ຜູ້ຕາງໜ້າຈີນ: ຄວນຊຸກຍູ້ແລະປົກປ້ອງສິດທິມະນຸດໂດຍຜ່ານການສົນທະນາແລະການຮ່ວມມືທີ່ມີລັກສະນະສ້າງສັນ

2024-03-22 16:17:44 cri

      ວັນທີ 20 ມີນານີ້, ທ່ານ ເຊີນສຸ້ຍ ເອກອັກຄະລັດຖະທູດທັງເປັນຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານຂອງອົງການສະຫະປະຊາຊາດທີ່ນະຄອນເຊີແນວຂອງສວິສແລະອົງການຈັດຕັ້ງສາກົນອື່ນໆໄດ້ຕາງໜ້າກຸ່ມເພື່ອນມິດແຫ່ງການຊຸກຍູ້ສິດທິມະນຸດໂດຍຜ່ານການສົນທະນາແລະການຮ່ວມມືໄດ້ກ່າວຄຳປາໄສຮ່ວມໃນກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ 55 ໂດຍໄດ້ເນັ້ນໜັກວ່າຄວນຊຸກຍູ້ແລະປົກປ້ອງສິດທິມະນຸດໂດຍຜ່ານການສົນທະນາແລະການຮ່ວມມືທີ່ມີລັກສະນະສ້າງສັນ, ຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງແລະເປັນເຄື່ອງມື.

      ຄຳປາໄສຮ່ວມຊີ້ໃຫ້ເຫັນວ່າ: ສະພາບການຫັນສະພາສິດທິມະນຸດເປັນແບບການເມືອງແລະແບບຂວາຈັດມີຄວາມຮ້າຍແຮງຂຶ້ນ, ບໍ່ສອດຄ່ອງກັບຈຸດປະສົງຂອງການສ້າງຕັ້ງສະພາສິດທິມະນຸດ,ໄດ້ລະເມີດຫຼັກການທົ່ວໄປ,ຍຸຕິທຳ,ພາວະວິໄສ,ບໍ່ເປັນແບບການເມືອງແລະບໍ່ມີລັກສະນະຈຳແນກ. ກໍລະນີທີ່ສ້າງກົນໄກກວດກາສິດທິມະນຸດຂອງແຕ່ລະປະເທດຈົນກະທັ້ງສ້າງກົນໄກດັ່ງກ່າວຂຶ້ນມາຊ້ຳອີກແບບຝ່າຝືນຄວາມມຸ່ງມາດປາດຖະໜາຂອງປະເທດທີ່ກ່ຽວຂ້ອງໄດ້ເກີດຂຶ້ນຢູ່ເລື້ອຍໆ ເຊິ່ງສິ່ງນີ້ໄດ້ສິ້ນເປືອງຊັບພະຍາກອນເປັນຈຳນວນຫຼວງຫຼາຍແຕ່ຊ້ຳພັດບໍ່ໄດ້ຮັບປະສິດທິຜົນຢ່າງແທ້ຈິງ,ບໍ່ສາມາດເສີມຂະຫຍາຍບົດບາດທີ່ຕັ້ງໜ້າຕໍ່ບັນຫາສິດທິມະນຸດ.