秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານສິງກະໂປວາງນະໂຍບາຍເພື່ອຮັບມືກັບລາຄາອາຫານ ແລະພະລັງງານທີ່ຖີບຕົວສູງຂຶ້ນ

2022-03-20 15:48:11 cri

ສິງ​ກະ​ໂປ​ເປັ​ນ​ປະ​ເທດ​ທີ່​ຕ້ອງອາ​ໄສການ​ນຳ​ເຂົ້າ​ສິ​ນ​ຄ້າ​ເປັນ​ສ່​ວນ​ໃຫຍ່. ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຖາ​ນະ​ການ​ອູ​ແກ​ຣນ​ມີ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ກັບ​ສິງ​ກະ​ໂປ ທີ່​​ເປັນ​ປະ​ເທດຕ້ອງ​ນຳ​ເຂົ້າ​ອາ​ຫານ ແລະ​ພະ​ລັງ​ງານ​ເປັນ​ຈຳ​ນວນຫຼວງຫຼາຍ.

​ເພື່ອ​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ຈາກ​ອັດ​ຕາ​ເງິນ​ເຟີ້, ກ່ອນ​ໜ້າ​ນີ້​ບໍ່​ດົນ, ລັດ​ຖະ​ບານ​ສິງ​ກະ​ໂປ​ໄດ້​ວາງ​ນະ​ໂຍ​ບາຍຕ່າງໆ ເພື່ອ​ຮັບ​ມື​ກັບ​ລາ​ຄາ​ສິນ​ຄ້າ​ທີ່​ຖີບ​ຕົ​ວ​ສູງ​ຂຶ້ນ, ພ້ອມ​ທັງ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ຂະ​ໜາດ​ໃຫຍ່ ເພື່ອ​ຮັບ​ປະ​ກັນ​ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​ປະ​ຈຳ​ວັນ ໃຫ້​ຢູ່​ໃນ​ລະ​ດັບ​ທີ່​ປະ​ຊາ​ຊົນ​ສາ​ມາດ​ຈັບ​ຈ່າຍ​ໄດ້. ນອກ​ນີ້, ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຄອບ​ຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ ແລະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ​ນ້ອຍ ໃນ​ດ້ານ​ການ​ປະ​ກອບ​ອາ​ຊີບ ແລະ​ອື່ນໆ.

ຄຳ​ເຫັນ

0