郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍແຈ້ງ​ໃຫູ​ຮູ້​ວ່າ: G20ບໍ່​ປຶກ​ສາ​ຫາ​ລື​ບັນ​ຫາ​ອູ​ແກຼນ,ຈີນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​

2022-03-16 11:20:17 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ15ມີ​ນານີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຫວ່າງ​​ບໍ່​ດົນມານີ້ ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ​ປະ​ເທດປະ​ທານໝູ​ນ​ວຽນ​ຂອງ​ກຸ່ມ20ປະ​ເທດ ຫຼື ​ G20 ໄດ້​ກ່າວ​ວ່າ: ໃນ​ຖາ​ນະ​ເປັນປະ​ເທດປະ​ທານໝູ​ນ​ວຽນ​ຂອງ​ກຸ່ມ20ປະ​ເທດ​,ອິນ​ໂດ​ເນ​ເຊຍ​ເຫັນ​ວ່າ​ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ມີ​ສິດ​ສະ​ແດ​ງ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ບັນ​ຫາ​ຕ່າງໆ ຊຶ່ງ​ລວມ​ທັງ​ສະ​ຖາ​ນະ​ການ​ຣັດ​ເຊຍ-ອູ​ແກຼນ,ແຕ່G20ເປັນ​ກົນ​ໄກ​ຮ່ວມ​ມື​ເສດ​ຖະ​ກິດ​ຫຼາຍ​ຝ່າຍ,ອິນ​ໂດ​ເນ​ເຊຍ​ຈະ​ສຸມ​ໃສ່​ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ຕາມ​​ທີ່ໄດ້​ລະ​ບຸ​ໄວ້​ໃນ​ຖະ​ແຫຼງ​ການ​ໂຣມ​ສຳ​ລັບ​ຜູ້​ນຳກຸ່ມG20 ພ້ອມ​ກັບ​ເລື່ອງ​ບູ​ລິ​ມະ​ສິດ​ຂອງ​ປະ​ເທດ​ຕົນ,ບໍ່​ຢາກ​ຈັດ​ເອົາ​ວິ​ກິດ​ການ​ອູ​ແກຼນ​​ເຂົ້າ​ໃນ​ວາ​ລະ​ປະ​ຊຸມ​ໃນ​ປັດ​ຈຸ​ບັນ. ຂໍ​ຖາມ​ວ່າ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ກັບ​ເລື່ອງນີ້?

ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: G20ແມ່ນ​ເວ​ທີ​ປຶກ​ສາ​ຫາ​ລື​ຕົ້ນ​ຕໍ​ສຳ​ລັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສາ​ກົນ,ຫາກ​ບໍ່​ແມ່ນ​ສະ​ຖານ​ທີ່​​ອັນ​ເໝາະ​ສົມ​ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງ​ຕ່າງໆ​ ເຊັ່ນ​:ບັນ​ຫາ​ຣັດ​ເຊຍ-ອູ​ແກຼນ​ເປັນ​ຕົ້ນ. ຈີນ​ສະ​ໜັບ​ສະ​ໜູນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຄື​ອິນ​ໂດ​ເນ​ເຊຍ ປິ່ນ​ອ້ອມ​ຫົວ​ຂໍ້​ຫຼັກ​ທີ່​ຟື້ນ​ຟູ​ເສດ​ຖະ​ກິດຮ່ວມ​ກັນ​ແລະ​ຟື້ນ​ຟູ​ໃຫ້​ແຂງ​ແຮງ ອີງ​ຕາມວາ​​ລະ​ປະ​ຊຸມທີ່​ກຳ​ນົດ​ໄວ້​, ເພື່ອຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງG20.

图片默认标题_fororder_407144846

 

ຄຳ​ເຫັນ

0