李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ ສີ​ຈິ້ນ​ຜິງ ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຜ່ານ​ທາງ​ໂທ​ລະ​ສັບ

2022-03-17 11:09:56 cri

ວັນ​ທີ 16 ມີ​ນານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ລົມ​ກັບ​ທ່ານ ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ, ສອງ​ຝ່າຍ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​​ເປັນ​ຢ່າງ​ດີ​ຕໍ່​ກັບຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນລະ​ຫວ່າງ​ພວກ​ເຮົາ​ກ່ຽວ​ກັບ​ການ​ລົງ​ເລິກການ​ຮ່ວມ​ມືດ້ານ​ວັກ​ຊີນ​ໂຄວິດ-19 ເປັນ​ຕົ້ນ​, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ໂຄວິດ-19. ຕ້ອງ​ຮັບ​ປະ​ກັນ​ການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ຕຸງ​ໃຫ້​ສຳ​ເລັດ​ ແລະ ເປີດ​ບໍ​ລິ​ການ​ຕາມ​ເວ​ລາ​ກຳ​ນົດ, ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ຄຸ​ນະ​ພາບ​ສູງ, ເພີ່​ມ​ພະ​ລັງ​ແຮງ​ໃຫ້​ການ​ພັດ​ທະ​ນາ​ຂອງ​ອິນ​ໂດ​ເນ​ເຊຍ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄວ​ຂຶ້ນກວ່າ​ເກົ່າ. ຝ່າຍ​ຈີນ​ສະ​ໜັບ​ສະ​ໜູນ​ອິນ​ໂດ​ເນ​ເຊຍ​ໃນ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ປະເທດ​ປະ​ທານ​ໝູນ​ວຽນ​ຂອງ​ກຸ່ມ 20 ປະ​ເທດ ແລະ ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ບາຫຼີ​ໃຫ້​ດີ.

ທ່ານ ໂຈ​ໂຄ ວິ​ໂດ​ໂດ ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ຕຸງ​ໃຫ້​ສຳ​ເລັດ​ຕາມ​ເວ​ລາ​ກຳ​ນົດ ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ. ອິນ​ໂດ​ເນ​ເຊຍ​ຫວັງ​ຢາກ​ດຳ​ເນີນ​ການ​ຮ່ວມ​ມື​ສາມ​ຝ່າຍ​ກັບ​ປະ​ເທດ​ຈີນ ເພື່ອ​ຊ່ວຍ​ອິນ​ໂດ​ເນ​ເຊຍກໍ່​ສ້າງ​ນະ​ຄອນຫຼວງ​ໃໝ່. ຫວັງ​ວ່າ​ຝ່າຍ​ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ສ້າງ “ແລວ​ເສດ​ຖະ​ກິດ​ສັງ​ລວມ​ຢູ່​ພາກ​ພື້ນ” ແລະ ເຂດ​ອຸດ​ສາ​ຫະ​ກຳ​ແບບ​ສີ​ຂຽວ​ຂອງ​ອິນ​ໂດ​ເນ​ເຊຍ.

ສອງ​ຝ່າຍ​ຍັງ​ໄດ້​ແລ​ກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ອູ​ແກ​ຣນ ແລະ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ ຄວນ​ຍຶດ​ໝັ້ນ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຂະ​ໜາດ​ໃຫຍ່, ຄວບ​ຄຸມ​ຜົນ​ສະ​ທ້ອນ​ທາງ​ລົບ​ຈາກ​ການ​ລົງ​ໂທດ​ຕໍ່​ເສດ​ຖະ​ກິດ​ໂລກ ແລະ ຫຼີກ​ເວັ້ນ​ບໍ່​ໃຫ້​ຖ່ວງ​ດຶງ​ຂະ​ບວນ​ການ​ຟື້ນ​ຟູ​ເສດ​ຖ​ະ​ກິດ​ຂອງ​ໂລກ.

ຄຳ​ເຫັນ

0