜ່ານ​ມາ 4 ປີ​ແລ້ວ, ​ເຊິ່ງນັກ​ຂ່າວ​ບຸນ​ກາ​ລີ​ຜູ້​ນີ້​ໄດ້​ພົ​ສ​ບົດ​ຄວາ​ມ​​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ອີກ​ຄັ້ງ​ໜຶ່ງ​ແລະ​ຖາມ​ວ່າ: “​ແມ່ນ​ໃຜ​ແທ້​ຈຶ່ງ​ແມ່ນ​ຜູ້ສ້າງ​ຂ່າວ​ປອມ?”. ແມ່ນ​ແລ້ວ, ທົ່ວ​ໂລກ​ລ້ວນ​ແຕ່​​ກຳ​ລັງ​ລໍ​ຖ້າ​ຄຳ​ຕອບ​ຂອງອ​າ​ເມ​ຣິ​ກາ​ຢູ່.

ຄຳ​ເຫັນ

0