黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຈະ​ເປີດ​ຖ້ຽວ​ບິນການ​ຄ້າ​ຂົນ​ສົ່ງໂດຍ​ສານ​ສາ​ກົນ​ຄືນ​ໃໝ່​ໃນ​ວັນ​ທີ 17 ເມ​ສາ​ໜ້າ​ນີ້

2022-03-19 14:19:03 cri

ມຽນ​ມາ​ຈະ​ເປີດ​ຖ້ຽມ​ບິນການ​ຄ້າ​ຂົນ​ສົ່ງໂດຍ​ສານ​ສາ​ກົນ​ຄືນ​ໃໝ່​ໃນ​ວັນ​ທີ 17 ເມ​ສາ​ໜ້າ_fororder_8aeb55a683e4d9fb8f3f1855809c2922

ຕອນ​ຄ່ຳ​ວັນ​ທີ 18 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສູນ​ກາງ​ມຽນ​ມາ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ວ່າ: ​ເນື່ອງ​ຈາກ​ວ່າ​ຈຳ​ນວນ​ຜູ້​ຖືກ​ບົ່​ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາ​ດ​ດັ່ງ​ກ່າວ​ໄດ້​ຫຼຸດ​ລົງ, ເພື່ອ​ໃຫ້​ຄວາມ​ສະ​ດວກ​ດ້ານ​ການ​ເດີນ​ທາງ, ມຽນ​ມາ​ຈະ​ເປີດ​ຖ້ຽມ​ບິນການ​ຄ້າ​ຂົນ​ສົ່ງ​ໂດຍ​ສານ​ສາ​ກົນ​ຄືນ​ໃໝ່​ໃນ​ວັນ​ທີ 17 ເມ​ສາ​ໜ້ານີ້.

ມຽນ​ມາ​​ໄດ້ປະ​ກາດ​ຢຸດ​ຖ້ຽວ​ບິນ​​ການ​ຄ້າຂົນ​ສົ່ງ​​ໂດຍ​ສາ​ນ​ສາ​ກົນ​ເປັນ​ການ​ຊົ່ວ​ຄາວ​ເລີ່ມ​ແຕ່​ວັນ​ທີ 30 ມີ​ນາ​ປີ 2020. ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ທີ 4 ທີ່​ເກີດ​ຂຶ້ນ​ຢູ່​ມຽນ​ມາ​ໄດ້​ຜ່ອນ​ຄາຍ​ລົງ, ອີງ​ຕາມ​ຜົນ​ການ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມຽນ​ມາ, ໃນ​ຜົນ​​ການກວດ​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໄວ​ຣັດ​ໂຄວິດ-19 ຂອງ 17.763 ຕົວ​ຢ່າງ​ໃນ​ວັນ​ທີ 18 ມີ​ນາ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໄດ້​ເພີ່ມ​ຂຶ້ນ 540 ກໍ​ລະ​ນີ, ອັດ​ຕາ​ຖືກ​ບົ່ງ​ມະ​ຕິ​ເປັນ 3,04%, ໃນ​ມື້​ດຽວ​ກັນ, ມີ​ສອງ​ຄົນ​ເສ​ຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0