覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອງ​ລາວ​ທີ່​ອົບ​ອຸ່ນ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ສະ​ມາ​ຊິກ​ສອງ​ສະ​ພາ-3: ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຟັງ​ຂ້າ​ພະ​ເຈົ້າ​ເລົ່າ​ເລື່ອງ ຢືນ​ຟັງ​ບົດ​ລາຍ​ງານ

2022-03-17 16:52:19 cri

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ໃນ​ໄລ​ຍະ​ທີ່​ຈັດ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຫຼື​ເອີ້ນ​ສັ້ນໆ​ວ່າ ກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວ​ປ​ະ​ເທດ​ທຸກ​ຄັ້ງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ແບບ​ເຊິ່ງ​ໜ້າ​ກັບ​ສະ​ມາ​ຊິກ​ສອງ​ສະ​ພາ, ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ສຳ​ຄັນ​ຂອງ​ລັດ ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ການ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ສະ​ໜິດ​ສະ​ໜົມ​ກັນ​ທຸກ​ເທື່ອ, ຄວາມ​ເວົ້າ​ທີ່​ອົບ​ອຸ່ນ​ທຸກ​ຄວາມ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຮັກ​ແພງ​ປະ​ຊາ​ຊົນ​​ຢ່າງ​ເລິກ​ເຊິ່ງຂອງ​ຜູ້​ນຳ, ​ພ້ອມທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ທົ່ວ​ຂະ​ບວນ​ການ​ຂອງ​ຈີນ. 
 

“ມີ​ຄອບ​ຄົວ​ໜຶ່ງ, ມີ 3 ຮຸ່ນ​ຄົນ​ລວມ​ທັງ​ໝົດ 7 ຄົນ, ລ້ວນ​ແຕ່​ເຮັດ​ວຽກ​ຢູ່​ສະ​ໜາມ​ການ​ກໍ່​ສ້າງ.  ພໍ່​ເຖົ້າ​ຢ້ຽນ​ຊວນ​ຈົ່ງ ອາ​ຍຸ 70 ກວ່າ​ປີແມ່ນ​​ຫົວ​ໜ້າຄອບ​ຄົວ​ນີ້, ​ພໍ່​ເຖົ້າ​ເວົ້າ​ສູ່​ຟັງ​ວ່າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ອ່ານ​ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫຍ່​​ຂອງ​ພັກຄັ້ງ​ທີ 19 ​ດົນ​ເຖິງ 3 ຊົ່ວ​ໂມງ​​ປາຍ, ​ເຊິ່ງ​ພໍ່​ເຖົ້າ​ແມ່ນ​ຢືນ​ຟັງ​ບົດ​ລາຍ​ງານ​ຈົນ​ໝົດ, ເພາະ​ຄິດ​ວ່າ ຖ້າ​ບໍ່​ໄດ້​ຢືນ​ຟັງ​ຈົນ​ຈົບ, ກໍ​ຈະ​ຮູ້​ສຶກ​ຜິດ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ເພາະ​ວ່າ​ແມ່ນ​ພັກ​ເຮັດ​ໃຫ້​ປະ​ຊາ​ຊົນ​ພວກ​ເຮົາຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ​ມີ​ຄວາມ​ຮັ່ງ​ມີ​ຂຶ້ນ.” “​ພໍ່​ເຖົ້າ​ຜົມ​ຫງອກ​ຜູ້​ໜຶ່ງ ​ເປັນ​ຊາວ​ກະ​ສິ​ກອນ​ທີ່​ບໍ່​ເຄີຍ​ເຂົ້າ​ໂຮງ​ຮຽນ​ຈັກ​ເທື່ອ, ມີ​ຄວາມ​ສັດ​ທາ​ຢ່າງ​ເລິກ​ເຊິ່ງ​ປານ​ນີ້​ຕໍ່​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ແລະ ພັກ​ເຮົາ.​”

 

ທີ່​ສະ​ເໜີມາ​ເທິງ​ນັ້ນ​ແມ່ນ​ສະ​ພາບ​ທີ່ທ່ານ​ຫວງ​ຈິວ​ເຊີ່ງ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເລົ່າ​ເລື່ອງ​ທີ່​ຜູ້​ເຖົ້າ​ຄົນ​ໜຶ່ງ “ຢືນ​ຟັງ​ບົດ​ລາຍ​ງານ” ສູ່​ທ່ານ​ສີ​ຈິ້ນ​ຜິງ​ຟັງ ໃນ​ເວ​ລາ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ເຫີ​ນານ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ເມື່ອ​ວັນ​ທີ 8 ມີ​ນາ​ປີ 2019.

 

ເມື່ອ​ໄດ້​ຟັງ​ເລື່ອງ​ນີ້​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ຄຳ​ຕອບ​ຢ່າງ​ອົບ​ອຸ່ນ​ວ່າ: “ຂໍຜ່ານ​ສະ​ຫາຍ ຝາກ​ຄວາມ​ຢືິ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ສະ​ຫາຍ​ຜູ້​ນີ້​ເດີ! ”

 

ຫຼັງ​ຈາກ​ນັ້ນ, ສະ​ມາ​ຊິກ​​ຄະ​ນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຢູ່​ແຫ່ງ​ນັ້ນໄດ້​ຕົບ​ມື​ຢ່າງ​ຄຶກ​ຄື້ນ.

 

ພາຍ​ຫຼັງ​ກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ຫວງ​ຈິວ​ເຊີ່ງ​ໄດ້​​ຟ້າວໂທ​ລະ​ສັບ​ໄປ​ຫາ​ພໍ່​ເຖົ້າຢ້ຽນ​ຊວນ​ຈົ່ງ​ໃນ​ທັນ​ທີ, ແລະ​ເວົ້າ​ວ່າ: “ລຸງ​ຊວນ​ຈົ່ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້​ນ​ຜິງ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ມາ​ຫາ​ລຸງ​ໄດ໋! ລຸງ​ດີ​ໃຈ​ບໍ່?”

 

​ພໍ່​ເຖົ້າ​ຢ້ຽນ​ຊວນ​ຈົ່ງ​ເວົ້າ​ດ້ວຍ​​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ວ່າ: “ດີ​ໃຈ​ແທ້! ຂອບ​ໃຈ​ຫຼາຍໆ!”
 

ເລື່ອງ​ລາວ​ທີ່​ອົບ​ອຸ່ນ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ສະ​ມາ​ຊິກ​ສອງ​ສະ​ພາ-3: ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຟັງ​ຂ້າ​ພະ​ເຈົ້າ​ເລົ່າ​ເລື່ອງ ຢືນ​ຟັງ​ບົດ​ລາຍ​ງານ_fororder_暖心事3-2

 

ທ່ານຫວງຈິວເຊິ່ງ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ

 

ໃນ​ເວ​ລາ​ທີ່​ປະ​ກອ​ບ​ຄຳ​ເຫັນ​ເທື່ອ​ນັ້ນ, ​ໂດຍ​ຢູ່​ເຊີ່ງ​ໜ້າ​ກັບ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ຫວງ​ຈິວ​ເຊີ່ງ​ໄດ້​ກ່າວ​ຄວາມ​ໃນ​ໃຈ​​ບາດ​ດຽວ​ເລີຍ​ເປັນ​ເວ​ລາ 10 ນາ​ທີໂດຍ​ບໍ່​ໄດ້​ອ່ານ​ບົດ​ຄຳ​ເຫັນ ດ້ວຍ​ສຳ​ນຽງນະ​ຄອນ​ຊິ້ນ​ຢາງ​ແຂວງ​ເຫີ​ນານ.

 

ທ່ານ​ຫວງ​ຈິວ​ເຊີ່ງບອກວ່າ, ຕົນ​ເອງ​ແມ່ນ​ເຕີບ​ໃຫຍ່​ຂຶ້ນ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອາ​ຫານ​ຈາກຫຼາຍໆ​ຄອບ​ຄົວ, ບຸກ​ບືນ​ສູ້​ຊົນ​ນຳ​ພາ​ທີມ​ງານ​ໄດ້​ຮັບ​ລາງວັນ “ລູ​ປ່ານ” ທີ່​ເປັນ​ລາງວັນໂຄງ​ການ​ກໍ່​ສ້າງ​ຄຸນ​ນະ​ພາບ​ດີ​ເດັ່ນລະ​ດັບ​ຊາດ 2 ຄັ້ງ; ໄດ້​ເວົ້າ​ເຖິງ​ປະ​ສົບ​ການ​ທີ່​ຕິດ​ຕາມ​ເອົາ​ໃຈ​ໃສ່​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດ​ຜ່ານ​ໜ່ວຍ​ພັກ​ເຄື່ອນ​ທີ່; ​ພ້ອມ​ນັ້ນຍັງ​ໄດ້​ເວົ້າ​ເຖິງ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ປ່ຽ​ນ​ແປງ​ຊາ​ຕາ​ກຳ​ຂອງ​ຊາວ​ກະ​ສິ​ກອນ​ເປັນ​ພັນ​ເປັນ​ໝື່ນຄົນ.

 

ທ່ານ​ຫວ​ງ​ຈິວ​ເຊີ່ງ​ເວົ້າ​ວ່າ: “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ມີ​ວຽກຫຼາຍ​ປານ​ນີ້, ​ແຕ່ຍັງ​ໄດ້​ຕິດ​ຕາມ​ເອົາ​ໃຈ​ໃສ່​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດ, ຂ້ອຍ​ຕ້ອງ​ນຳ​ພາ​ພວກ​ອ້າຍ​ນ້ອງ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ ແລະ ເຮັດ​ວຽກ​ໃຫ້​ດີ.”

 

ໃນ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດຂອງ​​ນະ​ຄອນ​ຊິ້ນ​ຢາງ​ແຂວງ​ເຫີ​ນານ ເຊິ່ງ​ເປັນ​ເຂດ​ທີ່​ໝັ້ນ​ການ​ປະ​ຕິ​ວັດ​ເກົ່າ​ພູ​ຕ້າ​ເປ​ສ່ານ, ທ່ານ​ຫວງ​ຈິວ​ເຊີ່ງ​ທີ່​ເປັນ​​ຜູ້​ແທນສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາ​ດ​ບໍ່​ພຽງ​ແຕ່​​ໄດ້ນຳ​ເອົາ​ເນື້ອ​ໃນ​ໃຈ​ຄວາມ​ຂອງ​ຄຳ​ປາ​ໄສ​ທີ່​ສຳ​ຄັນ ແລະ ​ຄຳ​ຊີ້​ນຳ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄປ​ເຜີຍ​ແຜ່​ໃຫ້​ພີ່​ນ້ອງ​ປະ​ຊາ​ຊົນ​ຢູ່​ບ້ານ​ເກີດ​ຂອງ​ຕົນ​​ໄດ້​ຮັບ​ຮູ້ ແລະ ເຂົ້າ​ໃຈເທົ່າ​ນັ້ນ, ຍັງ​​ໄດ້​ປ​ະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜູ້​ແທນ​ປະ​ຊາ​ຊົນ, ສົ່ງ​ຫາງ​ສຽງ​ຂອງ​ປະ​ຊາ​ຊົນ​ໄປ​ສູ່ກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວ​ປະ​ເທດ.
 

ເລື່ອງ​ລາວ​ທີ່​ອົບ​ອຸ່ນ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ສະ​ມາ​ຊິກ​ສອງ​ສະ​ພາ-3: ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຟັງ​ຂ້າ​ພະ​ເຈົ້າ​ເລົ່າ​ເລື່ອງ ຢືນ​ຟັງ​ບົດ​ລາຍ​ງານ_fororder_暖心事3-1
 

ທ່ານຫວງຈິວເຊິ່ງ
 

ໃນຫຼາຍ​ປີຜ່ານ​ມາ​ນີ້, ທ່ານ​ຫວງ​ຈິວ​ເຊີ່ງ​ໄດ້​ນຳ​ພາ​​ອ້າຍ​ນ້ອງ​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດ​ສູ້​ຊົນ​ເຮັດ​ວຽກ​ຢູ່ໃນ​ຕົວ​ເ​ມືອງ. ປັດ​ຈຸ​ບັນ​ນີ້, ລາຍ​ຮັບ​ໄດ້​ເພີ່ມ​ຂຶ້ນ​ແລ້ວ, ຊີ​ວິດ​ການ​ເປັນ​ຢູ່​ກໍ​ໄດ້​ດີ​ຂຶ້ນ​ແລ້ວ, ທ່ານ​ຫວງ​ຈິວ​ເຊີ່ງ​ໄດ້​ເລັງ​ສາຍ​ຕາ​ໄປ​ສູ່​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ ຄື ຊົນ​ນະ​ບົດ, ຢາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ. ສະ​ນັ້ນ, ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ 2022, ທ່ານ​ຫວງ​ຈິວ​ເຊີ່ງ​ໄດ້​ນຳ​ສະ​ເໜີ​ “ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ອອກ​ແຮງ​ແກ້​ໄຂ​ບັນ​ຫາ​ຂາດ​ແຄນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ຊົນ​ນະ​ບົດ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ” ແລະ “ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເລັ່ງ​ແກ້​ໄຂ​ບັນ​ຫາ​ຕິດ​ໜີ້​ເງິນ​ເດືອນ​​ຂອງ​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດ​ໃນ​ຂົງ​ເຂດ​ການ​ກໍ່​ສ້າງວິ​ສະ​ວະ​ກຳ.”

 

ທ່ານ​ຫວງ​ຈິວ​ເຊີ່ງ​ກ່າວ​ວ່າ, ປັດ​ຈຸ​ບັນ​ນີ້, ແຫ່ງ​ຕ່າງໆ​ໄດ້​ສົ່ງ​ເສີມ​ໃຫ້​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດ​ກັບຄືນ​ໄປ​ສ້າງ​ທຸ​ລະ​ກິດ​ຢູ່​ບ້ານ​ເກີດ​ຂອງ​ຕົນ, ​ແລະ​ໄດ້​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ທີ່​ດີ. ໃນ​ເມື່ອ​ກ່ອນ, ຂ້າ​ພະ​ເຈົ້າ​ສາ​ມາດ​ພາ​ພີ່​ນ້ອງ​​ປະ​ຊາ​ຊົນ​ຈາກ​ຊົນ​ນະ​ບົດ​ໄປ​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ, ປັດ​ຈຸ​ບັນ​ກໍ​ສາ​ມາ​ດ​ພາ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ສູ່​ຊົນ​ນະ​ບົດ, ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ບ້ານ​ເກີດ​ເມືອງນອນ.

 

ດັ່ງ​ນັ້ນ, ທ່ານ​ຫວງ​ຈິວ​ເຊີ່ງ​ໄດ້​ນຳ​ພາ​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ກັບ​ຄືນ​ໄປ​ບ້ານ​ເກີດ, ຊຸກ​ຍູ້​​ການພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖິ່ນ​ໂດຍ​ຜ່ານຫຼາຍ​ມາດ​ຕະ​ການ. ຕົວ​ຢ່າງວ່າ, ໄດ້​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ພັກ​ເຄື່ອນ​ທີ່​ກັບ​ຄືນ​ບ້ານ​ເກີດ​ ສ້າງ​ສະ​ຫ​ະ​ກອນ​ຮ່ວມ​ມື​ເພື່ອ​ສ້າງ​ທຸ​ລະ​ກິດ; ສ້າງ​ສູນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ​ໂດຍ​ຮັບ​​ເອົາຄອບ​ຄົວ​ທຸກ​ຍາກ​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ໃນ​ສູນ, ເຊິ່ງ​ໄດ້​ເຮັດ​ໃຫ້​ຄອບ​ຄົວ​ທຸກ​ຍາກ 126 ຄອບ​ຄົວ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ຢ່າງ​ສະ​ດວກ; ຢູ່​ເຂດ​ອ້ອມ​ຂ້າງ​ສູນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ໄດ້​ສ້າງ​ແຫຼ່ງ​ທ່ອງ​ທ່ຽວ​ນິ​ຄົມ​ຊາ​ນ້ຳ​ມັນ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ​ພ້ອມທັງ​ຊຸກ​ຍູ້​ທຸ​ລະ​ກິດ​ໃບ​ຊາ, ເຊິ່ງ​ໄດ້​ຊ່ວຍ​ເຫຼືອ​ພີ່​ນ້ອງ​ປະ​ຊາ​ຊົນ​ທີ່​ທຸກ​ຍາກ​ມີ​ຄວາມ​ຮັ່ງ​ມີ​ຂຶ້ນ ແລະ​ກ້າວ​ໄປ​ສູ່​ຄວາມ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ໝັ້ນ​ທ່ຽງ; ທ່ານ​ຍັງ​ໄດ້​ລະ​ດົມ​ທຶນ​ພັດ​ທະ​ນາ​ການ​ປູກ​ຜັກ​, ໝາກ​ສະ​ໂຕ​ເບ​ຣີໃນ​ໂຮງ​​ເຮືອນ, ແລະ​ອື່ນໆ, ເຊິ່ງ​ໄດ້​ຊ່ວຍ​ເຫຼືອ​ຊາວ​ບ້ານ​ 520 ຄອບ​ຄົວ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ບັນ​ລຸ​ເປົ້າ​ໝາຍ​ທີ່ “ສາ​ມາດ​ຍ້າຍ​ອອກ​ມາ​ໄດ້, ​ແລະສາ​ມາດ​ຄົງ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ໄດ້, ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ​ໄດ້”.

 

“ມາ​ຈາກ​ທ່າມ​ກາງ​ປະ​ຊາ​ຊົນ, ເຂົ້າ​ຢູ່​ທ່າມ​ກາງ​ປະ​ຊາ​ຊົນ”, ທ່ານ​ຫວງ​ຈິວ​ເຊີ່ງ​ເວົ້າ​ວ່າ, ຕົນ​ເອງ​ຈະ​ຈື່​ຈຳ​ຄວາມ​ເວົ້າ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄວ້​ຕະຫຼອດ​ໄປ.

 

“ປັດ​ຈຸ​ບັນ, ພວກ​ເຮົາ​ຕັ້ງ​ໜ້າ​ຈັດ​ຕັ້ງ​ສ້າງ​ໂຮງ​ຮຽນ​​ນອກ​ໂມງ​ການ​ໃຫ້​ແກ່​ກຳ​ມະ​ກອນ​ທີ່​ມາ​ຈາກ​ຊົນ​ນະ​ບົດ, ຊ່ວຍ​ເຫຼືອ​ໃຫ້​ຄົນ​ທັງຫຼາຍ​ໄດ້​ຮຽນ​ຮູ້​ຄວາມ​ສາ​ມາດຫຼາຍ​ຢ່າງ, ສາ​ມາດ​ໄດ້​ເງິນ​ເດືອນ​ສູງ​ດ້ວ​ຍ​ສີ​ມື​ຂອງ​ຕົນ. ຂ້ອຍ​ເອງ​ມາ​ຈາກ​ຮາກ​ຖານ, ຈະ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ອຸ​ດົມ​ການ​ແຕ່​ຫົວ​ທີ ທີ່ “ເຮັດ​ວຽກ​ຕົວ​ຈິງ ແລະ ​ເຮັດວຽກ​​ທີ່ດີ​ຕໍ່​ປະ​ຊາ​ຊົນ​ໃຫ້ຫຼາຍ”, ເສີມ​ຂະ​ຫຍ​າຍ​ບົດ​ບາດ​ຂອງ​ຜູ້​ແທນ​ປະ​ຊາ​ຊົນ​ຢ່າງ​ເຕັມ​ສ່ວນ, ​ນຳ​​ເອົາຫາງ​ສຽງ​ຂອງ​ປະ​ຊາ​ຊົນ​​ໄປ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ສອງ​ສະ​ພາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ.

 

ເມື່ອ​ເວົ້າ​ເຖິງ​ຈຸດ​ນີ້, ໃນ​ສາຍ​ຕາ​ຂອງ​ທ່ານ​ຫວງ​ຈິວ​ເຊີ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຫ່ງ​ຄວາມ​ໜັກ​ແໜ້ນ ແລະ ຄວາມ​ໝັ້ນ​ໃຈ.

ຄຳ​ເຫັນ

0