郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຫວຽດ​ນາມ​ກຽມ​ຈະຈັດ​ພະ​ຍາດ​ໂຄວິດ-19ເປັນ​ພະ​ຍາດ​ຕິດ​ແປດ​ປະ​ເພດB

2022-03-18 16:52:28 cri

ອີງ​ຕາມ​ແຜນ​ການສະ​ບັບ​ໃໝ່​​ກ່ຽວ​ກັບ​ການ​ປ້ອງ​ກັນ​ແ​​ລະ​ຄວບ​ຄຸມພະ​ຍາດ​ໂຄວິດ-19​ທີ່ລັດ​ຖະ​ບານ​ຫວຽດ​ນາມ​ປະ​ກາດ​ໃນ​ຕອນ​ຄ່ຳ​ວັນ​ທີ17ມີ​ນານີ້, ລັດ​ຖະ​ບານ​ຫວຽດ​ນາມ​ຈະ​ປັບ​ຈຸດ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ ​ຈາກຜູ້​ຖືກ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້ ປ່ຽນ​ໄປ​ສຸມ​ໃສ່​ກໍ​ລະ​ນີ​​ຜູ້​ທີ່​ມີ​ອາ​ກາ​​ສາ​ຫັດ, ສາ​ຫັດທີ່​ສຸດ​​ທີ່​ຕ້ອງ​ການ​ປິ່ນ​ປົວ​ນອນ​ໂຮງ​ໝໍແລະ​ຜູ້​ເສຍ​ຊີ​ວິດ.

ນອກນີ້ ລັດ​ຖະ​ບານ​ຫວຽດ​ນາມ​ຍັງ​ໄດ້​ປະ​ກາດ​ແຜນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ປີ2022-2023 ໃນ​ວັນ​ທີ17ມີ​ນານີ້, ຫວຽດ​ນາມ​ຈະ​ຄົ້ນ​ຄວ້າ​ແລະ​ອີງ​ຕາມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈະ​ຕັດ​ພະ​ຍາດ​ໂຄວິດ-19​ອອກ​ຈາກ​ລາຍ​ຊື່​ພະ​ຍາດ​ຕິດ​ແປດ​ປະ​ເພດA, ແລະ​ຈັດ​ເຂົ້າ​ໃນພະ​ຍາດ​ຕິດ​ແປດ​ປະ​ເພດB, ​ໂດຍຈະ​ປັບ​ປຸງ​ມາດ​​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຕາມ​ພາຍ​ຫຼັງ.

图片默认标题_fororder_856970144

 

ຄຳ​ເຫັນ

0