黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຟິລິບປິນດຳເນີນການອະພິປາຍທາງໂທລະພາບຄັ້ງທຳອິດ

2022-03-20 16:28:55 CRI

ເວລາ 19:00 ໂມງ ຂອງວັນທີ 19 ມີນານີ້, ການອະພິປາຍທາງໂທລະພາບຄັ້ງ ທຳອິດລະຫວ່າງຜູ້ລົງສະໝັກຮັບເລືອກຕັ້ງປະທານາທິບໍດີຟິລິບປິນປີ 2022 ໄດ້ ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ໂດຍການຈະເຮັດແນວໃດເພື່ອຟື້ນຟູເສດຖະກິດ ຄືນໃໝ່ພາຍໃຕ້ສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກາຍ ເປັນຈຸດສຸມຂອງການອະພິປາຍລະຫວ່າງຜູ້ລົງສະໝັກຮັບເລືອກຕັ້ງຕ່າງໆ.

ໃນການອະພິປາຍຮອບທຳອິດ, ຜູ້ລົງສະໝັກຮັບເລືອກຕັ້ງປະທານາທິບໍດີ 9 ທ່ານ ເຊັ່ນ: ທ່ານມາເຣຍ ເລໂອນໍ ເກໂຣນາ ໂຣເບຣໂດ ຮອງປະທານາທິບໍດີ ຄົນປັດຈຸບັນ, ທ່ານແຟຣນຊິສໂຄ ອິສໂກ ໂມເຣໂນ ໂດມາໂກໂຊ ເຈົ້າຄອງ ນະຄອນຫຼວງມະນີລາ ແລະທ່ານອື່ນໆ ໄດ້ເຂົ້າຮ່ວມການອະພິປາຍ. ຜູ້ລົງສະ ໝັກຮັບເລືອກຕັ້ງຕ່າງໆ ໄດ້ອະພິປາຍຢ່າງດຸເດືອດ ໂດຍປິ່ນອ້ອມການຟື້ນຟູເສດຖະກິດ, ການກໍ່ສ້າງພື້ນຖານ ໂຄງລ່າງ, ການປ້ອງກັນ ແລະຄວບຄຸມພະຍາດ ໂຄວິດ-19 ແລະຫົວຂໍ້ອື່ນໆ, ທັງໄດ້ ສະເໜີຈຸດຢືນຂອງຕົນໃນການບໍລິຫານງານຕ່າງໆ ເຊັ່ນ: ອູ້ມຊູຍູ້ໜູນວິສາຫະກິດ ຂະໜາດກາງແລະຂະໜາດນ້ອຍ, ສ້າງຕຳແໜ່ງວຽກງານໃຫ້ເພີ່ມຂຶ້ນ, ຮັບປະກັນຄວາມ ໝັ້ນຄົງດ້ານອາຫານ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງ, ສ້າງຄວາມສາມາດ ການບໍລິການດ້ານການປິ່ນປົວ ພະຍາດກໍຄືສາທາລະນະສຸກໃຫ້ເພີ່ມຂຶ້ນ ແລະອື່ນໆ.

ຜົນການສຳຫຼວດຄວາມເຫັນຂອງປະຊາຊົນ ທີ່ເຮັດດ້ວຍອົງການປຸນເຊ ອາຊີ ເຊິ່ງເປັນ ອົງການສະຫຼວດຄວາມເຫັນປະຊາຊົນຂອງຟິລິບປິນ ໄດ້ສະແດງໃຫ້ເຫັນ ວ່າ: ທ່ານເຟີດີນັນ ໂບນໂບງ ມາໂຄສ ມີອັດຕາການສະໜັບສະໜູນສູງກວ່າໝູ່, ບັນລຸເຖິງ 60%, ສູງກວ່າທ່ານ ມາເຣຍ ເລໂອນໍ ເກໂຣນາ ໂຣເບຣໂດ ຜູ້ມີອັດຕາການສະໜັບສະໜູນ ເປັນອັນດັບສອງທີ່ມີພຽງ 15%.

ຄຳ​ເຫັນ

0