ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການຢ່າງແຂງແຮງຂອງປະເທດໃນພາກພື້ນ

2023-06-15 11:59:21 cri

ວັນທີ 14 ມິຖຸນານີ້, ທ່ານວ່າງເຫວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການຢ່າງແຂງແຮງຂອງປະເທດໃນພາກພື້ນໃນດ້ານການເພີ່ມທະວີການເຊື່ອມໂຍງເຂົ້າກັນຂອງເສດຖະກິດ ແລະ ການບັນລຸການພັດທະນາຮ່ວມກັນ. ຈີນຍິນດີຮ່ວມກັບຝ່າຍຕ່າງໆທີ່ກ່ຽວຂ້ອງ, ຊຸກຍູ້ການປະຕິບັດ RCEP ດ້ວຍຄຸນນະພາບສູງ ເພື່ອສ້າງພະລັງຂັບເຄື່ອນໃຫ້ແກ່ການຟື້ນຟູເສດຖະກິດຂອງພາກພື້ນ ກໍຄືທົ່ວໂລກ.

ທ່ານວ່າງເຫວີນປີ່ນກ່າວວ່າ: RCEP ໄດ້ສ້າງພະລັງຂັບເຂື່ອນອັນແຂງແຮງເຂົ້າໃນການຊຸກຍູ້ການເຊື່ອມໂຍງເຂົ້າກັນຂອງພາກພື້ນ ແລະ ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ບໍ່ວ່າໃນດ້ານການຫຼຸດພາສີ, ການຊຸກຍູ້ຄວາມສະດວກດ້ານການຄ້າ ຫຼື ໃນດ້ານການຍົກລະດັບຄວາມໂປ່ງໃສຂອງນະໂຍບາຍການລົງທຶນ ແລະ ຫຼຸດກຳແພງການຄ້າລັກສະນະເຕັກນິກ, RCEP ຕ່າງກໍໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ກັບຝ່າຍຕ່າງໆທີ່ກ່ຽວຂ້ອງ. ໃນຖານະເປັນຜູ້ສະໜັບສະໜູນຢ່າງເດັດດ່ຽວຕໍ່ຄວາມເສລີ ແລະ ຄວາມສະດວກດ້ານການຄ້າ ພ້ອມທັງເປັນຜູ້ເຂົ້າຮ່ວມທີ່ສຳຄັນຂອງການຮ່ວມມືພາກພື້ນ, ຈີນຍິນດີສືບຕໍ່ຮ່ວມກັບຝ່າຍຕ່າງໆທີ່ກ່ຽວຂ້ອງ, ຊຸກຍູ້ການປະຕິບັດ RCEP ດ້ວຍຄຸນນະພາບສູງ ເພື່ອສ້າງພະລັງຂັບເຄື່ອນໃຫ້ແກ່ການຟື້ນຟູເສດຖະກິດຂອງພາກພື້ນ ກໍຄືທົ່ວໂລກ.