郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຊຽນ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ ບໍ່​ສົນ​ໃຈ​ຈັດ​ຕັ້ງ​ພັນ​ທະ​ມິດ​​ດ້ານການ​ທະ​ຫານ

2022-03-17 16:36:47 cri

ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ອາ​ຊຽນ​ຂອງສຳ​ນັກ​ຂ່າວ​ສານບ​​ຣູມ​ເບີກ​ຄັ້ງ​ທີ7, ທ່ານ ວິ​ວຽນ ບາ​ລາ​ຄ​ຣີ​ສ​ນານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວສານບ​​ຣູມ​ເບີກ​ໃນ​ວັນ​ທີ15ມີ​ນານີ້​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ອາ​ຊຽນ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ, ບໍ່​ສົນ​ໃຈ​ຈັດ​ຕັ້ງ​ພັນ​ທະ​ມິດ​​ດ້ານການ​ທະ​ຫານ.

ທ່ານ​ວິ​ວຽນ​ກ່າວ​ຕື່ມ​ວ່າ: ອາ​ຊຽນ​ມີ​ຈຸດ​ປະ​ສົງ​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ເປີດ​ປະ​ຕູ​ແລະ​ກວມ​ລວມ,ສົນ​ໃຈ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃນ​ດ້ານ​ການ​ຄ້າ​ແລະ​ເສດ​ຖະ​ກິດ,ມີ​ລັ​ກ​ສະ​ນະ​ກວມ​ລວມ, ຍິນ​ດີ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​​ເພື່ອນມິດ​ທັງ​ໝົດ ຊຶ່ງ​ລວມ​ທັງ​ປະ​ເທດ​ໃຫຍ່, ແຕ່​ອາ​ຊຽນ​ບໍ່​ສົນ​ໃຈ​ເລື່ອງ​ຈັດຕັ້ງ​ພັນ​ທະ​ມິດ​ທາງ​ການ​ທະ​ຫານ.

ອາ​ຊຽນ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ ບໍ່​ສົນ​ໃຈ​ຈັດ​ຕັ້ງ​ພັນ​ທະ​ມິດ​​ດ້ານການ​ທະ​ຫານ_fororder_691404162

 

ຄຳ​ເຫັນ

0