吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ: ນັບ​ແຕ່​ວັນ​ທີ 18 ມີນາ RCEP ຈະມີ​ຜົນ​ບັງຄັບ​ໃຊ້​ຕໍ່​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ

2022-03-18 10:50:02 CRI

ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ: ນັບ​ແຕ່​ວັນ​ທີ 18 ມີນາ RCEP ຈະມີ​ຜົນ​ບັງຄັບ​ໃຊ້​ຕໍ່​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ_fororder_20210310163414_762

 

ໃນກອງປະຊຸມຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 17 ມີນານີ້, ທ່ານກ່າວເຟີ່ງ ໂຄສົກກະຊວງການຄ້າຈີນກ່າວວ່າ: “ສັນຍາ​ການ​ພົວພັນ​ຄູ່​ເສ​ດຖະກິດ​ຮອບດ້ານ​ພາກ​ພື້ນ” ຫຼື RCEP ຈະ​ມີ​ຜົນບັງຄັບ​ໃຊ້​ຕໍ່​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ.

 

ທ່ານ​ກ່າວ​ເຟີ່ງ​ແນະ​ນຳ​ວ່າ: ຈີນ ກັບ ມາ​ເລ​ເຊຍ​ເປັນ​ຄູ່​​ເສດຖະກິດ​ການ​ຄ້າ​ອັນ​ສຳຄັນ​ເຊິ່ງກັນ​ແລະ​ກັນ. ຈີນ​ເປັນ​ຄູ່​ການ​ຄ້າ​ອັນ​ດັບ​ໜຶ່ງຂອງ​ມາ​ເລ​ເຊຍ. ​ໃນ​ຂົງ​ເຂດ​ການ​ລົງທຶນ, ມາ​ເລ​ເຊຍ​ເປັນ​ປະ​ເທດ​ສຳຄັນ​ທີ່​ຈີນດຳ​ເນີນ​ການ​ລົງທຶນ.

 

ນັບ​ແຕ່​ວັນ​ທີ 18 ມີ​ນາ​ນີ້, RCEP ຈະ​ມີ​ຜົນບັງຄັບ​ໃຊ້​ຕໍ່​ມາ​ເລ​ເຊຍ. ຈີນ ກັບ ອາ​ເມ​ຣິກາ​ຈະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາທີ່​ເປີດ​ຕະຫຼາດ ​ແລະ ກົດ​ເກນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ RCEP ​ເຊິ່ງກັນ​ແລະ​ກັນ, ນີ້​ຈະ​ຍົກ​ສູງ​ລະດັບ​ການ​ລົງທຶນ ​ແລະການ​ຮ່ວມ​ມື​ໃນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ຜົນ​ປະ​​ໂຫຍ​ດຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່ວິ​ສາ​ຫະກິດ ​ແລະ ຜູ້​ບໍລິ​ໂພ​ກຂອງ​ສອງ​ປະ​ເທດ, ກໍ່​ຈະ​ປະກອບສ່ວນ​​ໃໝ່​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ພາກ​ພື້ນ.

ຄຳ​ເຫັນ

0