秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກວິຊາການສິງກະໂປເຫັນວ່າ: ເສດຖະກິດຈີນມີທ່າແຮງໃນຫຼາຍດ້ານ

2022-03-21 11:24:29 cri

ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ເຊ້ຍ​ຕົ້ງ​ໝີງ, ຜູ້​ຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ປ​ະ​ເທດ​ຈີນ​ຂອງ​ທະ​ນາ​ຄານ OCBC ຂອງ​ສິງ​ກະ​ໂປ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ມີ​ທ່າ​ແຮງ​ໃນຫຼາຍ​ດ້ານ ເຊັ່ນ: ​ສາ​ມາດ​ວາງນະ​ໂຍ​ບາຍ ຫຼື​ມາດ​ຕະ​ການ​ຕ່າງ​ໆ​ເພື່ອ​ປັບ​ປຸງ​ເປັນ​ຕົ້ນ.

ທ່ານ ເຊ້ຍ​ຕົ້ງ​ໝີງ ກ່າວ​ວ່າ: ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ໃນ​ທົ່ວ​ໂລກ​ໄດ້​ເກີດ​ມີ​ກໍ​ລະ​ນີ​ທີ່​ລາ​ຄາ​ພະ​ລັງ​ງານ ແລະ​ລາ​ຄາ​ສິນ​ຄ້າ​ລາຍ​ໃຫ​ຍ່​ອື່ນໆ​ຖີບ​ຕົວ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ. ຕໍ່​ກັບ​ເລື່ອງ​ນີ້, ລັດ​ຖະ​ບານ​ຈີນ​ໄດ້ນຳ​ໃຊ້​ນະ​ໂຍ​ບາຍ​ປັບ​ປຸງຫຼາຍ​ຢ່າງ. ນີ້​ກໍ​ຄື​ທ່າ​ແຮງ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ດ້ານ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ ທີ່​ສາ​ມາດຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທີ່​ມີ​ຕໍ່​ການ​ສະ​ໜອງ ກໍ​ຄື​ຕໍ່​ເສດ​ຖະ​ກິດ.

ທ່ານ ເຊ້ຍ​ຕົ້ງ​ໝີງ ຍັງ​ກ່າວ​ຕື່ມ​ວ່າ: ເນື່ອງ​ຈາກວ່າໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ລາ​ຄ​າ​ພະ​ລັງ​ງານ ແລະ​ອັດ​ຕາ​ເງິນ​ເຟີ້​ໃນ​ທົ່ວ​ໂລກ​ຖີບ​ຕົວ​ສູງ​ຂຶ້ນ​ຍ້ອນ​ສາ​ເຫດຫຼາຍ​ດ້ານ, ຄວາມ​ຕ້ອງ​ການ​ຕໍ່​ພະ​ລັງ​ງານ​ໃໝ່​ໃນ​ໄລ​ຍະ​ຍາວ​ກໍ​ຈະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ເຊັ່ນ​ກັນ. ​ພະ​ລັງ​ງານ​​ໃໝ່ມີ​ຄວາມ​ຫວັງ​ຈະ​ມີ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ກວ່າ​ເກົ່າ​ໃນ​ເສດ​ຖະ​ກິດ​ຈີນ. ຈີນ​ໄດ້​​ຢືນຢູ່​ອັນ​ດັບ​ແຖວ​ໜ້າ​ຂອງ​ໂລກ​ໃນ​ຂົງ​ເຂດ​ຈຳ​ນວນ​ໜຶ່ງ, ເຊື່ອ​ວ່າ​ນີ້​​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ມີ​ທ່າ​ແຮງ​ດ້ານ​ການ​ແຂ່ງ​ຂັນ.

ຄຳ​ເຫັນ

0