ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເລີ່ມແຕ່ມື້ນີ້ ຄື ວັນທີ 19 ມີນາ 2022 ເປັນຕົ້ນໄປ ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ເລີ່ມມີຜົນບັງຄັບໃຊ້ເປັນທາງການຢູ່ປະເທດມາເລເຊຍ ໂດຍໃນ 15 ຝ່າຍທີ່ເຊັນສັນຍາດັ່ງກ່າວ, ປະຈຸບັນ ຍັງເຫຼືອແຕ່ອິນໂດເນເຊຍ, ມຽນມາ ແລະຟິລິບປິນ ຍັງບໍ່ທັນປະຕິບັດສັນຍາດັ່ງກ່າວ.
ອີງຕາມສັນຍານີ້, ເລີ່ມແຕ່ວັນທີ 19 ມີນານີ້ເປັນຕົ້ນໄປ, ຈີນຈະເກັບພາສີຕາມອັດຕາພາສີປີທຳອິດທີ່ກຳນົດໃນສັນຍາດັ່ງກ່າວສຳລັບປະເທດສະມາຊິກທັງໝົດຂອງອາຊຽນຕໍ່ສິນຄ້າຈຳນວນໜຶ່ງທີ່ນຳເຂົ້າຈາກມາເລເຊຍ. ອີງຕາມສັນຍາ, ຈີນແລະເມເລເຊຍແມ່ນໄດ້ເພີ່ມການເປີດຕະຫຼາດຕື່ມບົນພື້ນຖານເຂດການຄ້າເສລີຈີນ-ອາຊຽນ, ສະນັ້ນ ສິນຄ້າບາງຢ່າງຈະໄດ້ຮັບສິດພິເສດດ້ານພາສີອັນໃໝ່.
ມາເລເຊຍແມ່ນຄູ່ການຄ້າໃຫຍ່ທີສອງຂອງຈີນໃນບັນດາປະເທດອາຊຽນ, ຈີນແມ່ນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງມາເລເຊຍໃນຮອບ 13 ປີຜ່ານມາ. ຕາມສະຖິຕິຂອງດ່ານພາສີສະແດງໃຫ້ເຫັນວ່າ, ເດືອນມັງກອນຫາເດືອນກຸມພາ 2022 ການຄ້າຈີນ-ມາເລເຊຍໄດ້ບັນລຸມູນຄ່າ 29 ຕື້ 450 ລ້ານໂດລາສະຫະຣັດ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 28,1%.
ຄຳເຫັນ
0