吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊຸກ​ຍູ້​ການ​ສ້າງ​ການ​ພົວພັນ​ໝູ່ຄູ່​ຍຸດ​ທະ​ສາດ​ອັນ​ຮອບດ້ານ​ຈີນ-​ອາ​ຊຽນ

2022-03-16 11:38:36 CRI

ຈີນ​ຊຸກ​ຍູ້​ການ​ສ້າງ​ການ​ພົວພັນ​ໝູ່ຄູ່​ຍຸດ​ທະ​ສາດ​ອັນ​ຮອບດ້ານ​ຈີນ-​ອາ​ຊຽນ_fororder_杨燕怡

 

ວັນ​ທີ 15 ມີນາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ. ມີ​ນັກ​ຂ່າວ​ຖາມ​ວ່າ: ຂ່າວ​ແຈ້ງວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ນາງ​ຢ໋າງຢ້ຽນຢີ໋ ຜູ້ຕາງໜ້າ​ຂອງ​ທ່ານ​ວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ອະດີດ​ຫົວໜ້າ​ຄະນະ​ທູດ​ປະຈຳ​ສະຫະພາບ​ເອີ​ລົບ, ​​ເອກ​ອັກຄະ​ລັດຖະທູດຈຳ​ປະຈຳ​ບຼູ​ໄນ​ໄດ້​ຢ້ຽມຢາມ​ຟິລິບ​ປິນ, ອິນ​ໂດ​ເນ​ເຊຍ, ກຳປູ​ເຈຍ​, ສິງກະ​ໂປ​ ​ແລະ ສຳນັກ​ເລຂາ​ອາຊຽນ, ຂໍ​​ແນະນຳ​ສະພາບ​ທີ່​ກ່ຽວຂ້ອງ?

 

ທ່ານ​ຈ້າວ​ລີ້​ຈ່ຽນລະບຸ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ​ຢ໋າງຢ້ຽນຢີ໋ ຜູ້ຕາງໜ້າ​ຂອງ​ທ່ານ​ວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ອະດີດ​ຫົວໜ້າ​ຄະນະ​ທູດ​ປະຈຳ​ສະຫະພາບ​ເອີ​ລົບ, ​​ເອກ​ອັກຄະ​ລັດຖະທູດຈຳ​ປະຈຳ​ບຼູ​ໄນ​ໄດ້​ຢ້ຽມຢາມ​ຟິລິບ​ປິນ, ອິນ​ໂດ​ເນ​ເຊຍ, ກຳປູ​ເຈຍ​, ສິງກະ​ໂປ​ ​ແລະ ສຳນັກ​ເລຂາ​ອາຊຽນ. ການ​ຢ້ຽມຢາມ​ເທື່ອ​ນີ້​ມີ​ຈຸດປະສົງ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ບັນດາປະ​ເທດ​ອາ​ຊຽນ, ຈັດ​ຕັ້ງ​ປະຕິບັດ​ຜົນງານ ​ແລະ ຄວາ​ມຮັບ​ຮູ້​ຄື​ກັນ​ທີ່​ໄດ້​ຮັບ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະນຶກ​ຈີນ ກັບ ອາຊຽນສ້າງ​ກາ​ນພົວພັນ​ສົນທະນາ​ກັນ​ຄົບຮອບ 30 ປີ ​ແລະ ​ຊຸກ​ຍູ້​ການ​ສ້າງ​ການ​ພົວພັນ​ໝູ່ຄູ່​ຍຸດ​ທະ​ສາດ​ອັນ​ຮອບດ້ານ​ຈີນ-​ອາ​ຊຽນ.

ຄຳ​ເຫັນ

0