ທ່ານຫຼີຊີເຂົ້າຢ້ຽມຄຳນັບທ່ານທອງລຸນ ສີສຸລິດ

2023-06-16 11:18:47 cri

ວັນທີ 15 ມິຖຸນາ 2023, ທ່ານຫຼີຊີ ກຳມະການປະຈຳກົມການເມືອງສູນກາງພັກ ປະທານຄະນະກຳມະການກວດກາລະບຽບວິໄນສູນກາງພັກຄອມມູນິດຈີນໄດ້ຕາງໜ້າສູນກາງພັກຄອມມູນິດຈີນເຂົ້າຢ້ຽມ ທ່ານທອງລຸນ ສີສຸດລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວຢູ່ນະຄອນຄຸນມິງ ແຂວງຢຸນນານ.

ທ່ານຫຼີຊີ ກ່າວວ່າ: ໃນຫຼາຍປີຜ່ານມານີ້, ພາຍໃຕ້ການນຳພາ ແລະ ຊຸກຍູ້ດ້ານຍຸດທະສາດຂອງຜູ້ນຳສູງສຸດຂອງພັກ ແລະ ລັດທັງສອງປະເທດ, ສາຍພົວພັນລະຫວ່າງຈີນກັບລາວໄດ້ຂະຫຍາຍຕົວຢ່າງມີລະດັບສູງ. ຈີນຍິນດີຮ່ວມກັບລາວຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ແລະ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ລົງເລິກການແລກປ່ຽນ ແລະ ຖອດຖອນເຊິ່ງກັນແລະກັນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດ, ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືໃນຂົງເຂດຕໍ່ຕ້ານການສໍ້ລາດບັງຫຼວງ, ຊຸກຍູ້ໃຫ້ສອງພັກ ແລະ ລັດທັງສອງປະເທດໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ.

ທ່ານທອງລຸນ ສີສຸລິດ ກ່າວວ່າ: ຍິນດີຮ່ວມກັບປະເທດຈີນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຢ່າງເດັດດ່ຽວ. ອວຍພອນໃຫ້ປະຊາຊົນຈີນໄດ້ຮັບຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ພາຍໃຕ້ການນຳພາອັນເຂັ້ມແຂງຂອງສູນກາງພັກຄອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳ.