黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປົ້າ​ໝາຍ​ການເຕີ​ບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຂອງຈີນ​ໄດ້​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ໂລກ​ຢ່າງ​ຕໍ່​ເນື່ອງ

2022-03-18 09:54:28 cri

ເປົ້າ​ໝາຍ​ການເຕີ​ບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຂອງຈີນ​ໄດ້​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ໂລກ​ຢ່າງ​ຕໍ່​ເນື່ອງ_fororder_微信图片_20220318095236

ໃນ​ກອງ​ປະ​ຊຸມ “ສອງ​ສະ​ພາ” ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ທຸກ​ປີ, ສື່ມວ​ນ​ຊົນ​ຕ່າງ​ປະ​ເທດ​ລ້ວນ​ແຕ່​ໄດ້​ສົນ​ໃຈ​ນຳການ​ວາງ​ແຜນ​ຕ່າງໆ​​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ. ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ປີ 2022, ເປົ້າ​ໝາຍ​​ການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ທີ່ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂ​ອງ​ຈີນ​ຈະ​ເຕີບ​ໂຕ​ປະ​ມານ 5,5% ໄດ້​ກາຍ​ເປັນ​ຈຸດ​​ສຸມ​ອີກ​ຄັ້ງ​ໜຶ່ງ.

ບຸກ​ຄົນ​ສາ​ກົນ​ຫຼາຍ​ທ່ານ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ປີ​ຜ່ານ​ມາ, ຈີນ​ໄດ້​ຮັບ​ຜົນ​ງານ​ຢ່າງ​ໃຫຍ່​ຫຼວງ​ໃນ​ທຸກ​ດ້ານ, ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ໃນ​ປີ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ຄວາມ​ຕັດ​ສິນ​ໃຈ​ທີ່​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຈະ​ເປັນ​ການ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ຕະ​ຫຼ​າດ​ຕື່ມ​ອີກ, ແລະ​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ໂລກ​ຢ່າງ​ຕໍ່​ເນື່ອງ.

ທ່ານທະນົງສິນ ກັນລະຍາ ຮອງ​ປະ​ທານ​ສະ​ພາ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ທີ່​ທົ່ວ​ໂລກ​ຍັງ​ຜະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ຈີນ​ສາ​ມາດ​ຮັກ​ສາ​ຈັງ​ຫວະການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ເຊິ່ງ​ເປັນ​ທີ່​ປະ​ຈັກ​ຕາ​ຕໍ່​ຄົນ​ທັງ​ຫຼາຍ.

ເປົ້າ​ໝາຍ​ການເຕີ​ບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຂອງຈີນ​ໄດ້​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ໂລກ​ຢ່າງ​ຕໍ່​ເນື່ອງ_fororder_微信图片_20220318095150

ທ່ານ​ສັງ​ຂານ ຈູມ​ຄຳ​ພັນ ຮອງຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ​ເຫັນ​ວ່າ: ເສດ​ຖະ​ກິດ​ຈີນ​ໄດ້​ເຕີບ​ໂຕ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກເຕີບ​ໂຕ​ໃນທາງ​ລົບ, ​ເຊິ່ງ​ເປັນ​ຜົນ​ງານ​ທີ່​ໜ້າ​ຊົມ​ເຊີຍ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ຢ່າງ​ດີ​ງາມ​ໄດ້​ສົ່ງ​ສັນ​ຍານຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ.

ໜັງ​ສື​ພິ​ມ​ນິວຢອກ​ທາມ​ສ໌ ຂອງ​ອາ​ເມ​ຣິ​ກາ​ໄດ້​ລາຍ​ງານ​ໂດຍ​ອ້າງ​ຕາມ​ຖ້ອຍ​ຄວາມ​ຂອງ​ທ່ານ​ຫຼີ້​ເຄີ້​ສຽງ ທີ່​ກ່າວໃນ​ເວ​ລາ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານວ່າ: “ວຽກ​ງານ​ຂອງ​ພວກ​ເຮົາ​ໃນ​ປີ​ນີ້, ຄວນ​​ເຮັດ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ເຊິ່ງ​ເປັນ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ, ​ຕ້ອງພັດ​ທະ​ນາ​ເສດ​ຖະ​ກິດ​ບົນ​ພື້ນ​ຖານ​​ມີ​ຄວາມ​ໝັ້ນ​ທ່ຽງ.” ນອກ​ນັ້ນ, ໜັງ​ສື​ພິມ​ດັ່ງ​ກ່າວ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​: ເປົ້າ​ໝາຍ​​ທີ່​ເສດ​ຖະ​ກິດ​ຈີນ​ຈະ​ເຕີບ​ໂຕ​ປະ​ມານ 5,5% ໃນ​ປີ 2022 ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ລັດ​ຖະ​ບານ​ຈີນ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ.

ຂ່າວ​ສານ​ລອຍ​ເຕີ​ຂອງ​ອັງ​ກິດ​ລາຍ​ງານ​ວ່າ: ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ສາ​ມາດ​ໃຫ້​ການ​ສະ​ໜັ​ບ​ສະ​ໜູນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ, ພ້ອມ​ກັນ​ນັ້ນ​ຍັງ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ໂລກ​ຍ້ອນ​ວິ​ກິດ​ການ​ອູ​ແກຼນ.

​ອີງ​ຕາມຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ 10 ປີ​ຜ່ານ​ມາ, ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໄດ້​ກວມ​​ອັດ​ຕາການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ປະ​ມານ 30%. ເຖິງວ່າ​ໃນ 2 ປີ​ຜ່ານ​ມາ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຢ່າງ​ຮ້າ​ຍ​ແຮງ, ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ສະ​ເລ່ຍ​ຕໍ່​ປີ​ຍັງ​ໄດ້​ບັນ​ລຸ​ເຖິງ 5,1%, ​ເຊິ່ງ​ເປັນ​ລະ​ດັບ​ນຳ​ໜ້າ​ໃນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ ​ໂລກ, ໄດ້​ກາຍ​ເປັນ​ເຄື່ອງ​ຈັກ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ. ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ລະ​ດັບ 17.000 ຕື້​ໂດ​ລາ​ສະ​ຫະ​ລັດ​ເຊັ່ນ​ກັນ, ນັບ​ແຕ່​ປີ 2014 ມາ​ຮອດ​ປັດ​ຈຸ​ບັນ, ນອກ​ຈາກ​ປີ 2021 ແລ້ວ, ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ​ບໍ່​ມີ​ປີ​ໃດ​ໄດ້​ເຕີບ​ໂຕ​ຫຼາຍ​ກວ່າ​ 3,1%. ຖ້າ​ພວກ​ເຮົາ​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ແມ່ນ​ສາ​ມາດ​ພົບ​ເຫັນ​ວ່າ, ນັບ​ແຕ່​ປີ 1961 ມາ​ຮອດ​ປັດ​ຈຸ​ບັນ, ໃນ​ໄລ​ຍະ 61 ປີ​ດັ່ງ​ກ່າວ, ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ມີ​ພຽງ​ແຕ່ 7 ປີໄດ້​ເຕີບ​ໂຕ​ຫຼາຍກວ່າ 5,5%.

ຈີນ​ໄດ້​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ​ຢ່າງ​ຕໍ່​ເນື່ອງ, ບໍ່​ພຽງ​ແຕ່​ແມ່ນ​ຕົວ​ເລກ​ເສດ​ຖະ​ກິດ​ເຕີບ​ໂຕ​ເທົ່າ​ນັ້ນ, ຍິ່ງ​ໄປກວ່າ​ນັ້ນ​ຍ້ອນ​ວ່າ​ຈີນ​ໄດ້​ປະ​ຕິ​ບັດ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່, ສ້າງ​ສະ​ຖາ​ນະ​ພາບ​ການ​ພັດ​ທະ​ນາ​ໃໝ່, ແລະ​ບາດ​ກ້າວ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ; ແມ່ນ​ຍ້ອນ​ວ່າຄຳ​ໝັ້ນ​ສັນ​ຍາ​ອັນ​ບໍ່​ປ່ຽນ​ແປງຂອງ​ປະ​ເທດ​ຈີນ​ທີ່​ສືບ​ຕໍ່​ເປີດ​ຕະ​ຫຼາດ​ສູ່​ພາຍນອກ, ສ້າງ​ໂອ​ກາດ​ພັດ​ທະ​ນາ​​ແກ່​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຈີນ​ໃຫ້​ຫຼາຍກວ່າ​ເກົ່າ, ​​ແລະ​ແມ່ນຍ້ອນ​ວ່າ​ຄວາມ​ໝັ້ນ​ໃຈ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ຕັ້ງ​ໃ​ຈ​ເຮັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ​ບໍ່​ປ່ຽນ​ແປງ. ເລື່ອງ​ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຈີນ​ເທົ່າ​ນັ້ນ, ຍັງ​ມີ​ຄວາມ​ໝາ​ຍຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ອີກ​ດ້ວຍ.

ຄຳ​ເຫັນ

0