ທ່ານອານບານິສ ນາຍົກລັດຖະມົນຕີອົສຕຣາລີຕ້ອນຮັບທ່ານຫວາງຢີ້

2024-03-21 15:21:22 cri


ວັນທີ 20 ມີນານີ້ ຕາມເວລາທ້ອງຖິ່ນ, ທ່ານອານບານິສ ນາຍົກລັດຖະມົນຕີອົສຕຣາລີໄດ້ຕ້ອນຮັບທ່ານຫວາງຢີ້ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງແຄນເບີຣາ.


ທ່ານອານບານິສກ່າວວ່າ: ໃນສອງປີຜ່ານມານີ້, ສາຍພົວພັນລະຫວ່າງອົສຕຣາລີ-ຈີນໄດ້ກັບຄືນສູ່ທິດທາງທີ່ຖືກຕ້ອງ, ການຄ້າການລົງທຶນ ແລະການໄປມາຫາສູ່ກັນລະຫວ່າງປະຊາຊົນໄດ້ຟົດຟື້ນຄືນໃໝ່, ອົສຕຣາລີຕີລາຄາສູງຕໍ່ຜົນສໍາເລັດຂອງຈີນໃນດ້ານການພັດທະນາ ແລະການລຶບລ້າງຄວາມທຸກຍາກ, ຍິນດີເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງກັບຈີນ ແລະລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ.


ທ່ານຫວາງຢີ້ກ່າວວ່າ: ສາຍພົວພັນຈີນ-ອົສຕຣາລີໄດ້ກັບຄືນສູ່ວົງໂຄຈອນທີ່ຖືກຕ້ອງ, ໄດ້ກໍານົດທິດທາງກ້າວໄປຂ້າງໜ້າຢ່າງຈະແຈ້ງ, ສອງຝ່າຍກໍຄວນກ້າວໄປຂ້າງໜ້າຢ່າງເດັດດ່ຽວ, ບໍ່ລັ່ງເລໃຈ, ບໍ່ຖອຍຫຼັງ, ຮ່ວມກັນບຸກເບີກອະນາຄົດທີ່ສະຫວ່າງສະໄຫວກວ່າເກົ່າແຫ່ງການພົວພັນລະຫວ່າງສອງປະເທດ.