郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພື່ອ​​ສະ​ກັດ​ກັ້ນບໍ່​ໃຫ້ລາ​ຄານ້ຳ​ມັນ​ຂຶ້ນໄວ​ເກີນ​ໄປ ລັດ​ຖະ​ບານ​ໄທ​ໄດ້ນຳ​ໃຊ້​ມາດ​ຕະ​ການ​ໃຫ້ຄ່າອຸດ​ໜູນ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ

2022-03-16 11:12:41 cri

ວັນ​ທີ14ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ປ​ຣະຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ ໂດຍໄດ້​ເຈາະ​ຈົງ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຜົນ​ກະ​ທົບ​ແລະ​ມາດ​ຕະ​ການ​ຮັບ​ມື​ຕໍ່​ກໍ​ລະ​ນີລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ເພີ່ມ​ສູງ​ຂຶ້ນ​​ຍ້ອນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອູ​ແກຼນ.

ຫົວ​ໜ້າ​ຫ້ອງ​ການກອງ​ທຶນ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ໄທ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ສະ​ຖາ​ນະ​ການ​ຣັດ​ເຊຍ-ອູ​ແກຼນ​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ເພີ່ມ​ສູງ​​ຂຶ້ນຫຼາຍ​ທີ່​ສຸດໃນ​ຮອບ14ປີ​ຜ່ານ​ມາ, ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້ລາ​ຄາ​ນ້ຳ​ມັນ​ຂຶ້ນໄວ​ເກີນ​ໄປ,​ອົງ​ການ​ກອງ​ທຶນ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງລັດ​ຖະ​ບານໄດ້ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ຄ່າ​ອຸດ​ໜູນ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ ຄື​ 7ບາດຕໍ່ລິດ, ຖ້າ​ຫາກວ່າ​​ນ້ຳ​ມັນ​ເຊື້ອ​ໄຟ​​ໃນ​ຕະ​ຫຼາດ​ນ້ຳ​ມັນ​ດິບ​ສາ​ກົນ​​ຂຶ້ນລ​າ​ຄາ​ເຖິງ 135 ໂດ​ລາ​ສະ​ຫະ​ລັດ​ຕໍ່ບາ​ເຣວ, ຄ່າ​ອຸດ​ໜູນ​ຂອງ​ລັດ​ຖະ​ບານ​ກໍ່​ຈະ​ເພີ່ມ​ຂຶ້ນ​ເຖິງ8ບາດ​ຕໍ່​ລິດ, ແຕ່​ສາ​ມາດ​ອຸດ​ໜູນ​ໄດ້​ພຽງ​ແຕ່​ຮອດ​ທ້າຍ​ເດືອນ​ມີ​ນາ​ເທົ່າ​ນັ້ນ; ຖ້າ​ວ່າ​ສະ​ຖາ​ນະ​ການ​ຣັດ​ເຊຍ-ອູ​ແກຼນ​ຜ່ອນ​ຄາຍ​ລົງ, ນ້ຳ​ມັນ​ດິບ​ສາ​ກົນລົງ ລ​າ​ຄາ​, ລັດ​ຖະ​ບານ​ໄທ​ອາດຈະ​ໃຫ້​ຄ່າ​ອຸດ​ໜູນ​ດັ່ງ​ກ່າວ​ຮອດ​ຕົ້ນ​ເດືອນ​ເມ​ສາ​ກໍ່ເປັນ​ໄປ​ໄດ້.

ເພື່ອ​​ສະ​ກັດ​ກັ້ນບໍ່​ໃຫ້ລາ​ຄານ້ຳ​ມັນ​ຂຶ້ນໄວ​ເກີນ​ໄປ ລັດ​ຖະ​ບານ​ໄທ​ໄດ້ນຳ​ໃຊ້​ມາດ​ຕະ​ການ​ໃຫ້ຄ່າອຸດ​ໜູນ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ_fororder_1423599180

 

ຄຳ​ເຫັນ

0