吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນມາຜ່ອນຄາຍ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ໂດຍ​ອະນຸຍາດ​​ໃຫ້ຈັດ​ກິດຈະກຳ​ທີ່ີມີ​ໜ້ອຍ​ກວ່າ 400 ຄົນ​ເຂົ້າ​ຮ່ວມ

2022-03-17 11:04:56 CRI

ມຽນມາຜ່ອນຄາຍ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ໂດຍ​ອະນຸຍາດ​​ໃຫ້ຈັດ​ກິດຈະກຳ​ທີ່ີມີ​ໜ້ອຍ​ກວ່າ 400 ຄົນ​ເຂົ້າ​ຮ່ວມ_fororder_截图录屏_选择区域_20220317104054


   ວັນ​ທີ 15 ມີ​ນາ​ນີ້, ກະຊວງ​ສາທາລະນະ​ສຸກ​ມຽນມາ​ແຈ້ງ​ໃຫ້​ຮູ້​ວ່າ, ຍ້ອນ​ວ່າ​ອັດຕາການຖືກ​ບົ່ງມະຕິຕິດເຊື້ອພະຍາດ​ໂຄ​ວິດ-19 ​ແລະ ອັດຕາ​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19 ຫຼຸດ​ຕ່ຳລົງ, ສະນັ້ນ, ນັບ​​ແຕ່​ວັນ​ທີ 16 ມີນາ​ນີ້ເປັນຕົ້ນໄປມຽນມາໄດ້ອະ​ນຸ​ຍາດ​ໃຫ້​ຈັດ​ກິດຈະກຳ​ທີ່​ມີໜ້ອຍ​ກວ່າ 400 ຄົນ​ເຂົ້າ​ຮ່ວມ. ​ແຕ່​ໃນ​ເວລາ​ຈັດ​ກິດຈະກຳ ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດການປ້ອງ​ກັນ​ພະຍາດຢ່າງເຂັມງວດ.


    ກະຊວງ​ສາທາລະນະ​ສຸກ​ມຽນມາ​ໄດ້​ປະກາດ​​ໃນ​ວັນ​ທີ 29 ຕຸລາ​ປີ 2021ຜ່ານມາວ່າ, ໄດ້ເພີ່ມຈຳນວນ​ຄົນ​ທີ່​ຈຳກັດ​ເຂົ້າຮ່ວມກິດຈະກຳຈາກ 50 ຄົນ​ໄປ​ຮອດ 100 ຄົນ. ແຕ່ມາຮອດວັນ​ທີ 30 ທັນວາ​ປີ 2021, ກະຊວງ​ສາທາລະນະ​ສຸກມຽນມາກໍ່​ໄດ້​ປະກາດ​ອະນຸຍາດ​ໃຫ້​ຈັດກິດຈະກຳ​ສາສະໜາ ​ແລະ ພິທີ​ຊາ​ປະ​ນະ​ກິດ​ສົບ​ທີ່​ບໍ່​ມີຫຼາຍ​ກວ່າ 200 ຄົນ​ເຂົ້າ​ຮ່ວມ.


     ຂ່າວ​ແຈ້ງໃຫ້ຮູ້ວ່າ,​ປັດຈຸບັນ ພາກສ່ວນກ່ຽວຂ້ອງຂອງ​ນະຄອນມັນ​ດາເລ ​ແລະ ທ້ອງ​ຖິ່ນ​ອື່ນໆ​ຂອງ​ມຽນມາ​​ໄດ້​ເລີ່​ມກຽມຈັດ​ກິດຈະກຳ​ສະ​ຫຼອງ​ບຸ​ນສົງການ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ເມສາ​ແລ້ວ.

ຄຳ​ເຫັນ

0